ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທນບ.ສຂ ສືບຕໍ່ສະໜອງທຶນ ເຂົ້າເປົ້າໝາຍລັດຖະບານ
ເວລາອອກຂ່າວ: 2020-03-18 10:01:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 9367 | ຄວາມນິຍົມ:



ທ່ານ ກອງສີ ບຸນສຸວັນ ຫົວ ໜ້າທະນາຄານນະໂຍບາຍສາຂາ ສະຫວັນນະເຂດ (ທນບ.ສຂ) ໄດ້ ແຈ້ງໃຫ້ຮູ້ຜົນການເຄື່ອນໄຫວ ປ່ອຍສິນເຊື່ອດອກເບ້ຍຕໍ່າຂອງ ລັດຖະບານໃຫ້ບັນດາເມືອງເປົ້າ ໝາຍ, ຈຸດສຸມພັດທະນາຂອງ ລັດຖະບານ-ທ້ອງຖິ່ນ ແລະ ບ້ານ 3 ສ້າງ ຢູ່ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ ໂດຍມີການປ່ອຍສິນເຊື່ອເຂົ້າໃນໂຄງການ 4 ຮ່ວມ ແລະ ໂຄງການປ່ອຍສິນເຊື່ອ ຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະ ກອງທຶນບ້ານ ໃນ ຜ່ານມາມີຍອດສິນເຊື່ອທັງໝົດ 463,63 ຕື້ກວ່າກີບ ໃນນັ້ນ, ປີ 2019 ໄດ້ສະໜອງສິນເຊື່ອ ທັງໝົດ 13,58 ຕື້ກວ່າກີບ. ສໍາລັບຍອດສິນເຊື່ອທ້າຍ ເດືອນ ທັນວາ 2019 ມີທັງໝົດ 276,22 ຕື້ ກວ່າກີບ ຫຼຸດລົງ 1,09% ທຽບໃສ່ປີ 2018 (279,28 ຕື້ກວ່າກີບ) ໃນນີ້ ມີຍອດສິນເຊື່ອໄລຍະສັ້ນ 10,69 ຕື້ກວ່າກີບ, ໄລຍະກາງ 107,95 ຕື້ກວ່າກີບ ແລະ ໄລຍະ ຍາວ 157,58 ຕື້ກວ່າກີບ ເຊິ່ງມີສິນເຊື່ອນຳໃຊ້ໃນຂະແໜງ ປູກຝັງ 145,20 ຕື້ກວ່າກີບ; ລ້ຽງສັດ 110,39 ຕື້ກວ່າກີບ; ຫັດຖະກຳ 29 ລ້ານກີບ; ອຸດສາ ຫະກຳ 5 ຕື້ກວ່າກີບ ແລະ ຂະ ແໜງບໍລິການ 15,56 ຕື້ກວ່າ ກີບ. ສະເພາະລວມ ຍອດສິນເຊື່ອ ທີ່ປ່ອຍ ໃນເມືອງເປົ້າໝາຍ 228,36 ຕື້ກວ່າກີບ ຫຼຸດລົງ 0,66% ທຽບ ໃສ່ປີກ່ອນກວມ ເອົາ 82,67% ຂອງສິນເຊື່ອທັງ ໝົດ ໃນນີ້ ໄລຍະສັ້ນ 9,26 ຕື້ກວ່າກີບ, ໄລຍະກາງ 94,64 ຕື້ກວ່າກີບ ແລະ ໄລຍະຍາວ 124,45 ຕື້ກວ່າກີບ; ຍອດສິນເ ຊື່ອຈຸດສຸມທ້ອງຖິ່ນ 16,15 ຕື້ ກວ່າກີບ ຫຼຸດລົງ 4,45 % ທຽບ ໃສ່ປີກ່ອນກວມເອົາ 5,85% ຂອງສິນເຊື່ອທັງໝົດ ໃນນີ້ ໄລ ຍະສັ້ນ 144 ລ້ານກີບ, ໄລ ຍະກາງ 3,45 ຕື້ກວ່າກີບ ແລະ ໄລຍະຍາວ 12,56 ຕື້ກວ່າກີບ; ຍອດສິນເຊື່ອບ້ານ 3 ສ້າງມີ 24,89 ຕື້ກວ່າກີບ ຫຼຸດລົງ 2,75 % ທຽບໃສ່ປີກ່ອນ ກວມເອົາ 9,01 % ຂອງສິນເຊື່ອທັງໝົດ ໃນນີ້ ໄລຍະສັ້ນ 1,14 ຕື້ກວ່າກີບ, ໄລຍະກາງ 8,04 ຕື້ກວ່າກີບ ແລະ ໄລຍະຍາວ 15,71 ຕື້ກວ່າກີບ ສັງ ລວມແລ້ວອັດຕາສ່ວນສິນເຊື່ອ ໃນເມືອງເປົ້າໝາຍ, ຈຸດສຸມພັດ ທະນາ ແລະ ບ້ານ 3 ສ້າງກວມ ເອົາ 97,54% ຂອງຍອດສິນ ເຊື່ອ ທັງໝົດ. ໃນການປ່ອຍສິນເຊື່ອ ນອກເມືອງເປົ້າໝາຍມີຈໍາ ນວນຈໍາກັດໃນວົງເງິນ 6,80 ຕື້ກວ່າກີບ ຫຼຸດລົງ 0,96 % ທຽບ ໃສ່ປີກ່ອນກວມເອົາ 2,46% ຂອງຍອດສິນເຊື່ອທັງໝົດໃນນີ້ ໄລຍະສັ້ນ 136 ລ້ານກວ່າກີບ, ໄລຍະກາງ 1,81 ຕື້ກວ່າກີບ ແລະ ໄລຍະຍາວ 4,85 ຕື້ກວ່າກີບ. ຫົວໜ້າ ທນບ.ສຂ ໄດ້ກ່າວ ຕື່ມວ່າ: ການເຂົ້າເຖິງສິນເຊື່ອໃນ ເມືອງເປົ້າໝາຍທັງໝົດຂອງ 2 ແຂວງມີ 10 ເມືອງ ກວມ 100% ຂອງເມືອງທຸກຍາກກວມ 78,57 % ຂອງກຸ່ມບ້ານທັງໝົດ (98 ກຸ່ມບ້ານ) ກວມ 82,87 % ຂອງບ້ານທັງໝົດ (572 ບ້ານ) ໃນນີ້ ບ້ານທຸກຍາກ 106 ບ້ານ ກວມ 49,22 % (ບ້ານທຸກຍາກ ທັງໝົດ 258 ບ້ານ), ຈັດຕັ້ງກຸ່ມ ກູ້ຢືມໄດ້ 2.499 ກຸ່ມ, ປະຊາ ຊົນເຂົ້າເຖິງຈຳນວນ 20.781 ຄອບຄົວ ກວມ 36,02% ຂອງ ຄອບຄົວທັງໝົດໃນເມືອງເປົ້າ ໝາຍ (57.683 ຄອບຄົວ) ໃນນີ້ ຄອບຄົວທຸກຍາກ 4.393 ຄອບ ຄົວກວມ 33,78 % (ຄອບຄົວ ທຸກຍາກທັງໝົດ 13.006 ຄອບ ຄົວ) ໃນນີ້ລາຍບຸກ ຄົນ 299 ຄົນ, ວິສາຫະກິດ 1 ຫົວໜ່ວຍ. ການສະໜອງສິນເຊື່ອເຂົ້າຈຸດສຸມທ້ອງຖິ່ນພາຍໃນ 2 ແຂວງ, 6 ເມືອງເທົ່າກັບ 100 % ຂອງເປົ້າໝາຍເມືອງຈຸດສຸມພາຍ ໃນແຂວງ (6 ເມືອງ), 7 ຈຸດສຸມ ກວມ 100 % ຂອງຈຸດສຸມ ພາຍ ໃນແຂວງ (7 ຈຸດສຸມ), 7 ກຸ່ມ ບ້ານ, ມີ 32 ບ້ານ ກວມ 53,33 % ບ້ານຈຸດສຸມພາຍໃນ 2 ແຂວງ (60 ບ້ານ) ໃນນີ້(ບ້ານທຸກຍາກ 12 ບ້ານ ເທົ່າກັບ 48% ຂອງ ບ້ານທັງໝົດ (25 ບ້ານ), ຈັດ ຕັ້ງກຸ່ມກູ້ຢືມໄດ້ 159 ກຸ່ມ, ປະຊາ ຊົນເຂົ້າເຖິງຈຳນວນ 1.232 ຄອບຄົວ ກວມ 25,68 % ຂອງ ຄອບຄົວທັງໝົດ (4.797 ຄອບ ຄົວ) ໃນນີ້ ຄອບຄົວທຸກຍາກ 240 ຄອບຄົວ 18,62% ຂອງຄອບຄົວທຸກຍາກທັງໝົດ (1.289 ຄອບຄົວ) ລາຍບຸກຄົນ 16 ຄົນ. ສໍາລັບການສະໜອງສິນເຊື່ອ ເຂົ້າ 3 ສ້າງພາຍໃນ 2 ແຂວງ, 7 ເມືອງ ເທົ່າກັບ 100 % ຂອງ ເມືອງ 3 ສ້າງພາຍໃນ 2 ແຂວງ (6 ເມືອງ), ຈຳນວນ 24 ບ້ານ ເທົ່າກັບ 100 % ຂອງບ້ານ 3 ສ້າງທັງໝົດ (24 ບ້ານ) ໃນນີ້ ບ້ານທຸກຍາກ 2 ບ້ານ, ຈັດຕັ້ງ ກຸ່ມກູ້ຢືມໄດ້ 329 ກຸ່ມ, ປະຊາ ຊົນເຂົ້າເຖິງຈຳນວນ 2.287 ຄອບຄົວ ກວມ 41,54 % ຂອງ ຄອບຄົວທັງໝົດ (5.505 ຄອບ ຄົວ) ໃນນີ້ຄອບຄົວທຸກຍາກ 176 ຄອບຄົວ ກວມ 75,53% ຂອງຄອບຄົວທຸກຍາກທັງໝົດ (233 ຄອບຄົວ) ແລະ ລວມ ເມືອງເປົ້າໝາຍ, 3 ສ້າງ, ຈຸດ ສຸມ ແລະ ນອກເມືອງເປົ້າໝາຍ ກວມທັງ 2 ແຂວງ, 17 ເມືອງ ເທົ່າກັບ 100% ຂອງເມືອງ ເປົ້າໝາຍ, ຈຸດສຸມ, 3 ສ້າງພາຍ ໃນແຂວງ (17 ເມືອງ), ມີ 128 ກຸ່ມບ້ານ, 545 ບ້ານ ກວມ 62,51 % ຂອງ ບ້ານທັງໝົດ (871 ບ້ານ) ໃນນີ້ ບ້ານທຸກຍາກ 120 ບ້ານ ກວມ 42,11% ຂອງ ບ້ານທຸກຍາກທັງໝົດ (285 ບ້ານ), ຈັດຕັ້ງກຸ່ມກູ້ຢືມ 2.987 ກຸ່ມ, ປະຊາຊົນເຂົ້າເຖິງຈຳນວນ 24.422 ຄອບຄົວ ກວມ 36,86 % ຂອງຄອບຄົວທັງໝົດ (66.248 ຄອບຄົວ ) ໃນນີ້ ຄອບຄົວທຸກຍາກ 4.809 ຄອບ ຄົວ 33,95 % ຂອງຄອບຄົວທຸກ ຍາກທັງໝົດ (14.164 ຄອບ ຄົວ) ລາຍບຸກຄົນ 323 ຄົນ, ວິສາຫະກິດ 3 ຫົວໜ່ວຍ. ຫົວໜ້າ ທນບ.ສຂ ຍັງແຈ້ງ ໃຫ້ຮູ້ກ່ຽວກັບແຜນປີ 2020 ໂດຍຈະສະ ເໜີຂໍທຶນຈຳນວນ 27,93 ຕື້ກວ່າກີບ ເພື່ອສືບ ຕໍ່ສະໜອງສິນເຊື່ອໃນເມືອງ ເປົ້າໝາຍ, ຈຸດສຸມ, ທ້ອງຖິ່ນ ແລະ ບ້ານ 3 ສ້າງ ເຊິ່ງຈະປ່ອຍ ສິນ ເຊື່ອໃນເມືອງ ເປົ້າໝາຍ 21,30 ຕື້ກວ່າ ກີບ; ຈຸດສຸມ 345 ລ້ານກີບ; ບ້ານ 3 ສ້າງ 6,39 ຕື້ກີບ; ສືບ ຕໍ່ລົງກວດກາປະເມີນປະສິດທິ ຜົນສິນເຊື່ອ 2018 ໃນແຕ່ລະ ໜ່ວຍບໍລິການໃຫ້ສຳເລັດ ແລະ ສຸມໃສ່ການລົງເກັບກູ້ໜີ້ຢູ່ໃນ ເມືອງເປົ້າໝາຍ, ນອກເມືອງເປົ້າ ໝາຍ, ຈຸດສຸມ ແລະ ບ້ານ 3 ສ້າງ ສົມທົບກັບໜ່ວຍບໍລິ ການໃນການເກັບກູ້ໜີ້ສິນ ແລະ ຄະນະກຳມະການຄຸ້ມຄອງສິນ ເຊື່ອຂັ້ນບ້ານ ແລະ ຂັ້ນເມືອງ. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ