ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຝຣັ່ງ ຫ້າມໃຊ້ຢາຕ້ານໄຂ້ມາເລເລຍ ຮັກສາໂຄວິດ-19
ເວລາອອກຂ່າວ: 2020-06-02 10:28:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1600 | ຄວາມນິຍົມ:



ສໍານັກຂ່າວ AFP ລາຍງານ ເມື່ອວັນທີ 28 ພຶດສະພາ ນີ້ວ່າ: ລັດຖະບານຝຣັ່ງໄດ້ສັ່ງຫ້າມບໍ່ ໃຫ້ໃຊ້ຢາ ໄຮຣອກຊີ ລໍ ໂຄວິນ ເຊິ່ງເປັນຢາຕ້ານພະຍາດໄຂ້ມາ ເລເລຍເພື່ອນໍາໄປປິ່ນປົວຜູ້ທີ່ຕິດ ເຊື້ອໄວຣັດໂຄວິດ-19 ໂດຍຜູ້ຊ່ຽວ ຊານລະບຸວ່າ: ຢາດັ່ງກ່າວເປັນ ຢາທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ຢາດັ່ງກ່າວນີ້ເປັນຢາຊະນິດ ດຽວກັນກັບ ໂດນັຣ ທຣໍາ ຜູ້ນໍາ ສະຫະລັດອາເມຣິການໍາມາກິນ ເພື່ອປ້ອງກັນການຕິດເຊື້ອພະ ຍາດໂຄວິດ-19. ລັດຖະບານຝຣັ່ງອະນຸຍາດ ໃຫ້ໃຊ້ຢາດັ່ງກ່າວນີ້ສະເພາະໃນ ການທົດລອງສໍາລັບຄີນິກເພື່ອ ທົດສອບປະສິດທິພາບຢາເທົ່າ ນັ້ນ, ຫຼັງຈາກໜ່ວຍງານທີ່ປຶກສາ ຂອງຝຣັ່ງ 2 ແຫ່ງ ແລະ ອົງການ ອະນາໄມໂລກໄດ້ອອກມາເຕືອນພາຍໃນຕົ້ນອາທິດວ່າ ຢາດັ່ງກ່າວ ນີ້ທີ່ໃຊ້ປິ່ນປົວໄຂ້ມາເລເລຍ, ໂລກ ຄໍ້ ແລະ ໂລກພູມແພ້ເຊິ່ງສະແດງ ໃຫ້ເຫັນເຖິງຜົນການຄົ້ນຄວ້າ ຫຼາຍບ່ອນວ່າຢາອາດຈະອັນຕະ ລາຍຕໍ່ສຸຂະພາບ. ລາຍງານຍັງໃຫ້ຮູ້ຕື່ມວ່າ: ການລະບາດຢ່າງຮຸນແຮງຂອງເຊື້ອໄວຣັດໂຄວິດ-19 ໂດຍເຮັດໃຫ້ແພດໝໍບາງທ່ານສັ່ງຈ່າຍຢາ ໄຮຣອກຊີ ລໍໂຄວິນ ທັງທີີ່ຍັງບໍ່ມີຜົນການວິໄຈຢືນຢັນວ່າຜົນການປິ່ນປົວພະຍາດດັ່ງກ່າວແມ່ນໃຊ້ຢາປະເພດໃດ, ໜຶ່ງໃນນັ້ນຄື ທ່ານ ໝໍດີດີເຍ ຣາອູ ຊາວຝຣັ່ງອາຍຸ 68 ປີ ໂດຍອາໄສຢູ່ທີ່ເມືອງມາເຊຍ ທາງພາກໃຕ້ຂອງປະເທດ ທ່ານ ບໍ່ຍອມຮັບຜົນການສຶກສາ ແລະ ການລາຍງານອອກທາງວາລະສານເຊັດເມື່ອອາທິດທີ່ຜ່ານມາ ລະບຸວ່າ: ຢານີ້ໄດ້ໃຊ້ກັບກຸ່ມຜູ້ຕິດ ເຊື້ອໄວຣັດໂຄວິດ-19 ຫຼາຍຄົນ ແລະ ເຮັດໃຫ້ຜູ້ຕິດເຊື້ອເສຍຊີ ວິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ