ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນິວຊີແລນເປີດເຜີຍງົບປະມານໃຊ້ຈ່າຍຫຼາຍເປັນປະຫວັດການ
ເວລາອອກຂ່າວ: 2020-05-15 13:26:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ສໍານັກຂ່າວ AFP ລາຍງານເມື່ອວັນທີ 15 ພຶດສະພາ ນີ້ວ່າ: ລັດຖະບານນິວຊີແລນໄດ້ເປີດເຜີຍຕົວເລກງົບປະມານລາຍຈ່າຍຫຼາຍເປັນປະຫວັດການສູງເຖິງ 50.000 ລ້ານໂດຣານິວຊີແລນ ເພື່ອຫວັງຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19. ທ່ານ ຈາຊິນ ດາອາເດິນສ ນາຍົກລັດຖະມົນຕີຂອງນິວຊີແລນຖະແຫຼງຕໍ່ລັດຖະສະພາວ່າ: ງົບປະມານດັ່ງກ່າວຈະນໍາໃຊ້ສໍາລັບໄລຍະເວລາທີ່ຄາດການໄວ້ຄື 4 ປີ, ເຊິ່ງຫຼາຍກວ່າທີ່ຄະນະລັດຖະບານຊຸດອື່ນໆເຄີຍຕັ້ງງົບຜ່ານມາ. ເພາະສິ່ງທີ່ເກີດຂຶ້ນໃນເວລານີ້ແມ່ນບໍ່ເຄີຍເກີດຂຶ້ນມາກ່ອນໃນປະຫວັດສາດຂອງປະເທດ ມາດຕະການການຮັບມືຈິ່ງຕ້ອງບໍ່ເຄີຍເກີດຂຶ້ນມາກ່ອນເຊັ່ນດຽວກັນ ໂດຍຈະຄວບຄຸມການໃຊ້ຈ່າຍດ້ານໂຄງສ້າງພື້ນຖານ ການເບິ່ງແຍງດ້ານສຸຂະພາບຂອງປະຊາຊົນ, ການສ້າງເຮືອນ ( ຕຶກ )ໃໝ່ 8.000 ຫຼັງ ເພື່ອຊ່ວຍພາລະການກໍ່ສ້າງ, ການສ້າງງານຫຼາຍກ່ວາ 11.000 ຕໍາແໜ່ງໃນໂຄງການດ້ານສິ່ງແວດລ້ອມ, ການສະໜັບສະໜູນພາກທຸລະກິດ ແລະ ຂະຫຍາຍການອຸດໜູນຄ່າຈ້າງພະນັກງານອອກໄປອີກ 8 ອາທິດ ເຊິ່ງເອີ້ນວ່າເປັນງົບປະມານສ້າງງານເພາະພາລະກິດຫຼັກຄື ການຢຸດຢັ້ງການເລີກຈ້າງແຮງງານຂະໜາດໃຫຍ່ ເຖິງແມ່ນວ່າທຸລະກິດບາງສ່ວນອາດຕ້ອງລົ້ມລະລາຍ ແລະ ເກີດການເລີກຈ້າງແຮງງານກໍຕາມ. ທ່ານ ແກຣນ ໂຣເບີດສັນ ລັດຖະມົນຕີກະຊວງການເງິນຖະແຫຼງວ່າ: ກິດຈະກໍາທາງເສດຖະກິດຈະຫຼຸດລົງເປັນສ່ວນຫຼາຍ, ເສດຖະກິດຈະຂະຫຍາຍຕົວຊ້າຕໍ່ໄປອີກຫຼາຍປີ ອັດຕາການວ່າງງານອາດເພີ່ມຈາກ 4% ເປັນ 10% ພາຍໃນເດືອນມິຖຸນາ, ລວມຍອດຜະລິດຕະພັນ ພາຍໃນປະເທດ ຫຼື ຈີດີພີປີນີ້ຈະຕິດລົບປະມານ 4,6% ແລະ ຈະຄ່ອຍໆຟື້ນຕົວພາຍໃນປີ 2022 ງົບປະມານລາຍຈ່າຍຄັ້ງປະຫວັດສາດນີ້ ຈະຊ່ວຍໃຫ້ອັດຕາການວ່າງງານຫຼຸດລົງສູ່ລະດັບປັດຈຸບັນເມື່ອເຖິງປີ 2022 ແລະ ຈະຊ່ວຍຮັກສາຕໍາແໜ່ງງານໄວ້ໃນ 140.000 ຕໍາແໜ່ງໃນໄລຍະສອງປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ