ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີຫົວໜ້າກົມກົດລັບ ລະຫວ່າງຜູ້ເກົ່າແລະຜູ້ໃໝ່
ເວລາອອກຂ່າວ: 2019-12-19 09:18:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນວັນທີ 17 ທັນວາ ນີ້, ຢູ່ ທີ່ຫ້ອງປະຊຸມກົມກົດລັບກົມໃຫຍ່ ເສນາທິການກອງທັບ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະຫວ່າງສະ ຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ຫົວໜ້າກົມກົດລັບ (ຜູ້ເກົ່າ) ທີ່ພັກການກຽມຮັບເບ້ຍ ບຳນານ ແລະ ສະຫາຍ ພັນເອກ ອໍາພອນ ທະວີໄຊ ຫົວໜ້າກົມ ກົດລັບ (ຜູ້ໃໝ່) ໂດຍມີ ສະຫາຍ ພົນຈັດຕະວາ ສິງສະຫວັດ ພົມ ມະສັກ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ, ບັນດາສະ ຫາຍຜູ້ຕາງໜ້າກົມ, ກອງ, ຫ້ອງ ການ ແລະ ພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ. ການຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມກົດລັບຄັ້ງນີ້ແມ່ນປະ ຕິບັດຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ແລະ ອີງຕາມ ກົດໝາຍນາຍທະຫານກອງທັບ ປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ lll ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບ ເບ້ຍບຳນານຂອງນາຍທະຫານ ກະຊວງປ້ອງກັນປະເທດໄດ້ຕົກ ລົງແຕ່ງຕັ້ງ ສະຫາຍ ພັນເອກ ອຳພອນ ທະວີໄຊ ເປັນຫົວໜ້າ ກົມກົດລັບ ກົມໃຫ່ຍເສນາທິການ ກອງທັບຜູ້ໃໝ່ປ່ຽນແທນສະຫາຍ ພົນຈັດຕະວາ ພອນໃຈ ພັນທະ ວົງ ຫົວໜ້າກົມກົດລັບ(ຜູ້ເກົ່າ) ທີ່ພັກການກຽມຮັບເບ້ຍບຳນານ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ພອນໃຈ ພັນທະວົງ ໄດ້ສະ ຫຼຸບຄືນຜ່ານການນຳພາຈັດຕັ້ງເຄື່ອນໄຫວຕະຫຼອດໄລຍະຜ່ານ ມາ ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ພາ ລະບົດບາດໃນການເປັນເສນາທິ ການດ້ານວຽກງານພັກ-ວຽກ ງານການເມືອງໃຫ້ແກ່ຄະນະພັກກົມໃຫຍ່ການເສນາທິການກອງທັບ ໂດຍສະເພາະແມ່ນວຽກງານ ການສ້າງໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ, ການໂຄສະນາ ເຜີຍແຜ່ວຽກງານດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ຫຼັງ ຈາກນັ້ນກໍໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນທາງ ການ. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ສິງສະຫວັດ ພົມມະ ສັກ ກໍໄດ້ໂອ້ລົມ ແລະ ເນັ້ນໜັກ ໃຫ້ຫົວໜ້າກົມກົດລັບຜູ້ໃໝ່ ຈົ່ງ ເພີ່ມທະວີຄວາມຮັບຜິດຊອບການ ເມືອງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບ ມອບໝາຍ, ເພີ່ມທະວີຄວາມສາ ມັກຄີພາຍໃນໃຫ້ເປັນປຶກແຜ່ນ ແໜ້ນໜາ, ປັບປຸງແບບແຜນວິທີ ເຮັດວຽກໃຫ້ສອດຄ່ອງ, ການເຮັດ ວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກ ເປັນໝູ່ຄະນະແບ່ງຄວາມຮັບ ຜິດຊອບໃຫ້ບຸກຄົນ, ສຸມໃສ່ແກ້ ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ ໝົດໄປເທື່ອລະກ້າວ ເພື່ອເຮັດສຳ ເລັດໜ້າທີ່ການເມືອງຕາມທີ່ໄດ້ ຮັບມອບໝາຍດ້ວຍໝາກຜົນສູງ, ສືບຕໍ່ຮັບປະກັນໃນການເປັນເສ ນາທິການໃຫ້ແກ່ຄະນະພັກກົມ ໃຫຍ່ເສນາທິການກອງທັບໃຫ້ມີ ຄວາມວ່ອງໄວ ແລະ ມີຜົນສຳ ເລັດສູງຕັ້ງໜ້າປັບປຸງກໍ່ສ້າງເຫຼົ່າ ຮົບທາງດ້ານການຈັດຕັ້ງແຕ່ສູນ ກາງລົງຮອດທ້ອງຖິ່ນ, ມີການ ຈັດຕັ້ງລະບົບຄົບຊຸດຖືກຕາມ ການຕົກລົງຂອງຂັ້ນເທິງ, ພະ ນັກງານ-ນັກຮົບມີຄວາມອຸ່ນ ອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ ການເມືອງມີສະຕິຕໍ່ການຈັດຕັ້ງ ລະບຽບວິໄນດີ, ມີຄວາມຮັບຜິດ ຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະ ດັບຄວາມຮູ້, ຄວາມສາມາດ ທາງດ້ານວິຊາການ ສາມາດຕອບ ສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກ ງານໃນສະເພາະໜ້າ ແລະ ຍາວ ນານ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ