ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສ່ອງແສງວຽກງານຮອບດ້ານເຂດ 8 ປະຈຳໄຕມາດ IV
ເວລາອອກຂ່າວ: 2019-12-20 09:45:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838270 | ຄວາມນິຍົມ:



ກອງປະຊຸມສ່ອງແສງວຽກ ງານຮອບດ້ານເຂດ 8 ປະຈຳໄຕ ມາດທີ IV ປີ 2019 ແລະ ທິດ ທາງປີ 2020 ໄດ້ຈັດຂຶ້ນຢູ່ວິ ທະຍາຄານເຕັກນິກການທະຫານ ( ວຕກ) ໂດຍການເຂົ້າຮ່ວມເປັນ ປະທານຂອງສະຫາຍ ພົນຕີ ວົງ ຄຳ ພົມມະກອນ ກຳມະການຄະ ນະປະຈຳພັກກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ພະລາທິ ການກອງທັບ ເຊິ່ງມີບັນດາຄະນະ ພັກ-ຄະນະບັນຊາຂອງກົມກອງ ອົງການທີ່ຂຶ້ນກັບໜ່ວຍສ່ອງແສງ ທີ 8 ເຂົ້າຮ່ວມ. ສະຫາຍ ພັນເອກ ສີສະໝອນ ໂນລະສິນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານ ເຕັກນິກການທະຫານໄດ້ ຜ່ານບົດສະຫຼຸບລາຍງານວຽກ ງານຮອບດ້ານ ແລະ ການປັບ ປຸງກໍ່ສ້າງກົມກອງ, ປະຈຳໄຕ ມາດ IV ແລະ ທິດທາງໄຕມາດ ທີ I ປີ 2020 ຂອງຄະນະພັກວິ ທະຍາຄານ ເຕັກນິກການທະຫານ ໄດ້ຍົກໃຫ້ເຫັນສະພາບຈຸດພິເສດ ທີ່ຕັ້ງ, ພາລະບົດບາດໜ້າທີ່ຂອງ ວິທະຍາຄານ ເຕັກນິກການທະ ຫານ ແລະ ສັງລວມສະພາບພົ້ນ ເດັ່ນໃນການສ້າງຂະບວນການ ດ້ານຕ່າງໆ ຕີລາຄາຜົນໄດ້ຮັບ ການເຄື່ອນໄຫວເຮັດໜ້າທີ່ການ ເມືອງ, ປັບປຸງກໍ່ສ້າງກົມກອງປະ ຈຳໄຕມາດ IVປີ 2019 ພ້ອມທັງ ວາງທິດທາງແຜນການວຽກ ງານປະຈຳໄຕມາດທີ I ປີ 2020 ໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນ ແຕ່ລະກົມກອງຍັງໄດ້ພັດປ່ຽນ ກັນສະຫຼຸບລາຍງານວຽກງານ ຮອບດ້ານປະຈຳໄຕມາດທີ IV ປີ 2019 ແລະ ວຽກງານທິດ ທາງແຜນການວຽກງານປະຈຳ ໄຕມາດທີ I ປີ 2020 ຂອງແຕ່ ລະກົມກອງເພື່ອເຮັດສຳເລັດໜ້າ ທີ່ການເມືອງຂອງຕົນ. ໂອກາດດຽວກັນນີ້ ສະຫາຍ ພົນຕີ ວົງຄຳ ພົມມະກອນ ໄດ້ກ່າວ ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ ຜົນສຳເລັດໃນໄລຍະ 3 ເດືອນ ຜ່ານມາທີ່ມີອັນພົ້ນເດັ່່ນຫຼາຍດ້ານ ເປັນຕົ້ນແມ່ນວຽກງານສຶກສາອົບ ຮົມການເມືອງ, ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບໃນແຕ່ ລະກົມກອງຂອງຕົນເຊື່ອໝັ້ນ ຕໍ່ການຊີ້ນຳ-ນຳພາຂອງຄະນະ ພັກຕົນເຮັດສຳເລັດໜ້າທີ່ ທີ່ໄດ້ ມອບໝາຍຈາກຂັ້ນເທິງ ໂດຍ ເຄື່ອນໄຫວປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໂດຍສະເພາະຢູ່ແຕ່ລະກົມກອງ ໃຫ້ປະກົດຜົນເປັນ ຈິງ ພ້ອມນັ້ນຍັງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະ ຮັບຜິດຊອບແຕ່ລະກົມກອງ ຈົ່ງຍົກສູງພາລະບົດບາດເປັນ ເຈົ້າການໃນການຊີ້ນຳ-ບັນຊາ ຈັດຕັ້ງປະຕິບັດທຸກໜ້າທີ່ວຽກ ງານວິຊາສະເພາະໃນກົມກອງ ຂອງຕົນໃຫ້ສຳເລັດ ແລະ ເຮັດ ໃຫ້ກົມກອງເຂັ້ມແຂງເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເພື່ອ ເປັນພື້ນຖານໃຫ້ແກ່ການກໍ່ສ້າງ ກອງທັບໃຫ້ກ້າວສູ່ແບບແຜນ ທັນສະໄໝເທື່ອລະກ້າວ. ໂດຍ: ຄຳຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ