ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມ ທະຫານນະຄອນຫຼວງວຽງຈັນ ເຊື່່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 4 ສະໄໝທີ VII
ເວລາອອກຂ່າວ: 2018-11-30 10:04:07 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ວັນທີ 23 ພະຈິກ 2018 ນີ້, ຊາວໜຸ່ມກອງບັນຊາການທະ ຫານນະຄອນຫຼວງວຽງຈັນໄດ້ ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ຄັ້ງທີ 4 ສະ ໄໝທີ VII ໃນໂອກາດຂໍ່ານັບ ຮັບຕ້ອນວັນສ້າງຕັ້ງ ກອງທັບປະ ຊາຊົນລາວຄົບຮອບ 70 ປີ, ໂດຍ ການເປັນປະທານຂອງ ພັນໂທ ເພັດບັນດິດ ແປງນາທີ ຮອງຫົວ ໜ້າຫ້ອງການເມືອງທະຫານ ນະຄອນຫຼວງວຽງຈັນ, ມີຄະນະ ພັກ-ຄະນະບັນຊາຜູ້ທີ່ເຮັດວຽກ ງານຊີ້ນຳອົງການຈັດຕັ້ງມະ ຫາຊົນ ພ້ອມດ້ວຍຄະນະໜ່ວຍ ຊາວໜຸ່ມຈາກກົມກອງອ້ອມ ຂ້າງທີ່ຂຶ້ນກັບເຂົ້າຮ່ວມ. ການເຜີຍແຜ່ມະຕິດັ່ງກ່າວ ໄດ້ຍົກໃຫ້ຮູ້ເຖິງການດຳເນີນ ກອງປະຊຸມສາມັນຄົບຄະນະບໍລິ ຫານງານສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ຄັ້ງທີ 4 ສະໄໝທີ VII ທີ່ໄດ້ຈັດຂຶ້ນລະ ຫວ່າງວັນທີ 19-21 ກັນຍາ 2018 ທີ່ສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ພາຍໃຕ້ ຫົວຂໍ້ “ ເພີ່ມທະວີຂະບວນການ ຮັກຊາດ-ພັດທະນາ, ຕັ້ງໜ້າສ້າງ ຂະບວນການ 4 ບຸກຂອງ ຊາວ ໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາ ວະຊົນ, ຊຸກຍູ້ກອງປະຊຸມ 3 ຂັ້ນ, ຜັນຂະຫຍາຍ 7 ແຜນງານ 40 ໂຄງການໃຫ້ບັນລຸເປົ້າໝາຍ” ໂດຍ ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ເຊິ່ງຕາງໜ້າໃຫ້ກົມການເມືອງ ສູນກາງພັກ. ກອງປະຊຸມໄດ້ເປັນກຽດ ຕ້ອນຮັບບັນດາປະທານກຳມາ ທິການບັນດາເຜົ່າສະພາແຫ່ງ ຊາດ, ຮອງຫົວໜ້າຄະນະ ຈັດຕັ້ງ ສູນກາງພັກ, ຮອງປະທານສະ ຫະພັນນັກຮົບເກົ່າແຫ່ງຊາດ ລາວ, ຮອງປະທານສູນກາງສະ ຫະພັນແມ່ຍິງລາວ, ຮອງເລຂາ ຄະນະບໍລິຫານງານ ສຊປລ, ຄະ ນະເລຂາທິການ ສຊປລ, ກໍາມະ ການ ສຊປລ, ເລຂາ-ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ, ບັນດາ ຫົວໜ້າກົມ, ຮອງກົມ, ຫົວໜ້າ ພະແນກ, ຮອງພະແນກພາຍໃນ ສຊປລ ແລະ ແຂກຖືກເຊີນເຂົ້າ ຮ່ວມທັງໝົດ 95 ສະຫາຍ, ຍິງ 33 ສະຫາຍ ໃນນີ້ ມີກຳມະການ ສຊປລ ເຂົ້າຮ່ວມ 35 ສະຫາຍ, ຍິງ 7 ສະຫາຍ. ກອງປະຊຸມລົງເລິກ ແລະ ການຫ້າງຫາກະກຽມໃສ່ກອງ ປະຊຸມຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ ໃຫ້ມີເນື້ອໃນເລິກເຊິ່ງ ຈຶ່ງໄດ້ຈັດສຳມະນາກ່ຽວກັບ ວຽກງານວິຊາການ ຄຊປປລ ເຊິ່ງໄດ້ລົງເລິກ 6 ຫົວຂໍ້ຄື: ເອກະ ສານສ້າງຕັ້ງສະຫະພັນຊາວໜຸ່ມ ລາວ,ວຽກງານໜັງສືພິມຊາວ ໜຸ່ມລາວ,ການຜະລິດ ແລະ ຈຳ ໜ່າຍເຄື່ອງແບບຊາວໜຸ່ມ, ເຍົາ ວະຊົນ,ແຜນການຜະລິດຮູບຫຼໍ່ ສິນໄຊ ແລະ ຜະລິດຕະພັນເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີ, ຮ່າງ ກົດໝາຍວ່າດ້ວຍຊາວໜຸ່ມລາວ, ແຜນສະເຫຼີມສະຫຼອງວັນສ້າງ ຕັ້ງ ຄຊປປລ ຄົບຮອບ 65 ປີ ໃນ ປີ 2020 ແລະ ໄດ້ຮັບຟັງການ ປະກອບຄຳຄິດຄຳເຫັນຈາກບັນ ດາຄະນະຜູ້ແທນຊາວໜຸ່ມທີ່ເຂົ້າ ຮ່ວມກອງປະຊຸມ ເຊິ່ງໄດ້ຍົກ ໃຫ້ເຫັນຜົນງານດ້ານດີ, ດ້ານຄົງ ຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ ໃນການເຄື່ອນໄຫວວຽກງານ ຊາວໜຸ່ມ, ເຍົາວະຊົນ ເຊິ່ງໄດ້ສະ ແດງເຖິງຄວາມບຸກບືນຄວາມ ຮັບຜິດຊອບ, ມີຫົວຄິດປະດິດ ສ້າງໃນການຈັດຕັ້ງປະຕິບັດມະ ຕິກອງປະຊຸມສາມັນຄົບຄະ ນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ຄັ້ງ ທີ 3 ສະໄໝທີ VII ຢ່າງເປັນຂະ ບວນຟົດຟື້ນ ແລະ ມີປະສິດທິ ຜົນອັນໄດ້ປະກອບສ່ວນຢ່າງ ໃຫຍ່ຫຼວງເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຢ່າງສົມກຽດ. ການຈັດຕັ້ງເຊື່ອມຊຶມມະ ຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວຄັ້ງທີ 4 ສະໄໝທີ VII ໃນຄັ້ງນີ້ ກໍເພື່ອແນໃສ່ໃຫ້ ຜູ້ ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈແຈ້ງ ຕໍ່ການນໍາພາຈັດຕັ້ງປະຕິບັດ ວຽກງານການເຄື່ອນໄຫວຂອງ ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 3 ສະໄໝທີ VII, ເປັນຕົ້ນ ຜົນງານທີ່ຍາດມາໄດ້ໃນໄລຍະ ຜ່ານມາ ແລະ ແຜນການທີ່ຈະ ຕ້ອງໄດ້ສືບຕໍ່ຕັ້ງໜ້າປະຕິບັດໃຫ້ ປາກົດຜົນເປັນຈິງ, ພ້ອມນີ້ກໍຍັງ ເປັນການສ້າງຂະບວນການຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີທີ່ຈະມາເຖິງໃນມໍ່ໆນີ້ໃຫ້ເປັນ ຂະບວນຟົດຟື້ນຢ່າງແຂງແຮງ ອີກດ້ວຍ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ