ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອາເມຣິກາ ສົ່ງນັກອາວະກາດໄປຍັງສະຖານີອະວະກາດນານາຊາດ
ເວລາອອກຂ່າວ: 2020-06-02 10:27:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2103 | ຄວາມນິຍົມ:



ສຳນັກຂ່າວຊິນຮວາໃຫ້ຮູ້ ວ່າ: ອົງການນາຊາ ຂອງສະ ຫະລັດອາເມຣິກາ ໄດ້ສົ່ງຍານ ອະວະກາດ ເປັນຄັ້ງທຳອິດຂອງ ແຜນການອະວະກາດໄລຍະໃໝ່ ໃນວັນທີ 27 ພຶດສະພາ ເພື່ອສົ່ງ ນັກອະວະກາດອາເມຣິກາ 2 ຄົນ ໄປຍັງສະຖານີອະວະກາດນາ ນາຊາດ. ນີ້ເປັນຄັ້ງທຳອິດນັບແຕ່ປີ 2011 ທີ່ສະຫະລັດອາເມຣິກາ ໄດ້ນຳໃຊ້ຍານອະວະກາດພາຍ ໃນປະເທດ ເພື່ອສົ່ງນັກບິນອະ ວະກາດຈາກບ້ານເກີດເມືອງນອນໄປຍັງສະຖານີອະວະ ກາດ, ເຊິ່ງເປັນບາດກ້າວສຳຄັນ ສຳລັບສະຫະລັດອາເມຣິກາ ໃນການຟື້ນຟູຄວາມສາມາດ ຂອງການສົ່ງນັກອະວະກາດຫຼັງ ຈາກໄລຍະເວລາ 9 ປີ. ອີງຕາມແຜນການຍານອະ ວະກາດລຸ້ນທົດລອງຂອງບໍລິ ສັດເຕັກໂນໂລຊີ ໃນການສຳ ຫຼວດອະວະກາດ. ສະຫະລັດ ອາເມຣິກາ ໄດ້ຍິງຍານອະວະ ກາດ ມັງກອນ ຫຼື ”Falcon 9” ຂຶ້ນຈາກເມືອງ ເຄີນນີດີ ໃນລັດ ຟໍຣີດາ ເວລາ 16:33 ຂອງວັນທີ 27 ພຶດສະພາ (ເວລາ 4: 30 ໃນ ວັນທີ 28 ຂອງເວລາປັກກິ່ງ). ສູນອະວະກາດເປີດຕົວເປັນຄັ້ງ ທຳອິດ, ໂດຍນັກບິນອະວະກາດ ຮາລິ ແລະ ເບີນເຄີນ ສອງຄົນ ຈະເດີນທາງໄປສະຖານີອະວະ ກາດນານາຊາດ. ການເປີດຕົວຄັ້ງ ນີ້ ໄດ້ດຶງດູດຄວາມສົນໃຈຫຼາຍ ແລະ ມີສາມຈຸດເດັ່ນຍິ່ງໃຫຍ່. ວັນທີ 8 ກໍລະກົດ 2011, ຍານອະວະກາດອະວະກາດ ”Atlantis” ຂອງອາເມຣິກາໄດ້ ຖືກສົ່ງຂຶ້ນຈາກສູນອະວະກາດ ເຄີນເນດີ ເປັນຄັ້ງຫຼ້າສຸດ, ໝາຍ ເຖິງການສິ້ນສຸດຂອງຍຸກອະ ວະກາດ 30 ປີຂອງສະຫະລັດ ອາເມຣິກາ. ຕັ້ງແຕ່ນັ້ນມາ, ສະ ຫະລັດອາເມຣິກາ ຕ້ອງອາໄສ ຍານອະວະກາດຣັດເຊຍເພື່ອຂົນ ສົ່ງນັກບິນອະວະກາດໄປຍັງສະຖານີອະວະກາດນາໆຊາດ, ອັນ ເຮັດໃຫ້ຄ່າການເດີນທາງອະວະກາດຣັດເຊຍເພີ່ມຂຶ້ນຢ່າງຫຼວງຫຼາຍ. ເພື່ອປ່ຽນສະຖານະການນີ້, ສະຫະລັດອາເມຣິກາໄດ້ພັດທະ ນາການບິນອະວະກາດຢ່າງ ແຂງແຮງ ແລະ ຊຸກຍູ້ໃຫ້ບໍລິສັດເອກະຊົນສ້າງຍານອະວະກາດຢ່າງມີມະນຸດສະທຳ, ປອດໄພ, ເຊື່ອຖືໄດ້ ແລະ ປະຢັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ