ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອາຄານຫ້ອງເຕັກນິກ ກອງບັນຊາການ ທະຫານແຂວງ ຫຼວງພະບາງ ສຳເລັດການກໍ່ສ້າງ
ເວລາອອກຂ່າວ: 2018-11-29 10:51:54 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ພິທີມອບ-ຮັບໂຄງການ ກໍ່ສ້າງອາຄານຫ້ອງເຕັກນິກ ກອງບັນຊາການທະຫານແຂວງ ຫຼວງພະບາງໄດ້ຈັດຂຶ້ນຢ່າງເປັນ ທາງການໃນຕອນເຊົ້າຂອງວັນທີ 23 ພະຈິກ 2018 ນີ້ຢູ່ທີ່ສະໂມ ສອນຂອງຫ້ອງເຕັກນິກຫຼັງໃໝ່ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ບຸນຊູ ດວງຄໍາມີ ຄະ ນະປະຈໍາພັກແຂວງເລຂາຄະນະ ພັກ ຫົວໜ້າການເມືອງ ແລະ ທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງຫຼວງພະບາງ. ມີຕາງໜ້າຄະນະພັກອົງການ 5 ຫ້ອງ, ພະແນກການຂອງແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ບໍລິສັດຮັບເໝົາກໍ່ສ້າງເຂົ້າຮ່ວມ. ທ່ານ ຈັນທີ ອິນທິສັກ ປະ ທານບໍລິສັດວິລະໄຊກໍ່ສ້າງ ແລະ ສ້ອມແປງຈໍາກັດແຂວງຫຼວງ ພະບາງໄດ້ໃຫ້ຮູ້ວ່າ: ໂຄງການ ກໍ່ສ້າງອາຄານຫ້ອງການຫ້ອງ ເຕັກນິກທະຫານແຂວງຫຼວງພະ ບາງ ແມ່ນໄດ້ເລີ່ມລົງມືກໍ່ສ້າງໃນ ວັນທີ 26 ພຶດສະພາ 2017 ແລະ ໄດ້ສໍາເລັດການກໍ່ສ້າງໃນວັນທີ 21 ພະຈິກ 2018, ເຊິ່ງໃຊ້ເວລາ ໃນການກໍ່ສ້າງ 18 ເດືອນ ທຽບ ໃສ່ສັນຍາຮັບເໝົາກໍ່ສ້າງແມ່ນສໍາ ເລັດກ່ອນ 4 ເດືອນ, ເປັນອາຄານ 2 ຊັ້ນ, ມີຂະໜາດລວງກວ້າງ 7,5 ແມັດ, ລວງຍາວ 30 ແມັດ, ໝຸກດ້ານໜ້າຂະໜາດ 2,5X6 ແມັດ, ມີເນື້ອທີ່ປຸກສ້າງທັງ ໝົດ 480 ຕາແມັດ, ໃນນັ້ນປະ ກອບ ມີຫ້ອງເຮັດວຽກ 9 ຫ້ອງ, ຫ້ອງໂຖງ, ຫ້ອງສາງເກັບມ້ຽນ ເຄື່ອງ, ຫ້ອງປະຊຸມ, ຫ້ອງຂາ ເຂົ້າ-ຂາອອກ ແລະ ຫ້ອງນໍ້າ ອີກ 3 ຫ້ອງ. ອາຄານກໍ່ສ້າງ ຕັ້ງຢູ່ບ້ານຜາສຸກ, ນະຄອນ-ຫຼວງພະບາງ ມູນຄ່າຕາມສັນ ຍາຮັບເໝົາກໍ່ສ້າງແມ່ນ 4.678.122.232 ກີບ, ໂຄງ ສ້າງທັງໝົດເປັນເບຕົງເສີມເຫຼັກ, ມີລະດັບຄວາມສູງ 11 ແມັດ, ຝາກໍ່ດ້ວຍດິນຈີ່, ຫຼັງຄາໂຄງ ເຫຼັກມຸງດ້ວຍຊີແພັກ, ວົງກົບ ແລະ ບານປະຕູ-ປ້ອງຢ້ຽມເຮັດ ດ້ວຍໄມດູ່, ໄມ້ແຕຄ່າ. ເພດານ ພາຍໃນເປັນເພດານຢິບຊໍາ ໃນ ນັ້ນຍັງໄດ້ຕິດຕັ້ງລະບົບໄຟຟ້າ, ເຄື່ອງເຢັນ ແລະ ນໍ້າປະປາເປັນ ລະບົບຄົບຊຸດ. ນອກຈາກນີ້ທາງ ບໍລິສັດຜູ້ຮັບເໝົາກໍ່ສ້າງຍັງໄດ້ ເຮັດວຽກເພີ່ມເຕີມ ເພື່ອຊ່ວຍເຫຼືອ ເຈົ້າຂອງໂຄງການເຊັ່ນ: ເຮັດ ຮ່ອງລະບາຍນໍ້າດ້ານຫຼັງອາຄານ ເຊິ່ງມີຄວາມຍາວ 70 ກ່ວາແມັດ, ເຮັດຮາວສະແຕນເລດດ້ານຫຼັງ ອາຄານ. ທັງໝົດນັ້ນໂດຍແມ່ນ ງົບປະມານການລົງທຶນຂອງ ແຂວງຫຼວງພະບາງ ຊ່ວຍເຫຼືອ ກອງບັນຊາການທະຫານແຂວງ 100% ໃນຕອນທ້າຍພິທີທັງສອງ ຝ່າຍໄດ້ລົງນາມເຊັນບົດບັນທຶກ ມອບ-ຮັບອາຄານດັ່ງກ່າວ ໂດຍ ແມ່ນພົນຈັດຕະວາ ຄໍາຫຼ້າ ວົງວິ ໄລ ກໍາມະການພັກແຂວງ, ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງຫຼວງພະ ບາງ ຕາງໜ້າຄະນະຂຶ້ນກ່າວຮັບ ພ້ອມທັງມີຄໍາເຫັນກ່າວມອບໃຫ້ ຄະນະຫ້ອງເຕັກນິກທະຫານ ແຂວງເປັນຜູ້ຄຸ້ມຄອງ ແລະ ໝູນ ໃຊ້ໃຫ້ເກີດປະໂຫຍດສູງສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ