ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາວ-ກຳປູເຈຍ-ໄທ ປຶກສາຫາລືວຽກງານຕ້ານການສໍ້ລາດບັງຫຼວງ
ເວລາອອກຂ່າວ: 2019-12-13 09:16:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ກອງປະຊຸມປຶກສາຫາລື 3 ຝ່າຍຄັ້ງທີ II ລະຫວ່າງອົງ ການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງແຫ່ງ ສປປ ລາວ, ໜ່ວຍງານຕ້ານການ ສໍ້ລາດບັງຫຼວງ ແຫ່ງຣາຊາອາ ນາຈັກກໍາປູເຈຍ ແລະ ຄະນະກໍາ ມະການປ້ອງກັນ ແລະ ປາບປາມການສໍ້ລາດບັງຫຼວງ ແຫ່ງ ຣາຊະ ອານາຈັກໄທ ໄດ້ຈັດຂຶ້ນໃນວັນ ທີ 11 ທັນວາ ນີ້, ທີ່ໂຮງແຮມຈໍາປາສັກແກຣນ ແຂວງຈຳປາ ສັກ ສປປ ລາວ ຝ່າຍປະເທດລາວ ນໍາໂດຍ ທ່ານ ວິໄລວັນ ບຸດດາຄໍາ ຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງ ແຫ່ງສປປ ລາວ ພ້ອມດ້ວຍຄະນະ; ຝ່າຍຣາຊະອານາຈັກກໍາປູເຈຍ ນໍາໂດຍທ່ານ ຢອນ ຊີນັດ ຮອງປະ ທານອົງການຕ້ານການສໍ້ລາດ ບັງຫຼວງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ແລະ ຝ່າຍຣາຊະອານາຈັກໄທນຳ ໂດຍ ທ່ານ ພິເຊດ ພຸ່ມພັນ ຮອງເລ ຂາທິການ ສໍານັກງານປ້ອງກັນ ແລະ ປາບປາມການສໍ້ລາດບັງຫຼວງແຫ່ງຊາດຣາຊະອານາຈັກໄທ ພ້ອມດ້ວຍຄະນະ; ໂດຍການ ເປັນກຽດເຂົ້າຮ່ວມຂອງ ທ່ານ ສີໄນ ມຽງລາວັນ ຮອງປະທານ ອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ ລາດບັງຫຼວງ ແຫ່ງ ສປປ ລາວ, ມີປະທານອົງການກວດກາ ແຂວງຈໍາປາສັກ, ປະທານອົງ ການກວດກາແຂວງອັດຕະປື, ຮອງປະທານກວດກາ, ຫົວໜ້າ ກົມ-ຮອງກົມ ແລະ ຫົວໜ້າພະ ແນກການຕ້ານການສໍ້ລາດບັງ ຫຼວງຂັ້ນສູນກາງ ແລະ ແຂວງ ຈໍາປາສັກເຂົ້າຮ່ວມ. ທ່ານ ສີໄນ ມຽງລາວັນ ກ່າວ ວ່າ: ໃນທ່າມກາງບັນຍາກາດ ທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ເພື່ອຜັນຂະຫຍາຍຜົນສຳ ເລັດຂອງກອງປະຊຸມ 3 ຝ່າຍ ຄັ້ງ ທີ I ທີ່ໄດ້ຈັດຂຶ້ນຢູ່ທີ່ແຂວງ ອຸບົນຣາຊະທານີ, ຣາຊະອານາ ຈັກໄທ ໃນທ້າຍປີທີ່ຜ່ານມາ ແລະ ເປັນການຜັນຂະຫຍາຍມາດຕາ 48 ແລະ 49 ຂອງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການ ຕ້ານການສໍ້ລາດບັງຫຼວງ, ບົດ ບັນທຶກຄວາມເຂົ້າໃຈຂອງອົງ ການຈັດຕັ້ງຕ້ານການສໍ້ລາດບັງ ຫຼວງບັນດາປະເທດອາຊີຕາເວັນ ອອກສ່ຽງໃຕ້ກໍຄືບົດບັນທຶກ ຄວາມເຂົ້າໃຈກ່ຽວກັບການຮ່ວມ ມືສອງຝ່າຍທີ່ໄດ້ລົງນາມຮ່ວມ ກັນ ແລະ ເພື່ອສືບຕໍ່ແລກປ່ຽນບົດ ຮຽນປະສົບການ ແລະ ປຶກສາຫາ ລືເພື່ອຊອກຫາຊ່ອງທາງເພີ່ມ ທະວີການຮ່ວມມືສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທີ່ມີ ລັກສະນະຂ້າມຊາດ ຫຼື ການສໍ້ລາດ ບັງຫຼວງທີ່ພົວພັນກັບອາຊະຍາ ກຳຂ້າມຊາດ, ປະກອບສ່ວນເຂົ້າ ໃນການປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງລັດ, ສັງຄົມ ແລະ ຂອງປະຊາຊົນທັງສາມປະເທດ. ເຊິ່ງຝ່າຍລາວກໍໄດ້ແຈ້ງສະພາບ ໃນການຈັດຕັ້ງປະຕິບັດວຽກງານ ການສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫຼວງໃນໄລຍະທີ່ຜານມາ ແມ່ນໄດ້ສືບຕໍ່ສ້າງ, ປັບປຸງ ແລະ ຜັນຂະຫຍາຍບັນດານະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິ ກຳລຸ່ມກົດໝາຍກ່ຽວກັບວຽກ ງານສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫຼວງຢ່າງຕໍ່ເນື່ອງ; ໄດ້ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ສິດໜ້າທີ່, ກົນໄກ ການຄຸ້ມຄອງບໍລິຫານລັດໃຫ້ມີຄວາມທັນສະໄໝ, ກະທັດຫັດ, ໂປ່ງໃສ; ເພີ່ມທະວີການສຶກສາອົບ ຮົມປູກຈິດສຳນຶກໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ. ນອກນັ້ນ, ຍັງໄດ້ກວດ ກາໂຄງການລົງທຶນຂອງລັດເລີ່ມ ແຕ່ຫົວທີ ເປັນຕົ້ນ: ໂຄງການ ກໍ່ສ້າງເສັ້ນທາງ, ຊົນລະປະທານ, ອາຄານສະຖານທີ່, ການຈັດຊື້ອຸ ປະກອນການແພດ, ການນໍາເຂົ້າ ວັດຖຸອຸປະກອນ ແລະ ແຮງງານ ສໍາລັບໂຄງການກໍ່ສ້າງເສັ້ນທາງ ລົດໄຟ ລາວ-ຈີນ; ການດໍາເນີນ ການກວດກາຕາມຜົນການກວດ ສອບທີ່ສະພາແຫ່ງຊາດມອບໃຫ້ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ເປັນ ຕົ້ນ: ໂຄງການບໍ່ຜ່ານການປະ ເມີນ, ໂຄງການບໍ່ຜ່ານການປະ ມູນ, ໂຄງການນອກແຜນທີ່ສະພາ ຮັບຮອງ ແລະ ອື່ນໆ. ຈາກນັ້ນ, ຣາຊະອານາຈັກກໍາປູເຈຍ ແລະ ຣາຊະອານາຈັກໄທ ກໍໄດ້ແຈ້ງ ສະພາບກ່ຽວກັບວຽກງານຕ້ານ ການສໍ້ລາດບັງຫຼວງໃນໄລຍະ ຜ່ານມາຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງ ຄ້າງ ພ້ອມທັງມີການປະກອບຄໍາ ຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນ. ການຈັດກອງປະຊຸມປຶກສາຫາ ລື 3 ຝ່າຍຄັ້ງທີ II ກໍເພື່ອເປັນການ ຈັດຕັ້ງປະຕິບັດຕາມເນື້ອໃນຈິດ ໃຈຂອງສົນທິສັນຍາສະຫະປະ ຊາຊາດ ວ່າດ້ວຍການຕ້ານການ ສໍ້ລາດບັງຫຼວງ, ເປັນການແລກ ປ່ຽນບົດຮຽນວຽກງານສືບ ສວນ-ສອບສວນ; ການປະຕິບັດ ຕາມກອງປະຊຸມປຶກສາຫາ ຫຼື 3 ຝ່າຍຄັ້ງທີ I; ສືບຕໍ່ແລກປ່ຽນ ບົດຮຽນກ່ຽວກັບວຽກງານຕ້ານ ການສໍ້ລາດບັງຫຼວງ ແລະ ສືບຕໍ່ ປຶກສາຫາລືກ່ຽວກັບການຮ່ວມ ມື ແລະ ການສະກັດກັ້ນຕ້ານ ການສໍ້ລາດບັງຫຼວງ ທີ່ກ່ຽວຂ້ອງ ກັບອາຊະຍາກໍາຂ້າມຊາດເປັນ ຕົ້ນ: ການລັກລອບຄ້າຢາເສບ ຕິດ, ການຄ້າມະນຸດ, ຄ້າອາວຸດ, ຄ້າ ສັດ, ການລັກລອບຂົນສົ່ງນໍ້າມັນ ແລະ ອື່ນໆທີ່ຜິດກົດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ