ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການປົກຄອງແຂວງຄຳມ່ວນສຳເລັດກອງປະຊຸມເປີດກວ້າງ
ເວລາອອກຂ່າວ: 2019-12-23 09:19:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ກອງປະຊຸມອົງການປົກ ຄອງແຂວງຄຳມ່ວນເປີດກວ້າງ ໄດ້ອັດລົງໃນວັນທີ 17 ທັນວາ 2019 ພາຍຫຼັງທີ່ໄດ້ດໍາເນີນ ມາເປັນເວລາ 2 ວັນ (16-17 ທັນວາ 2019) ໂດຍພາຍໃຕ້ ການເປັນປະທານຂອງ ສະ ຫາຍ ໂອໄດ ສຸດາພອນ ກຳມະ ການສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງໆຄຳມ່ວນ, ມີ ສະຫາຍ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນ ແຂວງຄຳມ່ວນ, ມີບັນດາຄະນະບໍລິຫານງານພັກ ແຂວງ, ພະແນກການ, ອົງການ ຈັດຕັ້ງທຽບເທົ່າ, ບັນດາເລຂາ ພັກເມືອງໃນ 10 ຕົວເມືອງ, ລັດວິສາຫະກິດ ແລະ ຂະແໜງ ການອ້ອມຂ້າງແຂວງເຂົ້າຮ່ວມ. ໃນບົດສະຫຼຸບທີ່ສະເໜີຕໍ່ ກອງປະຊຸມໄດ້ຍົກໃຫ້ເຫັນວ່າ: 1 ປີຜ່ານມາອົງການປົກຄອງ ແຂວງຄຳມ່ວນໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດຫຼາຍວຽກງານ ທີ່ເປັນຈຸດສຸມເປັນຕົ້ນ: ຂົງເຂດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໂດຍໄດ້ຫັນເອົາ ກຳລັງລົງກໍ່ສ້າງຮາກຖານ ລົງ ປະຈຳຢູ່ກຸ່ມບ້ານຕ່າງໆໃນທົ່ວ ແຂວງ ເພື່ອບໍລິການປະຊາຊົນ ແລະ ແກ້ໄຂບັນດາປະກົດການ ຫຍໍ້ທໍ້ໃນສັງຄົມ, ວຽກງານການ ລົງທຶນຂອງລັດໄດ້ຄົ້ນຄວ້າ, ຈັດສັນ ແລະ ຈຳກັດໂຄງການ ສະເໜີລົງທຶນໃໝ່ ເພື່ອບໍ່ໃຫ້ ສ້າງໜີ້ສິນເພີ່ມ ໂດຍສຸມໃສ່ໂຄງ ການຊໍາລະໜີ້ ແລະ ໂຄງການ ສືບຕໍ່ເປັນຕົ້ນຕໍ, ສ່ວນວຽກງານ ການລົງທຶນຂອງເອກະຊົນກໍ ໄດ້ຄົ້ນຄວ້າ ແລະ ອະນຸມັດໂຄງ ການລົງທຶນຕ່າງໆຕິດພັນກັບ ການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດ ແລະ 8 ມາດຕະການ ກະຕຸ້ນເສດຖະກິດ ແລະ ການ ຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງ ລະບຽບການ ແລະ ກົນໄກປະ ສານງານໃນການດຳເນີນທຸລະ ກິດຢູ່ ສປປ ລາວ, ດ້ານກະສິ ກຳໄດ້ສຸມໃສ່ແກ້ໄຂ ແລະ ຊຸກ ຍູ້ການຜະລິດ ເພື່ອຮັບປະກັນ ຄວາມໝັ້ນຄົງທາງດ້ານສະ ບຽງອາຫານ ແລະ ຜະລິດເປັນ ສິນຄ້າ ໂດຍສະເພາະການຜະ ລິດເຂົ້າຢ່າງຕໍ່ເນື່ອງ, ເພີ່ມທະ ວີເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດ ໄມ້, ການສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງແມ່ນ ໄດ້ສຸມໃສ່ການເຝິກອົບຮົມສ້າງ ຄວາມເຂັ້ມແຂງໃຫ້ພະນັກງານ ພ້ອມທັງສືບຕໍ່ຊຸກຍູ້ການສ້າງຜະ ລິດຕະພັນ ໂອດ໊ອບ ຕິດພັນກັບ ວຽກງານວາງສະແດງຈຳໜ່າຍ ສິນຄ້າທັງພາຍໃນ ແລະ ຕ່າງ ປະເທດ, ຄຸ້ມຄອງ, ຕິດຕາມ ການຂຸດຄົ້ນ ແລະ ການເຄື່ອນ ຍ້າຍແຮ່ທາດຂອງບັນດາບໍລິສັດ ຕ່າງໆ ສາມາດບັນລຸໄດ້ທັງແຜນ ການຜະລິດ ແລະ ຈຳໜ່າຍ, ວຽກງານຂຶ້ນທະບຽນທີ່ດິນປະ ຕິບັດໄດ້ 8 ພັນກວ່າຕອນເທົ່າ ກັບ 107% ຂອງແຜນການປີ, ຕາໜ່າງເສັ້ນທາງໃນທົ່ວແຂວງ ໄດ້ຮັບການຂະຫຍາຍເພີ່ມຂຶ້ນ ຈຳນວນ 862 ກິໂລແມັດ. ໃນ ນັ້ນທາງເບຕົງ 8 ກິໂລແມັດ, ທາງປູຢາງ 149 ກິໂລແມັດ ແລະ ທາງດິນແດງ 703 ກິໂລ ແມັດ, ດ້ານການສຶກສາ ແລະ ສາ ທາລະນະສຸກໄດ້ມີການຂະຫຍາຍ ຕົວເພີ່ມຂຶ້ນ, ວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງປະ ຊາຊົນບັນດາເຜົ່າໄດ້ຮັບການອະ ນຸລັກ, ການສ້າງບ້ານ ແລະ ຄອບຄົວວັດທະນະທຳມີຈຳ ນວນເພີ່ມຂຶ້ນ, ການຈັດຕັ້ງເຝິກ ອົບຮົມ ແລະ ພັດທະນາສືມື ແຮງງານປະຕິບັດໄດ້ 5 ພັນ ກວ່າຄົນ ເທົ່າກັບ 284% ຂອງ ແຜນການ, ພ້ອມນັ້ນກໍໄດ້ເອົາ ໃຈໃສ່ລະດົມການຊ່ວຍເຫຼືອຈາກ ສັງຄົມ ແລະ ລົງໄປຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ. ນອກນີ້ກອງ ປະຊຸມອົງການປົກຄອງແຂວງ ເປີດກວ້າງ ຍັງໄດ້ວາງຄາດ ໝາຍວຽກງານຈຸດສຸມສຳຄັນ ຫຼາຍດ້ານເພື່ອສືບຕໍ່ບຸກບືນ, ສູ້ຊົນປະຕິບັດຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ທີ່ຢູ່ ໃນໄລຍະທ້າຍສະໄໝໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້. ໂດຍ: ກອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ