ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນແມ່ຍິງ ກົມໃຫຍ່ພະລາທິການກອງທັບ ຈັດຕັ້ງປາຖະກະຖາ ລະນຶກວັນສາກົນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ
ເວລາອອກຂ່າວ: 2018-11-30 10:06:14 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 23 ພະຈິກ2018 ນີ້, ຢູ່ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບ, ສະຫະພັນແມ່ຍິງກົມໃຫຍ່ພະລາ ທິການກອງທັບໄດ້ຈັດພິທີປາຖະ ກະຖາລະນຶກວັນສາກົນຢຸດຕິ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍວັນທີ 25 ພະຈິກ 2018, ໂດຍການເຂົ້າຮ່ວມເປັນ ປະທານ ແລະ ປາຖະກະຖາຂອງ ພັນເອກ ນາງ ຄຳພູ ສິດທິເສນ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ຫົວໜ້າຫ້ອງ ການສະຫະພັນແມ່ຍິງກອງທັບ, ມີຄະນະນຳກົມ, ຫ້ອງການ, ຫົວ ໜ້າພະແນກສະຫະພັນແມ່ຍິງກົມ ໃຫຍ່ພະລາທິການກອງທັບ, ມີ ຄະນະນຳແມ່ຍິງ, ສະມາຊິກຊາວ ໜຸ່ມພ້ອມດ້ວຍເອື້ອຍນ້ອງສະຫະ ພັນແມ່ຍິງພາຍໃນກົມ ແລະ ກົມ ກອງອ້ອມຂ້າງເຂົ້າຮ່ວມ. ສະຫາຍຫົວໜ້າຫ້ອງການສະ ຫະພັນແມ່ຍິງກອງທັບໄດ້ບັນ ຍາຍເນື້ອໃນເອກະສານກ່ຽວກັບ ປະຫວັດຄວາມເປັນມາຂອງວັນ ສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ ຍິງ( ວັນທີ 25 ພະຈິກ ), ໄດ້ຍົກ ຂຶ້ນທຳອິດໃນອາເມລິກາລາ ຕິນ ແລະ ໄດ້ຄ່ອຍໆ ແຜ່ຂະ ຫຍາຍໄປສູ່ປະເທດຕ່າງໆ ໃນ ທົ່ວໂລກໃຫ້ເປັນວັນຢຸດຕິຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ໄດ້ຖືກ ປະກາດຄັ້ງທຳອິດໃນກອງປະ ຊຸມນັກເຄື່ອນໄຫວສົ່ງເສີມດ້ານ ສິດທິແມ່ຍິງໃນຂົງເຂດອາເມລິ ກາລາຕິນ ແລະ ຄາຣິບຽນ, ເຊິ່ງ ຈັດຂຶ້ນທີ່ນະຄອນໂບໂກຕາປະ ເທດ ໂກລົມເບຍ ລະຫວ່າງວັນທີ 18-21 1981, ເພື່ອລະນຶກເຖິງ ວິລະກຳຂອງສາມເອື້ອຍນ້ອງ ຕະກູນມີຣາບານຈາກສາທາລະ ນະລັດໂດມີນີເກນ ທີ່ຖືກລອບ ຄາດຕະກຳຢ່າງໂຫດຮ້າຍປ່າ ເຖື່ອນໃນປີ 1960 ໃນລະບອບ ຜະເດັດການຂອງ ຣາຟາເອລທຣູ ກີໂລ 1930-1961, ວັນດັ່ງກ່າວ ໄດ້ຖືກກຳນົດເປັນວັນລະນຶກ ແລະ ໄວ້ອາໄລເຖິງສາມເອື້ອຍນ້ອງ ຕະກູນ ມີຣາບານ ເຊິ່ງທົ່ວໂລກ ໄດ້ຮັບວ່າ ເປັນວັນຕ້ານຄວາມ ຮຸນແຮງບົນພື້ນຖານທາງເພດ. ສຳລັບການເຄື່ອນໄຫວຕ້ານ ຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ ໃນໄລຍະຜ່ານມາບັນດາ ຂະແໜງການ,​ ອົງການ ແລະ ທ້ອງຖິ່ນຕ່າງໆ ໄດ້ອອກແຮງ ເຄື່ອນໄຫວຕ້ານຄວາມຮຸນແຮງ ຕໍ່ແມ່ຍິງໃນ ສປປ ລາວ ໂດຍ ສ້າງນິຕິກຳທີ່ຈຳເປັນ ແລະ ຂະ ບວນການຍຸຕິທຳເພື່ອປົກປ້ອງ ແລະ ໃຫ້ການຊ່ວຍເຫຼືອແມ່ຍິງຜູ້ ຖືກເຄາະຮ້າຍຈາກຄວາມຮຸນ ແຮງ ແລະ ການຄ້າມະນຸດເພື່ອ ຊ່ວຍເຫຼືອແມ່ຍິງຖືກເຄາະຮ້າຍ ຈາກການຂູດຮີດທາງເພດ, ຄະ ນະນຳບັນດາຂະແໜງການ,​ ອົງ ການ ແລະ ທ້ອງຖິ່ນຕ່າງໆ ໄດ້ ເປີດຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາໃນຂອບ ເຂດ ທົ່ວປະເທດເພື່ອສ້າງຄອບ ຄົວ, ບ້ານ ແລະ ເມືອງພັດທະນາ ຕິດພັນກັນການປະຕິບັດສິດສະ ເໜີພາບ ຍິງ-ຊາຍ ແລະ ປາສະ ຈາກການໃຊ້ຄວາມຮຸນແຮງໃນ ຄອບຄົວ, ໂດຍສະເພາະແມ່ຍິງ ແລະ ເດັກອັນໄດ້ສ້າງບາດລ້ຽວ ໃໝ່ໃນການແກ້ໄຂທັດສະນະຄະ ຕິຄວາມຮັບຮູ້ ແລະ ການເຊື່ອຖື ງົມງວຍແບບຄອງເດີມທີ່ລ້າສະ ໄໝ ຕໍ່ບັນຫາຄວາມສະເໜີພາບ ຍິງ-ຊາຍ ແລະ ຄວາມຮຸນແຮງ ໃນຄອບຄົວ, ພ້ອມກັນນີ້ກໍໄດ້ຈັດ ຕັ້ງປະຕິບັດການຮ່ວມມືໃນວຽກ ງານປົກປ້ອງສິດ ແລະ ຜົນປະ ໂຫຍດຂອງແມ່ຍິງ ແລະ ເດັກໃນ ຂອບເຂດການຮ່ວມມືອາຊຽນ ກໍຄືໃນຂົງເຂດອາຊີ ແລະ ປາຊີ ຟິກ, ການສົ່ງເສີມວຽກງານ ຄວາມກ້າວໜ້າຂອງແມ່ຍິງ ແນ ໃສ່ການບັນລຸເປົ້າໝາຍດ້ານ ການພັດທະນາ, ສົ່ງເສີມການ ພັດທະນາ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ. ໃນພິທີປາຖະກະຖາດັ່ງກ່າວ ກໍໄດ້ສ້າງຈັດກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວກ່ຽວກັບ ເນື້ອໃນຂອງວັນດັ່ງກ່າວຢ່າງມີ ບັນຍາກາດເບີກບານມ່ວນຊື່ນ ແລະ ພ້ອມທັງໄດ້ມອບຂອງຂວັນ ໃຫ້ແກ່ຜູ້ຮ່ວມກິດຈະກຳຕອບຄຳ ຖາມ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ