ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊະລາຕັນເລີ່ມຕົ້ນນັດທຳອິດເອຊີ ມີລານ ຈົບດ້ວຍຜົນສະເໝີ
ເວລາອອກຂ່າວ: 2020-01-08 09:45:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ຊາລາຕັນ ອີບຣາຮີໂມວິກ ກອງໜ້າປະສົບການສູງຊາວສະ ວີເດັນ ອາຍຸ 38 ປີ ເປີດໂຕນັດທໍາ ອິດກັບການຄືນຖິ່ນເກົ່າ ເອຊີ ມິລານ ໃນຖານະຕົວສຳຮອງເມື່ອ ຄືນວັນທີ 6 ມັງກອນຜ່ານມານີ້ ເຊິ່ງເກມ ເຊຣີອາ ອີຕາລີ ນັດເປີດ ບ້ານພົບກັບ ຊາມໂດເຣຍທີ່ ສະ ໜາມຊານຊີໂຣ. ຊະລາຕັນ ໄດ້ລົງຫຼິ້ນ ໃນເຄິ່ງ ຫຼັງນາທີ 55 ແທນ ຄຣິສຕັອຟ ເປຍເຕັກ ມີໂອກາດຍິງປະຕູດ້ວຍ ຫົວສອງຄັ້ງ ແຕ່ບໍ່ຜ່ານການປ້ອງ ກັນຂອງຜູ້ຮັກສາປະຕູທີມຢາມ ແລະ ບໍ່ຊື່ປະຕູໜຶ່ງຄັ້ງ. ຈົບເກມ ມິລານ ສະເໝີກັບ ຊານໂດເຣຍ 0-0 ປະຕູ. ມິລານ ຢູອັນດັບທີ 12 ມີ 22 ຄະແນນຈາກ 18 ນັດ ຕາມຫຼັງພື້ນທີ່ແຊັມປ້ຽນລີກ 13 ຄະແນນ, ຂະນະທີ່ ຊາມໂດເຣຍ ມີ 16 ຄະແນນ ຈາກ 18 ນັດ ຢູ່ ອັນດັບທີ 16 ຫ່າງຈາກພື້ນທີ່ ຕົກຊັ້ນ 2 ຄະແນນ. ນັດຕໍ່ໄປ ມິລານ ຈະໄປຢາມ ກາເຢຍຣີ ໃນ ວັນທີ 11 ມັງກອນນີ້ ໃນເວລາ 21:00 ໂມງ, ສ່ວນຊາມໂດເຣຍ ຈະເປີດບ້ານພົບກັບ ເບັສຊາ ໃນ ວັນທີ 12 ມັງກອນ 2020 ເວລາ 21:00 ໂມງ. ຊະລາຕັນ ເຊັນສັນຍາໄລຍະສັ້ນ 6 ເດືອນກັບ ເອຊີ ມິລານ ຈົນຈົບ ລະດູການນີ້ ພ້ອມເງື່ອນໄຂຕໍ່ສັນຍາອີກໜຶ່ງລະດູການ. ຜ່ານມາ ຊະລາຕັນ ເຄີຍຢູ່ກັບ ເອຊີ ມິລານ ໃນລະຫວ່າງປີ 2010-2012 ຍິງ 42 ປະຕູຈາກ 61 ນັດໃນ ເຊຣີອາ ໄດ້ແຊັມ Serie A ກັບທີມ ໃນລະດູການ 2010–11 ແລະ ແຊັມ Super coppa Italiana ປີ 2011. ສຳລັບຜົນງານຫຼ້າ ສຸດກັບສະໂມ ສອນ ເອວເອກາ ແລັກຊີ່ ແຕ່ປີ 2018-2019 ຍິງ 53 ປະຕູ ຈາກ 58 ນັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ