ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະຜູ້ແທນເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ ຢ້ຽມຢາມກອງບັນຊາການທະຫານແຂວງຫຼວງພະບາງ ແລະ ກອງພົນທີ 5
ເວລາອອກຂ່າວ: 2018-12-06 08:57:22 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 10440 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 27 ພະຈິກ 2018 ນີ້ ສະຫາຍ ພົນໂທ ທະຫານເຮືອ ຢວນ ຢຸ້ຍ ປາຍ ຜູ້ບັນຊາການທະຫານເຂດ ສູ້ຮົບພາກໃຕ້ຂອງ ສປ ຈີນ ພ້ອມ ດ້ວຍຄະນະໄດ້ເດີນທາງຢ້ຽມ ຢາມ ແລະ ເຮັດວຽກຢູ່ກອງ ກອງບັນຊາການທະຫານແຂວງ ຫຼວງພະບາງ. ໂດຍໄດ້ຮັບການ ຕ້ອນຮັບອັນອົບອຸ່ນຈາກ ທ່ານ ພົນຈັດຕະວາ ບຸນຊູ ດວງຄໍາມີ ຄະນະປະຈໍາພັກແຂວງ, ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງຫຼວງພະບາງ ພ້ອມ ດ້ວຍຄະນະ. ທັງສອງຝ່າຍໄດ້ແລກປ່ຽນ ສະພາບການເຊິ່ງກັນ ແລະ ກັນ, ທ່ານ ພົນຈັດຕະວາ ບຸນຊູ ດວງ ຄໍາມີ ໄດ້ລາຍງານໃຫ້ຄະນະຮັບ ຊາບໂດຍຫຍໍ້ກ່ຽວກັບທີ່ຕັ້ງພູມ ສັນຖານ, ພົນລະເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ໂດຍລວມຂອງແຂວງ ຫຼວງພະບາງ, ເຊິ່ງເປັນແຂວງ ໜຶ່ງທີ່ມີແຫຼ່ງທ່ອງທ່ຽວດ້ານວັດ ທະນະທຳ, ມະຊາດທີ່ສວຍສົດ ງົດງາມ, ມີວັດຖຸບູຮານທີ່ເກົ່າ ແກ່ ແລະ ວັດວາອາຮາມທີ່ລືຊື່, ມີເອກະລັກສະເພາະດ້ານວັດທະ ນະທໍາອັນດີງາມມາແຕ່ດົນນານ, ໄດ້ຖືກຮັບຮອງເປັນເມືອງມໍລະ ດົກໂລກແຫ່ງທໍາອິດຂອງ ສປປ ລາວ ຈາກອົງການຢູເນັດສະໂກ ແລະໄດ້ຮັບກຽດເປັນເມືອງຍອດ ນິຍົມການທ່ອງທ່ຽວຂອງໂລກ ເຖິງ 9 ຄັ້ງ. ພິເສດແຂວງຫຼວງ ພະບາງ ໄດ້ຮັບລາງເປັນເມືອງ ສິ່ງແວດລ້ອມຍືນຍົງຂອງອາ ຊຽນໃນປີ 2017 ແລະ ໄດ້ປະ ກາດຮັບຮອງເອົາຕົວເມືອງຫຼວງພະບາງເປັນນະຄອນ-ຫຼວງພະ ບາງໃນປີ 2018, ມີເສັ້ນທາງ ຄົມມະນາຄົມທີ່ສະດວກ. ໃນປັດ ຈຸບັນລັດຖະບານໄດ້ອະນຸມັດ ໂຄງການກໍ່ສ້າງທາງລົດໄຟ ຄວາມໄວສູງ ລາວ-ຈີນ, ເຊິ່ງມີ ຄວາມຍາວທັງໝົດ 414,33 ກິໂລແມັດ, ໃນນັ້ນຜ່ານແຂວງ ຫຼວງພະບາງ 81 ກິໂລແມັດ ແລະ ຜ່ານຂອບເຂດ 3 ເມືອງຄື: ເມືອງຈອມເພັດ, ນະຄອນ-ຫຼວງ ພະບາງ ແລະ ເມືອງຊຽງເງິນ ກວມເອົາ 28 ບ້ານ. ການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນຳ້ໃນ ພື້ນທີ່ແຂວງຫຼວງພະບາງທີ່ ພວມຈັດຕັ້ງປະຕິບັດມີ 3 ໂຄງ ການ ໃນນັ້ນມີເຂື່ອນໄຟຟ້ານຳ້ ຂອງ, ນໍ້າອູ 1 ແລະ ນໍ້າອູ 3, ໂຄງການທີ່ສຳເລັດແລ້ວ ແລະ ໄດ້ເປີດໃຊ້ບໍລິການມີ 4 ໂຄງ ການຄື: ເຂື່ອນໄຟຟ້ານໍ້າງື່ມ 5, ນໍ້າອູ 2, ນໍ້າຄານ 2 ແລະ 3 ໂດຍ ແມ່ນນັກລົງທຶນຈາກ ສປ ຈີນ. ໃນໄລຍະຜ່ານມາກອງບັນຊາ ການທະຫານແຂວງຫຼວງພະ ບາງ ໄດ້ຈັດຕັ້ງກໍາລັງປ້ອງກັນ ບັນດາກິດຈະການໂຄງການກໍ່ ສ້າງຕ່າງໆ ລວມທັງໝົດ 17 ຈຸດ ເພື່ອຮັບປະກັນຄວາມປອດ ໄພໃຫ້ແກ່ການລົງທຶນຂອງ ສປ ຈີນ. ຂ່າວຈາກກອງພົນທີ 5 ຍັງ ແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 27 ພະຈິກ 2018 ນີ້, ທ່ານ ພົນໂທ ທະຫານເຮືອ ຢວນຍຸ້ຍ ປາຍ ຜູ້ບັນຊາການເຂດສູູ້ຮົບ ພາກໃຕ້ ແຫ່ງ ສປ ຈີນ ໄດ້ລົງ ເຄື່ອນໄຫວຢ້ຽມກອງພັນໃຫຍ່ 502 ທີ່ຂຶ້ນກັບກອງພົນທີ 5 ໂດຍ ການຕ້ອນຮັບຈາກ ພັນເອກ ວັນທອງ ບຸດຕະວົງ ຫົວໜ້າ ການທະຫານກອງພົນທີ 5 ພ້ອມ ຄະນະພັກ-ຄະນະບັນຊາຈາກ ອົງການ 5 ຫ້ອງ , ກອງພັນໃຫຍ່ 502 ພະນັກງານ-ນັກຮົບພາຍ ໃນກົມກອງໃຫ້ກຽດຕ້ອນຮັບ ດ້ວຍຄວາມອົບອຸ່ນ. ຈາກນັ້ນ ພັນເອກ ວັນທອງ ບຸດຕະວົງ ຫົວໜ້າການທະຫານ ກອງພົນທີ 5 ກໍໄດ້ຂຶ້ນລາຍງານ ໂດຍຫຍໍ້ກ່ຽວກັບພາລະບົດບາດ ໜ້າທີ່ຂອບເຂດຄວາມຮັບຜິດ ຊອບຂອງກົມກອງ, ຈາກນັ້ນ ທ່ານ ພົນໂທ ທະຫານເຮືອ ຢວນຍຸ້ຍປາຍ ກໍໄດ້ສະແດງ ຄວາມຂອບອົບຂອບໃຈ ຕໍ່ຄະນະ ກອງພົນທີ 5 ທີ່ໄດ້ໃຫ້ການຕ້ອນ ຮັບດ້ວຍຄວາມອົບອຸ່ນ ພ້ອມທັງ ຍົກໃຫ້ເຫັນສາຍພົວພັນມິດຕະ ພາບລະຫວ່າງສອງປະເທດ ກໍຄື ລະຫວ່າງສອງກອງທັບ ຈີນ-ລາວທີ່ມີມາແຕ່ດົນນານ ແລະ ຍິ່ງຈະໄດ້ຮັບການເພີ່ມພູນຄູນ ສ້າງ ແລະ ໄປມາຫາສູ່ແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ