ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຂົ້າຢ້ຽມຂ່ຳນັບ
ເວລາອອກຂ່າວ: 2019-12-26 09:51:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນວັນທີ 25 ທັນວານີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນທະຫານອາສາສະ ໝັກ ແລະ ຊ່ຽວຊານ ຫວຽດນາມ ນຳໂດຍ ສະຫາຍ ນາງ ຫງວຽນ ເຝືອງງາ ປະທານສະຫະພັນບັນ ດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນື່ອງໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຂົ້າ ຮ່ວມງານສະເຫຼີມສະຫຼອງວັນ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບ ຮອບ 70 ປີ. ສະຫາຍ ບຸນຍັງ ວໍລະຈິດ ໄດ້ ກ່າວສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນສະໜິດສະໜົມ ພ້ອມທັງສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນສະໜິດສະໜົມ ພ້ອມທັງຢືນຢັນຢ່າງໜັກແໜ້ນ ແລະ ຕີລາຄາສູງຕໍ່ການມາເຮັດ ວຽກໃນຄັ້ງນີ້ຂອງຄະນະຜູ້ແທນ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເດີນທາງມາ ຮ່ວມຊຸມນຸມໃຫຍ່ສະເຫຼີມສະຫຼອງ ວັນອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ປະຕິບັດໜ້າທີ່ສາ ກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ, ເຊິ່ງມັນໄດ້ຍົກໃຫ້ເຫັນວ່າ ສາຍພົວພັນຮ່ວມມືລະຫວ່າງ ສອງຊາດ ລາວ- ຫວຽດນາມ ນັ້ນ ແມ່ນການຮ່ວມມືແບບພິເສດທີ່ມີ ມູນເຊື້ອມາເປັນເວລາຍາວນານ ນັບຕັ້ງແຕ່ການຮ່ວມມືຮ່ວມຂຸມ ຄອງອັນດຽວກັນຕໍ່ສູ້ຕ້ານຈັກກະ ພັດຜູ້ຮຸກຮານ ເຊິ່ງເປັນການຮ່ວມ ມືທີ່ສຳຄັນທີ່ການນຳກະຊວງ ປ້ອງກັນປະເທດ ກໍຄືການນຳພັກ-ລັດ ສອງປະເທດສະໜັບສະໜູນ ແລະ ເຊື່ອໝັ້ນວ່າການຮ່ວມມື ສອງຝ່າຍລະຫວ່າງສອງກອງ ທັບ ລາວ ແລະ ຫວຽດນາມ ຈະ ນັບມື້ສວຍງາມ ແລະ ມີປະສິດທິ ຜົນປະກອບສ່ວນເສີມສ້າງຄວາມ ເຊື່ອໝັ້ນເຊິ່ງກັນ ແລະ ກັນໃນພາ ລະກິດການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ, ສອງ ກອງທັບ ແລະ ປະຊາຊົນສອງ ຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ປະ ກອບສ່ວນປົກປັກຮັກສາສະຖຽນ ລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງສອງປະເທດ ແລະ ເສີມສ້າງໃນການຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງພາກພື້ນ ແລະ ໃນໂລກ. ສະຫາຍ ນາງ ຫງວຽນ ເຝືອງງາ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ສະຫາຍບຸນ ຍັງວໍລະຈິດ ທີ່ໃຫ້ການຕ້ອນ ຮັບອັນອົບອຸ່ນ, ພ້ອມທັງລາຍ ງານຈຸດປະສົງຂອງການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ໃນ ສປປ ລາວ ໃນຄັ້ງນີ້ ພ້ອມນີ້ຍັງ ໄດ້ກ່າວວ່າຈະສືບຕໍ່ເສີມຂະຫຍາຍ ມູນເຊື້ອອັນດີງານ ເພື່ອສ້າງສາ ພັດທະນາສອງຊາດຫວຽດນາມ- ລາວ ໃຫ້ນັບມື້ນັບລໍາ້ລວຍຮັ່ງມີ ມັງຄັງເຂັ້ມແຂງ, ປະຊາຊົນສອງ ຊາດມີຊີວິດການເປັນຢູ່ອີ່ມໜໍາສໍາ ລານ, ມີຄວາມຜາສຸກ ແລະ ຈະ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ຫວຽດນນາມ- ລາວ ໃຫ້ນັບມື້ນັບແຕກດອກອອກ ຜົນ, ໝັ້ນຄົງທະນົງແກນຕະຫຼອດ ກາລະນານ, ໃຫ້ສົມຕໍ່ບຸນຄຸນ ແລະ ການເສຍສະຫຼະຊີວິດອັນໃຫຍ່ ຫຼວງຂອງນັກຮົບນັກວີລະຊົນຜູ້ ເສຍຊີວິດເພື່ອຊາດຂອງສອງຊາດ. ໂອກາດດຽວກັນນີ້ທາງຄະນະ ຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກໍຍັງ ໄດ້ເດີນທາງໄປວາງພວງມາລາ ຢູ່ສຸສານນັກຮົບປະຕິວັດແຫ່ງ ຊາດຫຼັກ 24, ຫໍມູນເຊື້ອປະທານສຸ ພານຸວົງ, ຫໍມູນເຊື້ອປະທານ ໄກ ສອນ ພົມວິຫານ ແລະ ຫໍຈາລຶກວິ ລະບູລຸດນັກຮົບປະສົມ ລາວ-ຫວຽດນາມ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 24 ທັນວານີ້, ຄະນະຜູ້ແທນ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ກໍໄດ້ເຂົ້າພົບປະ ກັບ ສະຫາຍ ນາງ ສູນທອນ ໄຊ ຍະຈັກ ຫົວໜ້າຄະນະພົວພັນຕ່າງ ສູນກາງພັກ ພ້ອມດ້ວຍຄະນະການ ພົບປະໃນຄັ້ງນີ້ທັງສອງຝ່າຍກໍໄດ້ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ ເຊິ່ງເຕັມໄປດ້ວຍບັນ ຍາກາດຄວາມຮັກແພງສາມັກຄີ ໄມຕິຈິດມິດມິດຕະພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ