ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງພະລາທິການທະຫານແຂວງຊຽງຂວາງ ແລະ ກອງພັນ 403 ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2018-12-05 10:05:39 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນວັນທີ 29 ພະຈິກ 2018 ນີ້, ຫ້ອງພະລາທິການທະຫານ ແຂວງຊຽງຂວາງ ໄດ້ຈັດຕັ້ງຫັດ ແອບເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2018 ທີ່ສະໜາມຍິງ ປືນບ້ານນາໂອ ເມືອງແປກ ແຂວງຊຽງຂວາງ. ໂດຍການ ເປັນປະທານຂອງພັນໂທ ຄຳເຜີຍ ທອງປັນຍາ ຄະນະປະຈຳພັກ ຫົວໜ້າຫ້ອງພະລາທິການທະ ຫານແຂວງ, ມີຄະນະພັກ-ຄະນະ ບັນຊາ, ມີອຳນາດການປົກຄອງ ບ້ານອ້ອມຂ້າງ, ຄະນະຮັບຜິດ ຊອບ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ໃນຄັ້ງນີ້ແມ່ນໄດ້ ດຳເນີນໄປເປັນເວລາ 2 ວັນຜ່ານ ການຈັດຕັ້ງຍິງເປົ້າໝາຍຕົວຈິງ ສາມາດຕີລາຄາແບ່ງປະເພດດັ່ງ ນີ້: ປະເພດເກັ່ງມີ 11 ສະຫາຍ, ກາງມີ 56 ສະຫາຍ ແລະ ໄດ້ ຄາດໝາຍມີ 42 ສະຫາຍສາມາດ ຮັບປະກັນຄວາມປອດໄພໄດ້ 100%. ທັງນີ້ກໍເພື່ອເຮັດໃຫ້ພະນັກ ງານ-ນັກຮົບມີຄວາມຊຳນິຊຳ ນານທາງດ້ານສີລະປະຍຸດ-ຍຸດ ທະວິທີ ມີຄວາມຮູ້ຄວາມສາມາດ ໃນການນຳໃຊ້ອາວຸດຢຸດໂທປະ ກອນ ມີລະບຽບວິໄນຢ່າງເຂັ້ມ ງວດ, ຮັບປະກັນໄດ້ການຍິງດັບ ສູນເປົ້າໝາຍຢ່າງວ່ອງໄວ, ຊັດ ເຈນ ແລະ ທັນເວລາ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນ ທີ 28 ພະຈິກຜ່ານມາ, ກອງພັນ 403 ໃນກອງພັນໃຫຍ່ 302 ທີ່ ຂຶ້ນກັບກອງພົນທີ 3 ກໍໄດ້ຈັດຕັ້ງ ຫັດແອບຍິງເປົ້າໝາຍດ້ວຍລູກ ປືນແທ້ ບົດທີ 1 ພາຍຫຼັງທີ່ໄດ້ ເຝິກແອບຮໍ່າຮຽນພາກທິດສະດີ ຫຼັກການມາເປັນເວລາ 3 ເດືອນ, ເຊິ່ງຜ່ານການຍິງເປົ້າໝາຍຕົວ ຈິງສາມາດຕີລາຄາຜົນໄດ້ຮັບຂັ້ນ ເກັ່ງຈຳນວນ 50 ສະຫາຍ, ກາງ 51 ສະຫາຍ ແລະ ລະດັບຄາດ ໝາຍ 39 ສະຫາຍ ພ້ອມທັງຮັບ ປະກັນໄດ້ຄວາມປອດໄພ 100%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ