ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮລີຟິວ ຢືນຢັນດວນໝັດກັບໄມໄທສັນ ຄັ້ງທີ 3
ເວລາອອກຂ່າວ: 2020-05-20 09:57:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 85 | ຄວາມນິຍົມ:



ເອແວນເດີ ໂຮລີຟິວ ອະດີດ ນັກມວຍຊື່ດັງຊາວອາເມຣິກາ ໄວ 57 ປີ ອະດີດແຊັມໂລກຮຸ່ນໃຫຍ່ Heavyweight ອອກມາຢືນ ຢັນຕົນເອງຈະກັບຄືນສູ່ສັງວຽນ ອີກຄັ້ງ ດວນກັບໄມໄທສັນ ຄູ່ສາ ຕາກຳຊາວມາເມຣິກາທີ່ທັງສອງ ເຄີຍສ້າງປະກົດການໂດ່ງດັງໄປ ທົ່ວໂລກ ນັ້ນກໍຄື ໄມໄທສັນ ກັດຫູ ຂອງ ໂຮລີຟິວ ໃນ 20 ກວ່າປີຜ່ານ ມາ. ໂຮລີຟິວ ກັບມາເຝິກຊ້ອມຫຼັງ ໄມໄທສັນ ໂພສວິດີໂອກັບມາ ເຝິກຊ້ອມໄດ້ບໍ່ດົນ ໂດຍ ໄມໄທສັນ ໄວ 53 ປີ ກໍມີແຜນຂຶ້ນສັງວຽນ ນັດການກຸສົນເຊັ່ນດຽວ. ສຳລັບ ສະຖິຕິການຊົກຜ່ານ ມາຂອງ ໄມໄທສັນ ຊົກ 58 ຄັ້ງ, ຊະນະ 50 ເສຍ 6 ຕັດຈົບການ ແຂ່ງຂັນ 2 ຄັ້ງ, ຂະນະທີ່ ໂຮລີຟິວ ຊົກ 57 ຄັ້ງ, ຊະນະ 44 ເສຍ 10 ສະເໝີ 2 ຕັດຈົບການແຂ່ງຂັນ 1 ຄັ້ງ. ສອງຄັ້ງຜ່ານມາທີ່ພົບກັນ ໃນປີ 1996 ແລະ 1997 ໂຮລີຟິວ ຄວ້າໄຊທັງສອງຄັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ