ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງ ວປກ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລວິສະວະກຳຂໍ້ມູນຂ່າວສານ ສປ ຈີນ
ເວລາອອກຂ່າວ: 2019-12-23 09:17:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ວັນທີ 19 ທັນວາ 2019 ນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນ ໄຊຍະສຸກ, ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ. ພ້ອມດ້ວຍຄະນະໄດ້ໃຫ້ການ ຕ້ອນຮັບການເດີນທາງມາ ຢ້ຽມຢາມ ແລະ ຮ່ວມເຮັດວຽກ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຂອງຄະ ນະຜູ້ແທນມະຫາວິທະຍາໄລ ວິສະວະກຳຂໍ້ມູນຂ່າວສານ ສາ ທາລະນະລັດ ປະຊາຊົນຈີນ. ເຊິ່ງນຳໂດຍ ສະຫາຍ ພົນຕີ ຊົ່ງ ໝີງອູ, ຮອງອຳນວຍການ, ຫົວ ໜ້າກົມສຶກສາມະຫາວິທະຍາ ໄລວິສະວະກຳຂໍ້ມູນຂ່າວສານ ສປ ຈີນ ແລະ ຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງທັງສອງ ພາກສ່ວນເຂົ້າຮ່ວມ. ໃນໂອກາດນີ້ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ໄດ້ຕາງ ໜ້າຄະນະພັກ-ຄະນະບັນຊາວິ ທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ ລາຍງານ ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງວິທະຍາຄານປ້ອງ ກັນຊາດ ໄກສອນ ພົມວິຫານທີ່ມີພາລະບົດບາດເປັນແມ່ພິມ ຂອງກອງທັບປະຊາຊົນລາວ ໃນການສ້າງບຸກຄະລາການ ຄູ- ອາຈານ, ນາຍ ແລະ ພົນທະ ຫານໃນຖັນແຖວກອງທັບປະຊາ ຊົນລາວຫຼາຍຮຸ່ນ-ຫຼາຍປີ ໃຫ້ ຄະນະຜູ້ແທນດັ່ງກ່າວໄດ້ຮັບ ຊາບໂດຍຫຍໍ້. ຈາກນັ້ນທັງສອງ ຝ່າຍກໍໄດ້ແລກປ່ຽນຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ ໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານໃນຫຼາຍໆດ້ານຂອງວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກັບມະຫາວິທະຍາ ໄລວິສະວະກຳຂໍ້ມູນຂ່າວສານ ສປ ຈີນ. ການມາຢ້ຽມຢາມໃນຄັ້ງນີ້ ນອກຈາກຈະເປັນການແລກປ່ຽນ ບົດຮຽນທີ່ກ່າວມາແລ້ວນັ້ນ. ຍັງ ເປັນການເພີ່ມພູນຄູນສ້າງສາຍ ພົວພັນການຮ່ວມມືລະຫ່ວາງ ສອງພັກ, ສອງລັດ, ສອງກອງ ທັບ ໂດຍສະເພາະແມ່ນວິທະຍາ ຄານປ້ອງກັນຊາດ ໄກສອນ ພົມ ວິຫານ ແລະ ມະຫາວິທະຍາ ໄລວິສະວະກຳຂໍ້ມູນຂ່າວສານ ສປ ຈີນ ໃຫ້ຂຽວສົດງົດງາມ ໝັ້ນຄົງທະນົງແກ່ນຕະຫຼອດໄປ, ໃນຕອນທ້າຍພິທີທັງສອງຝ່າຍ ຍັງໄດ້ມອບຂອງຂັວນທີ່ລະນຶກ ໃຫ້ກັນ ແລະ ກັນອີກດ້ວຍ. ໂດຍ: ນາງ ສາວີວັນ ວົງຄຳຊາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ