ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວຕກ ສະຫຼຸບວຽກງານປ້ອງກັນພາຍໃນ ແລະ ວຽກງານກໍ່ສ້າງກອງ 3 ປອດ
ເວລາອອກຂ່າວ: 2019-12-24 09:14:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 20 | ຄວາມນິຍົມ:



ວັນທີ 20 ທັນວາ 2019 ນີ້, ວິ ທະຍາຄານເຕັກນິກການທະຫານ ໄດ້ເປີດກອງປະຊຸມສະຫຼຸບວຽກ ງານປ້ອງກັນພາຍໃນ ແລະ ວຽກ ງານກໍ່ສ້າງກອງ 3 ປອດ, ປອດ ໃສ ປອດໄພ ປອດຄະດີ ໂດຍການ ເປັນປະທານຂອງສະຫາຍ ພົນຈັດ ຕະວາ ບຸນລ້ຽງ ແສງພະຈັນ ກຳ ມະການຄະນະພັກກະຊວງ ຫົວ ໜ້າກົມປ້ອງກັນພາຍໃນ ກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ ຄະນະອຳນວຍການ, ອົງການ 5 ຫ້ອງ, ພະແນກການຕະຫຼອດ ຮອດພະນັກງານສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ພອນສະຫວັນ ຣາມາອອງ ຮອງອຳນວຍການ ຫົວໜ້າຫ້ອງການເມືອງ ວິທະຍາ ຄານເຕັກນິກການທະຫານ ຂຶ້ນ ຜ່ານບົດສະຫຼຸບວຽກງານປ້ອງ ກັນພາຍໃນ ແລະ ວຽກງານກໍ່ສ້າງ ກອງ 3 ປອດ, ເຊິ່ງໄລຍະຜ່ານ ມາຄະນະພັກ-ຄະນະອຳນວຍ ການໄດ້ຖືເອົາວຽກງານປ້ອງກັນ ພັກ, ປ້ອງກັນກົມກອງ ແລະ ປ້ອງກັນໂຕເອງເປັນບຸລິມະສິດ ແຖວໜ້າໃນການປ້ອງກັນພັກ, ປ້ອງກັນພະນັກງານສະມາຊິກ ພັກ-ນັກຮົບໃຫ້ປອດໃສ ຂາວສະ ອາດ ຕິດພັນແໜ້ນກັບການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານລວມຂອງກົມກອງ ເຮັດໃຫ້ພະນັກງານ-ນັກຮົບຮູ້ ແຈ້ງຕໍ່ແຜນນະໂຍບາຍຂອງພັກ ກົດໝາຍຂອງລັດ, ຂໍ້ກຳນົດກົດ ລະບຽບ 7 ລະບອບ 18 ວຽກ ຂອງກອງທັບວາງອອກຕ້ານ ແລະ ສະກັດກັ້ນບັນຫາຫຍໍ້ທໍ້ທ່ວງ ດຶງຕໍ່ການພັດທະນາກົມກອງ, ເປັນຕາໜ່າງປ້ອງກັນພັກໃຫ້ມີ ຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນ ຖືເອົາການສ່ອງແສງປະ ຈຳອາທິດ, ປະຈຳເດືອນ ແລະ ປະ ຈຳໄຕມາດເປັນປົກກະຕິຍູ້ແຮງ ຂະບວນການລວມຂອງກົມກອງ ກໍຄືກົມໃຫຍ່ເຕັກນິກກອງທັບໃຫ້ ຟົດຟື້ນຕໍ່ເນື່ອງພ້ອມນັ້ນຕ້ອງກ້າ ເຮັດກ້າຮັບຜິດຊອບຮັບຄຳຕິຊົມ ກໍ່ສ້າງຈາກໝູ່ຄະນະເພື່ອມາແກ້ ໄຂຈຸດບົກຜ່ອງ ຂໍ້ຄົງຄ້າງເພື່ອ ເຮັດວຽກງານເດີນແມ່ນແລ່ນສະ ດວກດີຂຶ້ນຜ່ານການຈັດຕັ້ງປະຕິ ບັດວຽກງານປ້ອງກັນພາຍໃນ ແລະ ການກໍ່ສ້າງກອງປອດໃສ, ປອດໄພ, ປອດຄະດີ ໃນສົກປີ 2018-2019 ໄດ້ຕີລາຄາແບ່ງ ປະເພດ ປອດໃສ ໜັກແໜ້ນ ດ້ານ ການເມືອງເທົ່າກັບ 91,39%, ປະເພດສັບສົນຫຼ້າຫຼັງດ້ານການ ເມືອງແນວຄິດວັດທະນະທຳ-ສັງ ຄົມເທົ່າກັບ 2,43% ສາມາດ ແບ່ງປະເພດ I ມີ 17 ກົມກອງ, ປະເພດ II ມີ 2 ກົມກອງພ້ອມທັງ ມອບໃບຢັ້ງຢືນຢ່າງສົມກຽດ. ໂດຍ: ຄຳຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ