ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄຊກມດ ລະນຶກວັນສາກົນ ຢຸຕິການໃຊ້ຄວາມຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກ
ເວລາອອກຂ່າວ: 2018-11-28 09:37:52 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ເພື່ອເປັນການລະນຶກວັນ ສາກົນຢຸດຕິການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຄະ ນະກໍາມາທິການແຫ່ງຊາດ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ (ຄຊກມດ) ໄດ້ຈັດ ພິທີລະນຶກວັນສາກົນດັ່ງກ່າວ ຂຶ້ນໃນຕອນເຊົ້າ ວັນທີ 27 ພະ ຈິກ 2018, ຢູ່ທີ່ຫໍວັດທະນະທໍາ ແຫ່ງຊາດນະຄອນຫລວງວຽງ ຈັນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງ ນາຍົກລັດຖະມົນຕີ, ປະທານ ຄຊກມດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າອົງ ການສະຫະປະຊາຊາດ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ມີບັນດາທຸຕານຸ ທູດ, ບັນດາຜູ້ຕາງໜ້າອົງການ ຈັດຕັ້ງສາກົນປະຈໍາລາວ, ກະ ຊວງ, ອົງການຈັດຕັ້ງສັງຄົມ, ຮອງປະທານ ແລະ ກຳມະການ ໃນ ຄຊກມດ, ປະທານຄະນະ ກໍາມະການ ເພື່ອຄວາມກ້າວ ໜ້າຂອງແມ່ຍິງ ແລະ ເດັກ ນະຄອນຫຼວງວຽງຈັນ, ຄກມດ ຂອງ 4 ຕົວເມືອງ, ມີບັນດາຄູ-ອາ ຈານ ແລະ ຕົວແທນນັກຮຽນ-ນັກສຶກສາ ຈາກບັນດາໂຮງຮຽນ ມັດທະຍົມສົມບູນ, ວິທະຍາໄລ ແລະ ມະຫາວິທະຍາໄລແຫ່ງ ຊາດຈໍານວນຫຼາຍກວ່າ700 ຄົນ ເຂົ້າຮ່ວມ. ທ່ານ ນາງ ບັນດິດ ປະທຸມ ວັນ ຮອງປະທານ ຄຊກມດ ໄດ້ ເລົ່າເຖິງປະຫວັດຄວາມເປັນມາ ຂອງວັນສາກົນຢຸດຕິການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກໂດຍສັງເຂບມີບາງຕອນ ກ່າວວ່າ: ຂະບວນການລະນຶກ ວັນສາກົນຢຸດຕິການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກໃນ ທົ່ວໂລກໄດ້ດໍາເນີນເປັນເວລາ 16 ວັນ ໃນລະຫວ່າງ ວັນທີ 25 ພະຈິກຫາວັນທີ 10 ທັນວາ ຂອງ ທຸກປີ ເຊິ່ງກວມເອົາ 4 ວັນສໍາ ຄັນ ຄື: ວັນທີ 25 ພະຈິກ ວັນສາ ກົນຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ, ວັນທີ 1 ທັນ ວາ ວັນຕ້ານເອດສ໌ ໂລກ, ວັນທີ 6 ທັນວາ ວັນຄົບຮອບການສັງ ຫານໝູ່ນັກສຶກສາວິສະວະກໍາ ເພດຍິງ ຈໍານວນ 14 ຄົນ ທີ່ ນະ ຄອນ ມົງເຕອານລ໌ ປະເທດ ກາ ນາດາ ສາເຫດ ຍ້ອນສະໜັບສະ ໜູນນັກເຄື່ອນໄຫວເພື່ອສິດທິ ຂອງແມ່ຍິງ, ອັນໄດ້ພາໃຫ້ກຸ່ມ ອາສາສະໝັກເພດຊາຍ ຈຳນວນ 1.000.000 ຄົນ ທີ່ເຫັນຄວາມ ສໍາຄັນຂອງບັນຫາຄວາມຮຸນ ແຮງຕໍ່ແມ່ຍິງວ່າເປັນການລະ ເມີດສິດທິມະນຸດຂັ້ນພື້ນຖານ ອອກມາປະທ້ວງ ເພື່ອຂັດຄ້ານ ແລະ ໃຫ້ຢຸດຕິການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງກຸ່ມອາສາສະຫມັກ ເຫຼົ່ານັ້ນໄດ້ໂຮມຊຸມນຸມເພື່ອຮຽກ ຮ້ອງໃຫ້ຜູ້ຊາຍທົ່ວໂລກ ຮ່ວມກັນ ຮັບຜິດຊອບຕໍ່ບັນຫາການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ປະກາດວ່າ ຈະບໍ່ເປັນຜູ້ໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ໂດຍການຕິດ ໂບສີຂາວໄວ້ຢູ່ຄໍເສື້ອ ເຊິ່ງໝາຍ ເຖິງການຢືນຢັນວ່າຈະບໍ່ກະທໍາ ຄວາມຮຸນແຮງ ຫລື ບໍ່ເມີນເສີຍ ຕໍ່ແມ່ຍິງທີ່ຖືກກະທໍາຄວາມຮຸນ ແຮງໃນທຸກຮູບແບບ ແລະ ວັນທີ 10 ທັນວາ ເປັນວັນສິດທິມະນຸດ ສາກົນ. ສໍາລັບການລະນຶກວັນ ສາກົນເພື່ອຢຸດຕິການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງໃນປີນີ້ແມ່ນໃນ ຫົວຂໍ້: ຮັບຟັງຂ້ອຍແດ່ “ Hear Me Too” ທີ່ສື່ຄວາມໝາຍເຖິງ ຄວາມຕ້ອງການຂອງແມ່ຍິງທີ່ຖືກຄວາມຮຸນແຮງຈາກຄອບຄົວ ແລະ ສັງຄົມ ຢາກໃຫ້ສັງຄົມ ໄດ້ ຍິນສຽງຄວນຄາງອັນເຈັບປວດ ຍ້ອນຖືກກະທໍາຄວາມຮຸນແຮງ. ຫລັງຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດມອບ ຂອງຂວັນທີ່ລະນຶກແກ່ບັນດາ ຂະແໜງການທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນຈັດຕັ້ງປະ ຕິບັດວຽກງານຕ້ານການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ໃນປີ ຜ່ານມາ ລວມມີ 30 ພາກສ່ວນ ທີ່ໄດ້ຮັບຂອງຂວັນທີ່ລະນຶກໃນ ຄັ້ງນີ້. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ