ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປາຖະກະຖາວັນສ້າງຕັ້ງກອງພົນທີ 1 ຢູ່ ມສ ວັງວຽງ
ເວລາອອກຂ່າວ: 2019-12-23 09:09:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນວັນທີ 19 ທັນວາ 2019 ນີ້, ກອງພົນທີ 1 ໄດ້ເຄື່ອນໄຫວ ປາຖະກະຖາວັນສ້າງຕັ້ງກອງ ພົນທີ 1 ຄົບຮອບ 35 ປີ, ຢູ່ ໂຮງຮຽນມັດທະຍົມສົມບູນວັງ ວຽງ ເມືອງວັງວຽງ ແຂວງ ວຽງຈັນ ເຊິ່ງປາຖະກະຖາໂດຍ ສະຫາຍ ພົນຈັດຕະວາ ສາຍ ໃຈ ກົມມະສິດ ຫົວໜ້າການ ທະຫານກອງພົນ, ເຊິ່ງໃຫ້ກຽດ ເຂົ້າຮ່ວມຮັບຟັງຂອງຄະນະ ພັກ-ຄະນະປົກຄອງບ້ານ, ພໍ່ແມ່ ປະຊາຊົນ, ຄູ-ອາຈານ ພ້ອມດ້ວຍ ນ້ອງນັກຮຽນ.ສະຫາຍ ພົນຈັດຕະວາ ສາຍ ໃຈ ກົມມະສິດ ໄດ້ຍົກໃຫ້ເຫັນ ເຖິງມູນເຊື້ອອັນດີງາມທາງດ້ານ ປະຫວັດສາດ, ຜົນງານແຫ່ງ ການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຮອບດ້ານຂອງ ກອງພົນທີ 1 ໃນການເຄື່ອນ ໄຫວເຮັດໜ້າທີ່ ບົນຍ່ານທາງ ແປວໄພແຫ່ງການປະຕິວັດ. ກອງພົນທີ 1 ແມ່ນກອງກໍາ ລັງເຄື່ອນທີ່ຂອງກະຊວງປ້ອງ ກັນປະເທດ ສ້າງຕັ້ງຂຶ້ນໃນວັນ ທີ 12 ກຸມພາ ປີ 1985, ການ ສ້າງຕັ້ງກອງພົນທີ 1 ແມ່ນ ການເຕົ້າໂຮມເອົາບັນດາກົມ ກອງທີ່ມີມູນເຊື້ອສູ້ຮົບພິລາດ ອາດຫານ, ທໍລະຫົດອົດທົນ, ມີ ຜົນງານດີເດັ່ນໃນຫຼາຍດ້ານ. ພາຍຫຼັງກອງພົນທີ 1 ໄດ້ຮັບ ການສ້າງຂຶ້ນກໍໄດ້ຮັບມອບໝາຍ ໃຫ້ເຮັດໜ້າທີ່ປົກປັກຮັກສານະ ຄອນຫຼວງວຽງຈັນ, ປັດຈຸບັນ ແມ່ນເຮັດໜ້າທີ່ປົກປັກຮັກສາ ຄວາມສະຫງົບຢູ່ເຂດໃຈກາງ ຂອງປະເທດ ເພື່ອຕອບຕ້ານ ແລະ ທັບມ້າງກົນອຸບາຍຫຼ່ຽມ ລາຍຂອງສັດຕູ, ບັນດາພະນັກ ງານ-ນັກຮົບກອງພົນທີ 1 ໄດ້ ຕໍ່ສູ້ກັັບອຸປະສັກນາໆປະການ ຢ່າງລະອິດລະອ້ຽວ, ດຸເດືອດ ຂ້ຽວຂາດ, ຍຶດໝັ້ນຕໍ່ການປະ ຕິວັດຢ່າງທົນທານໜຽວແໜ້ນ, ເຮັດໃຫ້ການປະຕິບັດໜ້າທີ່ການ ເມືອງຂອງກົມກອງບັນລຸຜົນ ສໍາເລັດ. ຈາກຜົນງານ ແລະ ໄຊຊະນະດັ່ງກ່າວໄດ້ມີຫຼາຍ ກົມກອງລວມໝູ່ໄດ້ຮັບນາມ ມະຍົດເປັນກອງວີລະຊົນ ແລະ ມີຫຼາຍສະຫາຍໄດ້ຮັບນາມມະ ຍົດເປັນວີລະຊົນ, ນັກຮົບແຂ່ງ ຂັນ ແລະ ໄດ້ຮັບການຍ້ອງຍໍປະ ເພດຕ່າງໆຈຳນວນຫຼວງຫຼາຍ ຕະຫຼອດໄລຍະ 35 ປີ ທີ່ຜ່ານ ມາໂດຍພາຍໃຕ້ການຊີ້ນໍາຈາກ ພັກ ກໍຄືກະຊວງປ້ອງກັນປະ ເທດ ແລະ ການນໍາພາໂດຍກົງ ຮອບດ້ານຂອງຄະນະພັກ-ຄະ ນະບັນຊາການກອງພົນເຮັດໃຫ້ ພະນັກງານ-ນັກຮົບທົ່ວກົມກອງ ມີຄວາມສາມັກຄີຢ່າງແໜ້ນ ແຟ້ນ, ຍົກສູງບົດບາດຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານຂອງ ຕົນ, ມີແນວຄິດການເມືອງໜັກ ແໜ້ນ, ມີຄວາມບໍລິສຸດສັດຊື່ ແລະ ຈົງຮັກພັກດີຕໍ່ປະເທດ ຊາດ, ເປັນເຈົ້າການຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດທຸກມິຕິຄໍາ ສັ່ງຂອງຂັ້ນເທິງ ແລະ ບັນດາ ຂໍ້ກໍານົດ, ກົດລະບຽບຕ່າງຂອງ ກອງທັບ ກໍຄືຂອງກົມກອງວາງ ອອກຢ່າງເຂັ້ມງວດ. ການເຄື່ອນໄຫວປາຖະກະຖາ ຄັ້ງນີ້ກໍເພື່ອເສີມຂະຫຍາຍມູນ ເຊື້ອທາດແທ້ຂອງການປະຕິວັດ ຄວາມອົງອາດກ້າຫານ ຄວາມ ເດັດດ່ຽວໜຽວແໜ້ນຄວາມເສຍ ສະຫຼະອັນສູງສົ່ງ ຂອງພະນັກ ງານ-ນັກຮົບກອງພົນທີ 1 ໃຫ້ ພໍ່ແມ່ນປະຊາຊົນ, ຄູ-ອາຈານ ແລະ ນ້ອງນັກຮຽນໂຮງຮຽນ ມສ ວັງວຽງເຂົ້າໃຈຢ່າງຈະ ແຈ້ງຕໍ່ມູນເຊື້ອອັນສະຫງ່າງາມ ແລະ ສະຫວ່າງສະໄຫວຂອງ ກອງພົນທີ 1. ໂອກາດເຄື່ອນ ໄຫວປາຖະກະຖາຢູ່ໂຮງຮຽນ ດັ່ງກ່າວສະຫາຍຫົວໜ້າການ ທະຫານກອງພົນກໍໄດ້ນໍາເອົາ ອຸປະກອນກີລາເຊັ່ນ: ບານເຕະ 2 ໜ່ວຍ, ບານສົ່ງ 2 ໜ່ວຍ, ກະ ຕໍ້ 2 ໜ່ວຍໄປມອບໃຫ້ໂຮງຮຽນ ມສ ວັງວຽງຕື່ມອີກ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ