ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳທະຫານແຂວງຄຳມ່ວນ ອວຍພອນກອງປະຕິບັດງານພິເສດ 589
ເວລາອອກຂ່າວ: 2019-12-26 09:43:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ໃນວັນທີ 20 ທັນວານີ້, ກອງບັນຊາການທະຫານແຂວງ ຄຳມ່ວນ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະ ສອນ ກຳມະການຄະນະປະຈຳ ພັກແຂວງ, ເລຂາຄະນະພັກ, ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງຄຳມ່ວນ, ສະຫາຍ ມະນີວົງ ຈັນທະວົງ ເລຂາພັກ ເມືອງ, ເຈົ້າເມືອງໆຍົມມະລາດ ພ້ອມດ້ວຍຄະນະພັກ-ຄະນະບັນ ຊາ ອົງການ 5 ຫ້ອງ, ກອງບັນ ຊາການທະຫານແຂວງ, ເມືອງ, ພະນັກງານ-ຫົວໜ້າຫ້ອງການ ອ້ອມຂ້າງເມືອງຍົມມະລາດ ແລະ ເມືອງມະຫາໄຊ ໄດ້ນຳເອົາກະຕ່າ ດອກໄມ້, ຂອງຂວັນເຂົ້າອວຍ ພອນພະນັກງານ-ນັກຮົບກອງ ປະຕິບັດງານພິເສດ 589 ສສ ຫວຽດນາມ ທີ່ກຳລັງປະຕິບັດໜ້າ ທີ່ຂຸດຄົ້ນອັດຖິທະຫານອາສາສະ ໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງ ຄາມຢູ່ສະໝໍລະພູມແຂວງຄຳ ມ່ວນ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນຫວຽດ ນາມ ຄົບຮອບ 75 ປີ ແລະ ວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດ ໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບ ຮອບ 70 ປີ, ເປັນກຽດຕ້ອນຮັບ ຂອງ ສະຫາຍ ພັນເອກ ບ່າຍ ນາມຈຸງ ຫົວໜ້າການເມືອງກອງ ປະຕິບັດງານພິເສດ 589 ສສ ຫວຽດນາມ ພ້ອມດ້ວຍຄະນະ. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກໍໄດ້ກ່າວຄຳອວຍ ພອນໄຊອັນປະເສີດມາຍັງ ສະ ຫາຍ ພັນເອກ ບຸ່ຍ ນາມຈຸງ ພ້ອມ ດ້ວຍຄະນະ ຈົ່ງມີແຕ່ຄວາມສຸກ ກາຍສະບາຍໃຈ, ມີພະລານາໄມ ສົມບູນ, ພ້ອມກັນສືບຕໍ່ຮັກສາມູນ ເຊື້ອຄວາມສາມັກຄີຮັກແພງຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຢ່າງຮອບ ດ້ານລະຫວ່າງສອງພັກ-ສອງ ລັດສອງກອງທັບ ແລະ ປະຊາຊົນ ລາວຫວຽດນາມ, ຫວຽດນາມ ລາວ ທີ່ໄດ້ສ້າງຜົນງານອັນໃຫຍ່ ຫຼວງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະ ຜ່ານມາ. ສະຫາຍ ພັນເອກ ບ່າຍນາມຈຸງ ກໍໄດ້ກ່າວສະແດງຄວາມຂອບ ໃຈຕໍ່ຄະນະພັກ-ຄະນະບັນຊາ ທີ່ໄດ້ນຳເອົາຄຳອວຍພອນອັນ ອົບອຸ່ນ, ໄມຕີຈິດມິດຕະພາບມາ ອວຍພອນໃນຄັ້ງນີ້ ພ້ອມທັງອວຍ ພອນໃຫ້ຄະນະພັກ-ຄະນະບັນຊາ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດ ສຳເລັດໜ້າທີ່ວຽກງານ, ສືບຕໍ່ຮັກ ສາ ແລະ ເສີມຂະຫຍາຍຮັດແໜ້ນ ຄວາມສາມັກຄີໄມຕີຈິດມິດຕະ ພາບ ແລະ ການພົວພັນຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ- ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ໂດຍ: ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ