ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງວາການກະຊວງປ້ອງກັນປະເທດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດສຳຄັນຂອງຊາດ
ເວລາອອກຂ່າວ: 2019-12-17 09:55:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ວັນທີ 12 ທັນວາ ນີ້, ຢູ່ທີ່ສະ ໂມສອນຫ້ອງວ່າການກະຊວງ ປ້ອງກັນປະເທດ ໄດ້ຈັດຕັ້ງ ຮັບຟັງປາຖະກະຖາມູນເຊື້ອ ວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດ ຂອງທ່ານປະທານ ໄກສອນ ພົມ ວິຫານ ຄົບຮອບ 99 ປີຂຶ້ນ ໂດຍ ການເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງ ສະຫາຍພົນ ຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ກຳມະການຄະນະພັກອົງການກະ ຊວງປ້ອງກັນປະເທດ ຮອງຫົວ ໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັບຮົບທົ່ວ ຫ້ອງວ່າການກະຊວງປ້ອງກັນ ປະເທດເຂົ້າຮ່ວມ. ເພື່ອເປັນການຫວນຄືນມູນ ເຊື້ອອັນອົງອາດກ້າຫານຂອງ ບັນພະບູລຸດລາວທີ່ຕໍ່ສູ້ຕ້ານການ ຮຸກຮານຂອງຈັກກະພັດຕ່າງ ດ້າວໃນໄລຍະຜ່ານມາ ໃນການ ຕໍ່ສູ້ກູ້ຊາດ ແລະ ການສ້າງສາພັດ ທະນາປະເທດຊາດໃນໄລຍະ 44 ປີ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອອັນ ອົງອາດກ້າຫານຕໍ່ສູ້ບໍ່ຍອມຈຳ ນົນ ຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະ ພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ຈົນສາມາດປົດ ປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງເປັນ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າ ເຜີຍໃນວັນທີ 2 ທັນວາ ປີ 1975. ພ້ອມດຽວກັນນີ້ຍັງໄດ້ຫວນ ຄືນປະຫວັດຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກຂອງປວງຊົນລາວ ທັງຊາດ ເຊິ່ງສະຫາຍໄດ້ເລົ່າປະ ຫວັດການເຄື່ອນໄຫວການຕໍ່ສູ້ ຂອງທ່ານໃນແຕ່ລະໄລຍະຢ່າງ ລະອິດລະອ້ຽວໃນຂະບວນການ ຕໍ່ສູ້ກູ້ຊາດຂອງທ່ານປະທານໄກ ສອນ ພົມວິຫານ ແມ່ນຜູ້ທີ່ຮັກ ຊາດ, ແມ່ນເປັນນັກຮົບທີ່ຍິ່ງໃຫຍ່ ຂອງຊາດ, ເປັນວິລະບຸລຸດ ແລະ ຜູ້ນຳທີ່ປີຊາສາມາດສະຫຼາດ ສ່ອງໃສ ແລະ ສະດຸ້ງໄວ ມີທັດ ສະນະມະຫາຊົນກວ້າງຂວາງ, ເປັນຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດ ງ່າຍດາຍ, ປະຢັດ ແລະ ບໍລິສຸດ ປອດໃສ ດັ່ງນັ້ນເພື່ອສືບຕໍ່ມູນ ເຊື້ອດັ່ງກ່າວພວກເຮົາຄວນ ຕັ້ງ ໜ້າປະຕິບັດຮໍ່າຮຽນ ແລະ ສືບ ທອດມູນເຊື້ອອັນດີງາມຂອງ ທ່ານ. ກ່ອນອື່ນໝົດຕ້ອງຮໍ່າຮຽນ ເອົາແບບຢ່າງຄຸນສົມບັດ-ສິນ ທຳປະຕິວັດ, ທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີ, ຄວາມເດັດ ດ່ຽວໜຽວແໜ້ນຍຶດໝັ້ນໃນສອງ ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ. ໃນວັນດຽວກັນນີ້ ຢູ່ທີ່ກົມໃຫຍ່ ພະລາທິການກອງທັບ ກໍໄດ້ຈັດ ຕັ້ງຮັບຟັງການປະຖະກະຖາມູນ ເຊື້ອ 2 ວັນປະຫວັດສາດດັ່ງກ່າວ ເຊັ່ນດຽວກັນ ໂດຍພາຍໃຕ້ການ ເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພົນຈັດຕະວາ ຄຳແດງ ແພງວິໄລ ກຳມະການ ຄະນະປະຈຳພັກ ອົງການກົມ ໃຫຍ່, ຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບ, ມີຄະນະພັກ ອົງການກົມໃຫຍ່, ບັນດາກົມ, ຫ້ອງການ, ພະແນກການ, ຄະ ນະພັກ-ຄະນະບັນຊາກົມກອງ ອ້ອມຂ້າງ ແລະ ພະນັກງານ-ນັກ ຮົບພາຍໃນກົມກອງເຂົ້າຮ່ວມ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ