ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຣນັລໂດ ຍິງແຮດທຣິກ ທຳອິດໃນເຊຣີອາ ນຳຢູເວັນຕຸສ ຊະນະເຢຍຣີ
ເວລາອອກຂ່າວ: 2020-01-08 09:43:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ຄຣິສເຕຍໂນ ໂຣນັລໂດນັກ ເຕະສາລະພັດປະໂຫຍດອາຍຸ 34 ປີ ສາມາດຍິງ ແຮັດທຣິກ ທີ 56 ໃນຊີວິດ ໃນເກມເຊຣີອາອີ ຕາລີ ນັດທີ 18 ຄືນວັນທີ 6 ມັງ ກອນ ຜ່ານມານີ້ນຳສັງກັດ ຢູເວັນ ຕຸສ ເປີດບ້ານຖະຫຼົ່ມ ກາເຢຍຣີ ຂາດລອຍ 4-0 ປະຕູ ໂດຍຫົວໜ້າ ທີມຊາດປັອກຕຸຍການຍິງສາມ ປະຕູ (ແຮັດທຣິກ) ໃນນາທີ 49, 67 ແລະ 82 ອີກໜຶ່ງປະຕູໄດ້ຈາກ ກອນຊາໂລ ຮີກວາອິນ ໃນນາທີ 81. ນີ້ເປັນແຮັດທຣິກ ທໍາອິດຂອງ ໂຣນັລໂດ ໃນເວທີ ເຊຣີອາ ອີຕາ ລີ ນັບຕັ້ງແຕ່ຍ້າຍມາຮ່ວມທັບ ມ້າລາຍໃນລະດູການຜ່ານມາ ດ້ວຍຄ່າຕົວ 99 ລ້ານ 2 ແສນ ປອນ ແລະ ເປັນແຮັດທຣິກ ທີ ສອງໃນນາມນັກເຕະ ຢູເວັນຕຸສ ຕໍ່ຈາກການຍິງແຮັດທຣິກ ໃສ່ ແອັດເລຕິໂກ ມາດຣິດໃນເກມ ແຊັມປ້ຽນລີກຮອບ 16 ທີມລະ ດູການຜ່ານມາ, ເຊິ່ງລະດູການນີ້ ໂຣນັລໂດ ຍິງໄປແລ້ວ 15 ປະຕູ ຈາກ 22 ນັດ, ໃນນີ້ 13 ປະຕູຈາກ 15 ນັດໃນເຊຣີອາ. ສໍາລັບການແຂ່ງຂັນໃນນັດ ນີ້ ຢູເວັນຕຸສ ເກັບ 3 ຄະແນນ ເພີ່ມເປັນ 45 ຄະແນນຈາກ 18 ນັດ ເທົ່າກັບ ເອຊີ ມິລານຢູ ອັນດັບສອງ ຮອງຈາກອັນດັບ ໜຶ່ງ ອິນເຕີ ມິລານ ຕ່າງແຕ່ປະ ຕູໄດ້ເສຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ