ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ - ຮັບໂຄງການກໍ່ສ້າງອູ່ສ້ອມແປງ ແລະ ບ່ອນລ້າງລົດ ຂອງ ກອງພັນໃຫຍ່ 279
ເວລາອອກຂ່າວ: 2018-11-28 09:18:09 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ພິທີມອບ-ຮັບໂຄງການກໍ່ ສ້າງອູ່ສ້ອມແປງ ແລະ ບ່ອນ ລ້າງລົດຂອງກອງພັນໃຫຍ່ 279 ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2018 ນີ້, ໂດຍການເຂົ້າຮ່ວມ ຂອງ ພັນເອກ ທອງພັນ ສຸທໍາ ມະວົງ ຮອງຫົວຫນ້າກົມໃຫຍ່ ເຕັກນິກກອງທັບ, ມີ ພັນເອກ ເມກສະຫວັນ ແກ້ວດວງດີ ເລຂາ ຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 279, ມີພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ. ພັນຕີ ຄໍາມີ ຫຼ້າວົງຄໍາ ຕາງ ໜ້າວິຊາການກໍ່ສ້າງກອງພັນ ໃຫຍ່ 279 ໄດ້ລາຍງານການກໍ່ ສ້າງອູ່ສ້ອມແປງ ແລະ ບ່ອນ ລ້າງລົດໂຄງການກໍ່ສ້າງດັ່ງ ກ່າວລະຫວ່າງກົມໃຫຍ່ເຕັກນິກ ກອງທັບ ແລະ ກອງພັນໃຫຍ່ 279 ແມ່ນໄດ້ສັນຍາຄັ້ງວັນທີ 30 ເມສາ 2018 ເຊິ່ງມີໜ້າ ວຽກ ຄື: ສ້າງອູ່ສ້ອມແປງຂະ ໜາດ 8,5x22 ແມັດ ຈໍານວນ 1 ຫຼັງ ແລະ ບ່ອນລ້າງອັດສີດຂະ ໜາດ 10x13 ແມັດ ຈໍານວນ 1 ຫຼັງ ໂຄງການດັ່ງກ່າວເປັນອາ ຄານຖາວອນໂຄງສ້າງເບຕົງ ເສີມເຫຼັກປະສົມໂຄງເຫຼັກມຸງ ດ້ວຍແຜ່ນອາລູຊິງປະກອບມີ ຫ້ອງການ ແລະ ສາງ ລວມມູນ ຄ່າການກໍ່ສ້າງທັງຫມົດ 300.873.000 ກີບ, ດ້ວຍທຶນ ງົບປະມານຂອງຂັ້ນເທິງ ເຊິ່ງ ກອງພັນໃຫຍ່ 279 ເປັນຜູ້ຮັບ ເໝົາກໍ່ສ້າງໄດ້ມອບໝາຍໃຫ້ຂະ ແໜງກໍ່ສ້າງ-ຄຸ້ມຄອງຊັບສິນ ເປັນຜູ້ຈັດຕັ້ງປະຕິບັດໃນການກໍ່ ສ້າງດ້ວຍກໍາລັງແຮງງານໃນ ການກໍ່ສ້າງເຊິ່ງເລີ່ມລົງມືກໍ່ສ້າງ ມາຕັ້ງແຕ່ 1 ພຶດສະພາ 2018 ມາຮອດ ໃນວັນທີ 7 ພະຈິກ 2018 ໜ້າວຽກດັ່ງກ່າວແມ່ນ ໄດ້ສໍາເລັດ 100%. ຈາກນັ້ນ ທັງສອງຝ່າຍກໍໄດ້ ລົງນາມເຊັນບົດບັນທຶກໂດຍ ພັນ ເອກ ເມກສະຫວັນ ແກ້ວດວງດີ ເລຂາຄະນະພັກ, ຫົວໜ້າການ ທະຫານກອງພັນໃຫຍ່ 279 ເປັນ ຜູ້ຂຶ້ນກ່າວຮັບພ້ອມທັງມອບໃຫ້ ພະແນກເຕັກນິກທີ່ຂຶ້ນກັບກອງ ພັນໃຫຍ່ 279 ເປັນຜູ້ປົກປັກຮັກ ສາ ແລະ ຊົມໃຊ້ເຂົ້າໃນວຽກ ງານລວມຂອງກົມກອງ. ໂດຍ: ນ໋ອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ