ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ແຂວງວຽງຈັນ
ເວລາອອກຂ່າວ: 2019-12-20 09:47:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ໃນວັນທີ 16-19 ທັນວາ 2019 ນີ້, ທ່ານ ພົນເອກ ສີສະ ຫວາດ ແກ້ວບຸນພັນ ອະດີດ ກົມການ ເມືອງສູນກາງພັກ, ປະທານສູນ ກາງແນວລາວສ້າງຊາດ ພ້ອມ ດ້ວຍຄະນະໄດ້ລົງເຄື່ອນໄຫວ ພົບປະຢ້ຽມຢາມ ແລະ ຊີ້ນຳວຽກ ງານຢູ່ ແຂວງວຽງຈັນ, ໂດຍການ ຕ້ອນຮັບຢ່າງອົບ ອຸ່ນຈາກ ທ່ານ ຄໍາພັນ ສິດທິດໍາພາ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍ ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີຄະ ນະພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງ, ປກສ ແຂວງ ວຽງຈັນ ພະນັກງານອາວຸໂສ ບຳນານ, ພະນັກງານຫຼັກແຫຼ່ງ ໃຫ້ການຕ້ອນຮັບ. ທ່ານ ຄໍາພັນ ສິດທິດໍາພາ ໄດ້ລາຍງານຫຍໍ້ສະພາບການ ຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມຂອງ ແຂວງ ວຽງຈັນ ໃນໄລຍະຜ່ານ ມາຄະນະພັກແຕ່ລະຂັ້ນໄດ້ຖື ສຳຄັນວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກ ງານສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັດດາເຜົ່າມີຄວາມຮັບຮູ້ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍ ຂອງລັດທີ່ວາງອອກໃນແຕ່ລະ ໄລຍະ, ຕັ້ງໜ້າຊີ້ນຳ-ນຳພາ ວຽກງານປກຊ-ປກສ ທົ່ວປວງ ຊົນຮອບດ້ານຂອງພັກ, ຮັບປະ ກັນໃຫ້ທ້ອງຖິ່ນມີສະຖຽນລະ ພາບທາງດ້ານການເມືອງ ໂດຍ ພື້ນຖານ, ສັງຄົມມີຄວາມສະ ຫງົບປອດໄພ, ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ໄດ້ ລາຍງານໂດຍຫຍໍ້ການຈັດຕັ້ງ ປະຕິບັດໃນໄລຍະຜ່ານມາຂອງ ແຜນການປີ 2019 ແຂວງວຽງ ຈັນມີຄວາມຕ້ອງການທຶນເພື່ອ ການພັດທະນາທັງໝົດ 2.648,27 ຕື້ກີບ ກວມເອົາ 34,22 % ຂອງ GDP ໃນໄລຍະຜ່ານມາສາ ມາດປະຕິ ບັດໄດ້ 2.616,26 ຕື້ ກີບ ເທົ່າກັບ 98,79 % ຂອງແຜນ ການ, ກວມເອົາ 38,80 % ຂອງ GDP ໃນນີ້ແຜນການລົງທຶນ ຂອງລັດຕາມແຜນປົກກະຕິມູນ ຄ່າ 65,63 ຕື້ກີບ, ປະຕິ ບັດໄດ້ 62,20 ຕື້ກີບ, ເທົ່າກັບ 94,78 % ຂອງແຜນການ. ພ້ອມນີ້ຍັງໄດ້ລາຍ ງານວຽກງານການກະກຽມໃຫ້ ແກ່ການດໍາເນີນກອງປະ ຊຸມໃຫຍ່ 3 ຂັ້ນຂອງແຂວງວຽງຈັນ ໄດ້ ອອກຄໍາສັ່ງແນະນໍາ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມ ໃຫຍ່ ຂອງອົງຄະນະພັກເມືອງ, ຄະ ນະພັກຮາກຖານ ແລະ ໜ່ວຍພັກ ໃນທົ່ວແຂວງວຽງຈັນ ພ້ອມທັງ ແຕ່ງຕັ້ງຄະນະຮັບຜິດຊອບກະ ກຽມກອງປະຊຸມໃຫຍ່ 3 ຂັ້ນ, ເຊິ່ງມາຮອດປັດຈຸບັນໄດ້ສໍາ ເລັດກອງປະຊຸມໃຫຍ່ອົງຄະນະ ພັກເມືອງ 2 ເມືອງຄື:ເມືອງ ໝື່ນ, ເມືອງແມດ ແລະ ກອງ ປະຊຸມໃຫຍ່ຂອງອົງຄະນະພັກ ກອງບັນຊາການທະຫານ ແຂວງ ວຽງຈັນ. ປັດຈຸບັນໄດ້ພ້ອມກັນ ສະຫຼຸບຖອດຖອນບົດຮຽນໃນ ຄັ້ງວັນທີ່ 18 ພະຈິກ 2019 ເພື່ອ ກະກຽມຄວາມພ້ອມໃຫ້ແກ່ກອງ ປະຊຸມໃຫຍ່ຂອງອົງຄະນະພັກ ເມືອງ, ຄະນະພັກຮາກຖານ ແລະ ໜ່ວຍພັກໃຫ້ສໍາເລັດໃນທ້າຍ ເດືອນມີນາ ປີ 2020. ສ່ວນ ຂັ້ນແຂວງແມ່ນໄດ້ກະກຽມຮ່າງ ລາຍງານການເມືອງ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມ, ເອກະສານຈໍານວານໜຶ່ງສໍາເລັດ ໂດຍພື້ນຖານ ແລະ ຍັງສືບຕໍ່ປັບປຸງເພື່ອນໍາໄປທາບທາມຢູ່ທ້ອງຖິ່ນ ແລະ ຮາກຖານ. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງ ຍາດໄດ້ໃນໄລຍະຜ່ານມາ,ພ້ອມ ທັງເນັ້ນໃຫ້ຄະນະພັກ, ອຳນາດ ການປົກຄອງແຂວງ ພ້ອມກັນ ເພີ່ມຄວາມສາມັກຄີເອົາໃຈໃສ່ ຊີ້ນຳ-ນຳພາສະມາຊິກພັກ, ພະ ນັກງານຈົ່ງໄດ້ພ້ອມກັນຕັ້ງໜ້າ ປະກອບສ່ວນພັດທະນາແຂວງ ວຽງຈັນໃຫ້ມີຄວາມຈະເລີນ ກ້າວໜ້າ, ເອົາໃຈໃສ່ແກ້ໄຂ ຄວາມ ທຸກຍາກພາຍໃນແຂວງໃຫ້ຫຼຸດ ໜ້ອຍຖອຍລົງ, ຊຸກຍູ້ປະຊາ ຊົນຜະລິດເປັນສິນຄ້າໃຫ້ຫຼາຍ ຂຶ້ນ; ຕ້ອງສືບຕໍ່ພົວພັນຮ່ວມມື ກັບຕ່າງປະເທດໃຫ້ກວ້າງຂວາງ ບົນຫຼັກການຕ່າງຝ່າຍຕ່າງມີ ຜົນປະໂຫຍດ; ພ້ອມນີ້ວຽກ ງານກໍ່ສ້າງພັກຕ້ອງສ້າງພັກໃຫ້ ມີຄວາມໜັກແໜ້ນ, ເຂັ້ມແຂງ, ການເຮັດວຽກງານຕ້ອງມີແຜນ ການ, ແຜນງານລະອຽດເຮັດ ວຽກເປັນໝູ່ຄະນະ, ບົນຫຼັກການ ລວມສູນປະຊາທິປະໄຕ, ພ້ອມ ທັງມີການສຳຫຼວດ, ຕຳນິຕິຊົມ ເຊິ່ງກັນ ແລະ ກັນ, ພ້ອມທັງ ສ້າງໃຫ້ສະມາຊິກພັກ, ພະນັກ ງານໃຫ້ມີຄວາມຮູ້ຄວາມສາມາດ ໃນການຊີ້ນຳ-ນຳພາເພື່ອເຮັດ ໃຫ້ແຂວງວຽງຈັນໄດ້ຮັບການ ພັດທະນາດີຂຶ້ນເປັນກ້າວໆ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ