ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຈັດກອງປະຊຸມສະຫຼຸບການປຸກລະດົມຜູ້ບໍລິຈາກເລືອດ ປະຈຳປີ 2019
ເວລາອອກຂ່າວ: 2019-12-26 09:41:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 24 ທັນວານີ້,​ ຢູ່ທີ່ ສະໂມສອນກອງພັນໃຫຍ່ 641 ສູນເລືອດແຫ່ງຊາດໄດ້ສົມທົບກັບ ພາກສ່ວນປ້ອງກັນຊາດຈັດຕັ້ງ ດຳເນີນກອງປະຊຸມສະຫຼຸບວຽກ ງານປຸກລະດົມຂົນຂວາຍບໍລິ ຈາກເລືອດ ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ຄຳເພັດ ສີຊານົນ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ, ຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບ, ສະຫາຍຮອງ ສາດສະດາຈານ ດຣ ສິງ ເມໂນ ລາດ ຮອງປະທານອົງການກາ ແດງລາວ, ຕະຫຼອດຮອດບັນດາ ຄະນະພັກ-ຄະນະບັນຊາ, ພະນັກ ງານວິຊາສະເພາະເສນາຮັກຈາກ ບັນດາກົມກອງ, ສະຖາບັນ, ວິທະ ຍາຄານ, ໂຮງຮຽນ, ໂຮງໝໍ ທັງ ໃນກຳລັງຫຼວງ ແລະ ກຳລັງທ້ອງ ຖິ່ນເຂດພາກກາງເຂົ້າຮ່ວມ. ສະຫາຍ ດຣ ຈັນທະລາ ສຸກສາ ຄອນ ຫົວໜ້າສູນເລືອດແຫ່ງຊາດ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບ ວຽກງານການປຸກລະດົມບໍລິຈາກ ເລືອດແບບສະໝັກໃຈທີ່ບໍ່ຮຽກ ຮ້ອງສິ່ງຕອບແທນປະຈຳປີ 2019 ຜ່ານມາ, ເຊິ່ງໄດ້ຍົກໃຫ້ ເຫັນບັນດາຜົນສຳເລັດ, ດ້ານດີ, ດ້ານຫຍໍ້ທໍ້ ແລະ ຈຸດອ່ອນຄົງຄ້າງ ທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ, ໃນໄລຍະຜ່ານມາສູນເລືອດແຫ່ງ ຊາດ ແລະ ພາກສ່ວນວິຊາການຝ່າຍປ້ອງກັນຊາດໄດ້ປະສານສົມ ທົບກັນອອກແຮງເຄື່ອນໄຫວໂຄ ສະນາປຸກລະດົມຂົນຂວາຍມວນ ຊົນສະໝັກໃຈບໍລິຈາກເລືອດຊ່ວຍ ເຫຼືອສັງຄົມແບບສະໝັກໃຈທີ່ບໍ່ ຫວັງຜົນຕອບແທນ, ໂດຍສະ ເພາະແມ່ນການເຄື່ອນໄຫວປະຕິ ບັດຕາມແຜນການກິດຈະກຳທີ່ ວາງໄວ້ຮ່ວມກັນໃນໂອກາດວັນ ສຳຄັນຂອງພັກ-ຂອງຊາດ ແລະ ຂອງສາກົນເຊັ່ນ: ວັນສ້າງຕັ້ງສະ ຫະພັນກຳມະບານລາວ, ວັນສ້າງ ຕັ້ງສະຫະພັນແມ່ຍິງລາວ, ວັນ ສ້າງຕັ້ງຊາວໜຸ່ມປະຊາຊົນປະ ຕິວັດລາວ, ວັນຊາດທີ 2 ທັນ ວາ, ວັນກາແດງສາກົນ, ວັນຜູ້ບໍ ລິຈາກເລືອດໂລກ ແລະ ອື່ນໆ. ສຳລັບປີ 2019 ທົ່ວປະເທດ ສາມາດບັນລຸການປຸກລະດົມຂົນ ຂວາຍບໍລິຈາກເລືອດໄດ້ທັງໝົດ 22.300 ຖົງ, ໃນນັ້ນ ສະເພາະ ຮ່ວມກັບຝ່າຍກອງທັບໄດ້ອອກ ເຄື່ອນໄຫວປຸກລະດົມຂົນຂວາຍ ຮັບບໍລິຈາກເລືອດໄດ້ຢູ່ບັນດາກົມ ກອງທະຫານໄດ້ທັງໝົດ 109 ຄັ້ງ, ມີຜູ້ບໍໍລິຈາກເລືອດທັງໝົດ 6.273 ເທື່ອຄົນ, ບໍລິຈາກເລືອດ ໄດ້ 2.924 ຖົງ, ສ່ວນທິດທາງ ແຜນການວຽກງານໃນປີ 2020 ທາງສູນເລືອດແຫ່ງຊາດຈະໄດ້ສູ້ ຊົນຍົກສູງຄວາມຮັບຜິດຊອບປະ ສານສົມທົບແໜ້ນກັບຝ່າຍປ້ອງ ກັນຊາດສືບຕໍ່ຜັນຂະຫຍາຍວິໄສ ທັດ, ຍຸດທະສາດ ແລະ ແຜນການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານປຸກລະດົມຂົນຂວາຍຮັບບໍລິ ຈາກເລືອດຢູ່ບັນດາກົມກອງໃຫ້ ໄດ້ 120 ຄັ້ງ, ຈຳນວນພົນເຂົ້າ ຮ່ວມ 7.600 ເທື່ອຄົນ, ຜູ້ບໍລິ ຈາກເລືອດ 3.000 ເທື່ອຄົນ, ເຂົ້າຮ່ວມກິດຈະກຳບໍລິຈາກ ເລືອດໃນວັນສຳຄັນຕ່າງໆ3-4 ຄັ້ງ ແລະ ຈະຈັດອົບຮົມ ຫຼື ປະ ຊຸມຮ່ວມກັນ 1-2 ຄັ້ງ, ຈະສູ້ຊົນ ປຸກລະດົມຈັດຫາຜູ້ບໍລິຈາກເລືອດ ແບບສະໝັກໃຈໃຫ້ໄດ້ຕາມຄາດ ໝາຍທີ່ວາງໄວ້ເພື່ອຕອບສະ ໜອງເລືອດໃຫ້ແກ່ຄົນເຈັບໄດ້ ຕາມຄວາມຮຽກຮ້ອງຕ້ອງການ ໂດຍພື້ນຖານ, ໂດຍການສືບຕໍ່ປູກ ຈິດສຳນຶກມວນຊົນທົ່ວໄປໃຫ້ ເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວ ທາງນະໂຍບາຍຂອງພັກ-ລັດຕໍ່ ກັບການບໍລິຈາກເລືອດຊ່ວຍເຫຼືອ ສັງຄົມແບບສະໝັກໃຈບໍ່ຮຽກ ຮ້ອງສິ່ງຕອບແທນ, ອອກແຮງລະ ດົມແຫຼງທຶນຈາກພາຍໃນ ແລະ ສາກົນເພື່ອມາສະໜັບສະໜູນກິດ ຈະກຳບໍລິຈາກເລືອດເພື່ອໃຫ້ສາ ມາດເຄື່ອນໄຫວໄດ້ແຕ່ລະໄລຍະ ແລະ ຊອກຫາເປົ້າໝາຍຮັບບໍລິ ຈາກເລືອດໃໝ່ທີ່ຍັງບໍ່ທັນໄດ້ປະ ກອບສ່ວນໃຫ້ມີຈຳນວນເພີ່ມຂຶ້ນ ເລື້ອຍໆ. ໂດຍ: ອ້ອຍພັນ ແພງບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ