ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 26
ເວລາອອກຂ່າວ: 2019-12-24 09:23:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ໃນວັນທີ 23 ທັນວາ 2019 ນີ້, ໄດ້ຈັດກອງປະຊຸມຄະນະກຳ ມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ 26 ຂຶ້ນທີ່ໂຮງແຮມລາວພລາຊາ ນະ ຄອນຫຼວງວຽງຈັນ, ສປປ ລາວ; ໂດຍການເປັນປະທານຮ່ວມຝ່າຍ ລາວ ນຳໂດຍ ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ, ປະທານຄະນະກຳ ມະການຮ່ວມມືຮັກສາຄວາມຮຽບຮ້ອຍຕາມຊາຍແດນທົ່ວ ໄປ ລາວ-ໄທ, ຝ່າຍໄທນຳໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ ຕາງ ໜ້າລັດຖະມົນຕີວ່າການກະຊວງ ກະລາໂຫມ ແຫ່ງຣາຊະອານາ ຈັກໄທ, ປະທານຄະນະກຳມະ ການຮ່ວມມືຮັກສາຄວາມສະ ຫົງບຕາມຊາຍແດນທົ່ວໄປ ໄທ- ລາວ, ພ້ອມດ້ວຍເຈົ້າໜ້າທີ່ ທີ່ ກ່ຽວຂ້ອງຂອງສອງຝ່າຍເຂົ້າ ຮ່ວມ. ໃນວາລະດຳເນີນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນທົບ ທວນຄືນ ແລະ ຕີລາຄາຜົນຂອງ ການຈັດຕັ້ງປະຕິບັດຕາມບົດບັນ ທຶກກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຕາມຊາຍແດນ ລາວ-ໄທ, ໄທ- ລາວ ຄັ້ງທີ 25 ທີ່ນະຄອນຫຼວງ ບາງກອກ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 4-7 ທັນວາ 2018 ໂດຍທັງສອງຝ່າຍມີຄວາມ ຍິນດີໃນການພົວພັນຮ່ວມມືລະ ດັບລັດຖະບານ, ກອງທັບ ລາວ-ໄທ ໄດ້ຮັບການພັດທະນາໃນຂົງເຂດໃນຂອບຫຼາຍຝ່າຍອາຊຽນ ແລະ ໃນຂອບສອງຝ່າຍມີທ່າຂະ ຫຍາຍຕົວ ແລະ ດີຂຶ້ນເປັນລຳດັບ ໂດຍສະເພາະແມ່ນການຈັດຕັ້ງ ປະຕິບັດດ້ານຄວາມໝັ້ນຄົງບໍລິ ເວນຊາຍແດນ ລາວ-ໄທ ມີຜົນ ສຳເລັດຢ່າງເປັນຮູບປະທຳ ແນ ໃສ່ເຮັດໃຫ້ຊາຍແດນກາຍເປັນ ຊາຍແດນແຫ່ງສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມືຢ່າງ ແທ້ຈິງ, ນອກຈາກນີ້ທັງສອງ ຝ່າຍຍັງໄດ້ສະແດງຄວາມຍິນດີ ຕໍ່ຄວາມສຳພັນ ລາວ-ໄທ ທີ່ສະ ແດງອອກໃນຫຼາຍຮູບແບບ, ສືບ ຕໍ່ຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມບໍລິ ເວນຊາຍແດນທົ່ວໄປ ລາວ-ໄທ ໄດ້ຈັດຕັ້ງຄະນະປະຕິບັດງານ ເພື່ອແກ້ໄຂບັນຫາດັ່ງກ່າວໂດຍ ຝ່າຍລາວໄດ້ແຕ່ງຕັ້ງຕາມເຂດ ປົກຄອງແຂວງຂອງລາວ ຈຳ ນວນ 9 ໜ່ວຍງານ ແລະ ຝ່າຍ ໄທແຕ່ງຕັ້ງຕາມເຂດປົກຄອງຈັງຫວັດຂອງໄທ ຈຳນວນ 12 ໜ່ວຍງານ ພາຍໃຕ້ຂອບຂອງຄະ ນະອະນຸກຳມະການຮ່ວມມືຮັກ ສາຄວາມສະຫງົບຕາມຊາຍ ແດນທົ່ວໄປ ລາວ-ໄທ, ສືບຕໍ່ການ ຕິດຕໍ່ປະສານງານ ແລະ ແລກ ປ່ຽນຂໍ້ມູນຂ່າວສານລະດັບ ແຂວງ-ຈັງຫວັດ, ກອງບັນຊາ ການທະຫານແຂວງຂອງລາວ ກັບກຳລັງປ້ອງກັນຊາຍແດນ ຂອງໄທ ແລະ ໜ່ວຍງານທີ່ກ່ຽວ ຂ້ອງຂອງທັງສອງຝ່າຍເພື່ອປະ ສານງານ, ຮ່ວມມືໃນການແກ້ ໄຂບັນຫາທີ່ອາດຈະເກີດຂຶ້ນລະ ຫວ່າງ ລາວ-ໄທ ກໍຄືພາຍໃນ ຂອບຂອງອາຊຽນດ້ວຍການ ແລກປ່ຽນຂໍ້ມູນທັດສະນະໃນ ດ້ານຕ່າງໆຢ່າງໃກ້ຊິດ, ຄຽງຄູ່ ກັບການແກ້ໄຂບັນຫາຜູ້ລັກລອບ ເຂົ້າເມືອງແບບຜິດກົດໝາຍ. ກອງປະຊຸມຍັງໄດ້ຕົກລົງເຫັນດີໃຫ້ສອງຝ່າຍກະກຽມແລກ ປ່ຽນທາງດ້ານວັດທະນະທຳ ແລະ ການແຂ່ງຂັນກີລາມິດຕະ ພາບຮ່ວມກັນໃນປີ 2020 ໂດຍ ຈັດການແຂ່ງຂັນກີລາເຕະບານ, ກີລາກ໋ອບ ແລະ ສະແດງສິລະ ປະຮ່ວມກັນ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ,ໄທ-ລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້. ຫຼັງຈາກນັ້ນ ປະທານຮ່ວມສອງຝ່າຍໄດ້ເຊັນບົດບັນທຶກຮ່ວມກັນ ແລະ ກ່າວ ປິດກອງປະຊຸມຢ່າງເປັນທາງ ການດ້ວຍບັນຍາກາດອັນສ້າງ ສັນ, ເຕັມໄປດ້ວຍໄມຕີຈິດມິດຕະ ພາບ, ຄວາມເຂົ້າອົກເຂົ້າໃຈກັນ ຢ່າງເລິກເຊິ່ງ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ