ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ອັດລົງດ້ວຍໝາກຜົນອັນຈົບງາມ
ເວລາອອກຂ່າວ: 2019-12-16 09:23:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ກອງປະຊຸມວຽກງານການ ຕ່າງປະເທດ ຄັ້ງທີ XIV ພາຍໃຕ້ ຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ” ແລະ “ເພີ່ມທະ ວີປະສິດທິພາບການຈັດຕັ້ງປະຕິ ບັດຜົນການເຄື່ອນໄຫວການຕ່າງ ປະເທດໃຫ້ປະກົດຜົນເປັນຮູບປະ ທໍາ” ທີ່ຈັດຂຶ້ນຢູ່ສູນການຮ່ວມມື ສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫລວງວຽງ ຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະ ມົນຕີກະຊວງການຕ່າງປະເທດ, ໄດ້ປິດລົງດ້ວຍຜົນສຳເລັດອັນ ຈົບງາມ ໃນວັນທີ 13 ທັນວາ ນີ້, ໂດຍມີ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ, ພ້ອມ ດ້ວຍບັນດາທ່ານໃນກົມການ ເມືອງສູນກາງພັກ, ກຳມະການ ສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ແລະ ຮອງລັດ ຖະມົນຕີ, ເຈົ້າແຂວງ ແລະ ຮອງ ເຈົ້າແຂວງຈາກທົ່ວປະເທດ, ຮອງເຈົ້າຄອງນະຄອນຫຼວງ, ເອກອັກຄະລັດຖະທູດ ແລະ ກົງ ສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ຢູ່ຕ່າງປະເທດ, ພ້ອມດ້ວຍພະນັກ ງານຫຼັກແຫຼ່ງຂອງກະຊວງການ ຕ່າງປະເທດ ແລະ ຂະແໜງການ ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງ ຖິ່ນ ເຂົ້າຮ່ວມ. ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ກ່າວວ່າ: ກອງປະຊຸມ ວຽກງານການຕ່າງປະເທດຄັ້ງ ນີ້ ໄດ້ເລີ່ມໄຂຂຶ້ນນັບແຕ່ວັນທີ 5 ທັນວາ ເປັນຕົ້ນມາ, ເຊິ່ງໄດ້ຈັດ ເປັນຫຼາຍລະດັບທີ່ແຕກຕ່າງກັນ ຄື: 1. ກອງປະຊຸມພາຍໃນກະ ຊວງການຕ່າງປະເທດ ໄດ້ຈັດຂຶ້ນ ໃນວັນທີ 5-6 ທັນວາ ນີ້, ແນໃສ່ ສ້າງຄວາມເຂັ້ມແຂງພາຍໃນຂະ ແໜງການ ໂດຍສະເພາະດ້ານ ວຽກງານຈັດຕັ້ງ-ພະນັກງານ ແລະ ການປະຕິບັດວຽກວິຊາສະ ເພາະຕ່າງໆ ເພື່ອຍົກສູງຄຸນນະພາບການເປັນເສນາທິການດ້ານວຽກງານການຕ່າງປະເທດໃຫ້ ຂັ້ນເທິງດີກວ່າເກົ່າ; 2. ກອງປະ ຊຸມເວທີປຶກສາຫາລືຮ່ວມກັບພາກ ທຸລະກິດ ຄັ້ງທີ I ຫົວຂໍ້ “ເພີ່ມທະວີ ການເຄື່ອນໄຫວການທູດຕິດພັນ ກັບການພັດທະນາເສດຖະກິດ ຂອງ ສປປ ລາວ ໃນໄລຍະໃໝ່” ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2019, ເຊິ່ງເປັນຂໍ້ລິເລີ່ມ ໃໝ່ ຂອງກະຊວງການຕ່າງປະເທດ ແນໃສ່ສ້າງຄວາມເຂົ້າໃຈທີ່ເປັນ ເອກະພາບ, ສ້າງກົນໄກປະສານ ງານທີ່ມີປະສິດທິພາບ, ສືບຕໍ່ບຸກ ທະລຸດ້ານຈິນຕະນາການຢ່າງ ແຂງແຮງເພື່ອເພີ່ມທະວີປະສິດ ທິພາບປະສິດທິຜົນໃນການເຄື່ອນ ໄຫວການທູດຕິດພັນກັບການພັດທະນາເສດຖະກິດ, ຍາດແຍ່ງຜົນ ປະໂຫຍດມາໃຫ້ປະເທດນັບມື້ນັບ ຫຼາຍຂຶ້ນ; 3. ກອງປະຊຸມລະດັບ ວິຊາການ ໄດ້ຈັດຂຶ້ນໃນວັນທີ 10-11 ທັນວາ 2019, ເຊິ່ງໄດ້ ປຶກສາຫາລື ແລະ ຮັບຮອງເອົາ ບົດສັງເກດຕີລາຄາສະພາບແວດລ້ອມພາກພື້ນ ແລະ ສາກົນ, ການ ເຄື່ອນໄຫວວຽກງານການຕ່າງ ປະເທດຂອງ ສປປ ລາວ ໃນໄລ ຍະ 3 ປີຜ່ານມາ ແລະ ທິດທາງ ໃນຕໍ່ໜ້າ ແນໃສ່ຍົກສູງຄຸນນະພາບ ໃນການເປັນເສນາທິການ, ປັບ ປຸງກົນໄກການປະສານງານ ແລະ ການຄຸ້ມຄອງວຽກງານການ ຕ່າງປະເທດຂອງ ສປປ ລາວ ໃຫ້ມີຄວາມໜັກແໜ້ນ, ຄ່ອງ ແຄ້ວ, ທັນການ ແລະ ມີປະສິດ ທິພາບ; 4. ກອງປະຊຸມປຶກສາ ຫາລືກັບບັນດາພະແນກການຕ່າງ ປະເທດ, ຫ້ອງວ່າການປົກຄອງ ແຂວງ ແລະ ນະຄອນຫຼວງ ໄດ້ ຈັດຂຶ້ນໃນວັນທີ 11 ທັນວາ 2019. ເພື່ອແນໃສ່ສ້າງຄວາມເຂັ້ມ ແຂງໃຫ້ການເຄື່ອນໄຫວວຽກ ງານການຕ່າງປະເທດຢູ່ທ້ອງ ຖິ່ນ, ເຊິ່ງກອງປະຊຸມໄດ້ເປັນເອ ກະພາບກັນຕີລາຄາວ່າ ພະແນກ ການຕ່າງປະເທດມີບົດບາດທີ່ ສໍາຄັນໃນການເປັນເສນາທິການ ໃຫ້ການນໍາແຂວງ, ນະຄອນຫຼວງ ກໍຄືກະຊວງການຕ່າງປະເທດໃນການຜັນຂະຫຍາຍວຽກງານການຕ່າງປະເທດຢູ່ທ້ອງຖິ່ນ ແລະ ເປັນ ຂົວຕໍ່ທີ່ສໍາຄັນລະຫວ່າງສູນກາງ ກັບທ້ອງຖິ່ນ, ມີຄວາມເປັນເອກະ ພາບບັນດານິຕິກໍາກ່ຽວກັບພາ ລະບົດບາດຂອງບັນດາຂະແໜງ ການຕ່າງປະເທດແຂວງ ແລະ ນະຄອນຫຼວງໃຫ້ສອດຄ່ອງ, ປັບ ປຸງກົງຈັກການຈັດຕັ້ງ, ກໍ່ສ້າງ ພະນັກງານ ແລະ ປັບປຸງກົນໄກ ການປະສານງານໃນການປະຕິ ບັດວຽກງານວິຊາສະເພາະໃຫ້ ມີປະສິດທິພາບກວ່າເກົ່າ, 5. ກອງປະຊຸມທາງການ ໄດ້ຈັດຂຶ້ນ ແຕ່ວັນທີ 12-13 ທັນວາ 2019 ໂດຍໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃສ່ຜົນ ສໍາເລັດຂອງກອງປະຊຸມວິຊາ ການ ແລະ ກອງປະຊຸມໄດ້ເປັນ ເອກະພາບສະເໜີທິດທາງແຜນ ການເຄື່ອນໄຫວວຽກງານການ ຕ່າງປະເທດໃນຕໍ່ໜ້າ ໂດຍສືບ ຕໍ່ຍຶດໝັ້ນແນວທາງການຕ່າງປະ ເທດຂອງພັກ, ຫັນການພົວພັນ ຮ່ວມມືກັບເປົ້າໝາຍຕ່າງໆໃຫ້ ເຂົ້າສູ່ລວງເລິກ ແລະ ມີປະສິດ ທິຜົນກວ່າເກົ່າ, ຄົ້ນຄວ້າສ້າງ ແຜນຍຸດທະສາດ ແລະ ຍຸດໂທ ບາຍການຕ່າງປະເທດຂອງ ສປປ ລາວ ສໍາລັບໄລຍະ 2021-2025, ສືບຕໍ່ບຸກທະລຸດ້ານຈິນ ຕະນາການຢ່າງແຮງແຂງ, ຍົກ ສູງຄຸນນະພາບການເປັນເສນາທິ ການດ້ານການຕ່າງປະເທດໃຫ້ ແກ່ຂັ້ນເທິງ, ເອົາໃຈໃສ່ແກ້ໄຂຈຸດ ຄົງຄ້າງຊາຍແດນກັບປະເທດ ເພື່ອນບ້ານ, ເພີ່ມທະວີການເຄື່ອນ ໄຫວການທູດຢ່າງຮອບດ້ານ, ເພີ່ມທະວີການຄຸ້ມຄອງວຽກ ງານການຕ່າງ ປະເທດໃຫ້ຮັບປະ ກັນລັກສະນະລວມສູນ ຜ່ານປະ ຕູດຽວ, ປັບປຸງກົນໄກການປະ ສານງານໃຫ້ກົມກຽວ ໂລ່ງລ່ຽນ ແລະ ວ່ອງໄວ, ສືບຕໍ່ສ້າງ ແລະ ປັບປຸງນິຕິກໍາຂອງຂະແໜງການຕ່າງປະເທດ ເພື່ອເປັນບ່ອນອີງ ໃຫ້ແກ່ການປະຕິບັດວຽກງານ ການຕ່າງປະເທດ, ສືບຕໍ່ສ້າງ ບາດກ້າວບຸກທະລຸຢ່າງແຂງ ແຮງ ກວ່າເກົ່າດ້ານການສ້າງ ຊັບພະຍາກອນມະນຸດ ໂດຍເອົາ ໃຈໃສ່ກໍ່ສ້າງຖັນແຖວພະນັກງານ ການທູດ ກໍຄືພະນັກງານທີ່ເຮັດ ວຽກໃນຂະແໜງການຕ່າງປະ ເທດໃຫ້ມີຄວາມເຂັ້ມແຂງທັງ ດ້ານຄວາມຮູ້ຄວາມສາມາດ ແລະ ມີຄວາມໜັກແໜ້ນທາງ ດ້ານການເມືອງແນວຄິດ. ນອກ ຈາກນັ້ນ, ກະຊວງການຕ່າງປະ ເທດຍັງໄດ້ຄົ້ນຄວ້າສ້າງ 5 ແຜນ ງານ 41 ໂຄງການ ສໍາລັບໄລຍະ 2020-2021 ເພື່ອຜັນຂະຫຍາຍ ບັນດາທິດທາງແຜນການຂ້າງ ເທິງນັ້ນເປັນອັນລະອຽດ ເພື່ອຈັດ ຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທໍາ. ໃນຕອນທ້າຍ, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ ໃນນາມຕາງໜ້າພັກ-ລັດ, ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ໂດຍໄດ້ ກ່າວຍ້ອງຍໍຊົມເຊີຍຜົນສໍາເລັດ ອັນໃຫຍ່ຫຼວງທີ່ຂະແໜງການ ຕ່າງປະເທດຍາດມາໄດ້ໃນໄລຍະ 3 ປີຜ່ານມາ, ເຊິ່ງໄດ້ປະກອບ ສ່ວນສໍາຄັນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃຫ້ຈະເລີນຮຸ່ງ ເຮືອງ, ສົມບູນພູນສຸກ ແລະ ກ້າວ ຂຶ້ນຕາມເສັ້ນທາງສັງຄົມນິຍົມ ຢ່າງໝັ້ນທ່ຽງ; ພິເສດແມ່ນຊົມ ເຊີຍແນວຄວາມຄິດລິເລີ່ມຈັດ ກອງປະຊຸມເວທີປຶກສາຫາລື ຮ່ວມກັບພາກທຸລະກິດ ເພື່ອເພີ່ມທະວີການເຄື່ອນໄຫວການທູດຕິດພັນກັບການພັດທະນາເສດຖະກິດຂອງປະເທດ. ພ້ອມນັ້ນ, ທ່ານປະທານປະເທດໄດ້ໃຫ້ທິດຊີ້ນໍາກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນຕໍ່ໜ້າ ໂດຍໄດ້ເນັ້ນ ໃຫ້ສືບຕໍ່ຍຶດໝັ້ນແນວທາງການ ຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ຢ່າງສະເໜີຕົ້ນສະເໝີປາຍ, ຕັ້ງ ໜ້າເປັນເຈົ້າການສົ່ງເສີມການ ພົວພັນຮ່ວມມືກັບຕ່າງປະເທດ ແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍ ລະດັບ ແລະ ຫຼາຍຮູບແບບ ບົນ ພື້ນຖານຫຼັກການເຄົາລົບເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະ ໂຫຍດ ແລະ ສືບຕໍ່ຜັນຂະຫຍາຍ ຄໍາຂວັນການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຕ້ອງສືບຕໍ່ຍົກສູງຄຸນນະພາບ ຂອງວຽກງານເສນາທິການໃຫ້ ຂັ້ນເທິງ ໂດຍສຸມໃສ່ການຄົ້ນຄວ້າ ວິໄຈບັນຫາຕ່າງໆທີ່ເກີດຂຶ້ນໃຫ້ເລິກເຊິ່ງເຖິງຖອງ ເຫັນໄດ້ຢ່າງ ຊັດເຈນທາດແທ້ຂອງບັນຫາ, ສູ້ຊົນແກ້ໄຂບັນຫາຊາຍແດນກັບ ປະເທດເພື່ອນບ້ານຢ່າງເປັນເຈົ້າ ການ ດ້ວຍສັນຕິວິທີ ແລະ ສືບຕໍ່ ປັກຫຼັກໝາຍຖີ່ໃຫ້ສໍາເລັດຕາມ ແຜນການ, ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຕ່າງປະເທດ ເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ຂົນຂວາຍທຶນ ຮອນຈາກຕ່າງປະເທດ ເພື່ອມາ ພັດທະນາປະເທດຊາດ, ເພີ່ມທະ ວີການຄຸ້ມຄອງວຽກງານການ ຕ່າງປະເທດໃຫ້ມີລັກສະນະລວມ ສູນກວ່າເກົ່າ ແລະ ຜ່ານປະຕູ ດຽວ, ໃຫ້ເອົາໃຈໃສ່ໃນການຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຊ່ວຍເຫຼືອຂອງ ບັນດາຊ່ຽວຊານ ແລະ ອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະ ບານຢູ່ບັນດາທ້ອງຖິ່ນ, ເອົາໃຈ ໃສ່ໂຄສະນາເຜີຍແຜ່ກ່ຽວກັບ ວຽກ ງານການຕ່າງປະເທດໃຫ້ ທຸກພາກສ່ວນກ່ຽວຂ້ອງ ເພື່ອໃຫ້ ມີຄວາມເຂົ້າໃຈເປັນເອກະພາບ ແລະ ຈັດຕັ້ງປະຕິບັດໄປລວງດຽວ ກັນ, ສືບຕໍ່ເຄື່ອນໄຫວວຽກງານ ຂົນຂວາຍຍາດແຍ່ງຄົນເຊື້ອຊາດ ລາວຢູ່ຕ່າງປະເທດ ເພື່ອໃຫ້ເຂົາ ເຈົ້າຫັນມາປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ເພື່ອເຮັດສໍາເລັດໜ້າທີ່ການ ເມືອງອັນໜັກໜ່ວງທີ່ເຕັມໄປ ດ້ວຍຄວາມທ້າທາຍຂ້າງເທິງ ນັ້ນ, ຕ້ອງເພີ່ມທະວີວຽກງານ ປັບປຸງ ແລະ ກໍ່ສ້າງພັກກໍຄືການ ກໍ່ສ້າງຂະແໜງການຕ່າງປະ ເທດໃຫ້ເຂັ້ມແຂງໜັກແໜ້ນຮອບ ດ້ານ ໂດຍສະເພາະຄົ້ນຄວ້າປັບ ປຸງກົງຈັກການຈັດຕັ້ງຢູ່ພາຍໃນ ກະຊວງ ແລະບັນດາສໍານັກງານ ຜູ້ຕາງໜ້າແຫ່ງ ສປປ ລາວ ຢູ່ ຕ່າງປະເທດຕາມທິດກະທັດຮັດ ແລະ ປະຢັດງົບປະມານ, ແຕ່ ຕ້ອງຮັບປະກັນການເຄື່ອນໄຫວ ຢ່າງຄ່ອງຕົວ ແລະ ມີປະສິດທິ ພາບ, ພ້ອມທັງເອົາໃຈໃສ່ບໍາລຸງ ກໍ່ສ້າງພະນັກງານຂະແໜງການ ຕ່າງປະເທດຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ເປັນລະບົບ ມີຍຸດທະ ສາດຄັກແນ່ ທັງໄລຍະສັ້ນ, ໄລ ຍະກາງ, ໄລຍະຍາວ ແລະ ມີ ແຜນປະຕິບັດງານລະອຽດ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ