ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການ ກະຊວງປ້ອງກັນປະເທດ ປິດ ຂະບວນການແຂ່ງຂັນກີລາສະໝັກຫຼີ້ນ ປະຈຳປີ 2018
ເວລາອອກຂ່າວ: 2018-11-27 22:16:23 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:



ຫ້ອງວ່າການກະຊວງປ້ອງ ກັນປະເທດປິດການແຂ່ງຂັນກີ ລາສະໝັກຫລິ້ນປະຈຳປີ 2018 ເພື່ອຕ້ອນຮັບວັນຊາດທີ 2 ທັນ ວາ ຄົບຮອບ 43 ປີ ແລະ ວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນໃນຕອນ ບ່າຍວັນທີ 23 ພະຈິກ 2018 ນີ້, ໂດຍການເປັນປະທານຂອງ ທ່ານ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກ ກະຊວງ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະແນກການ, ບໍລິສັດລັດວິສາຫະກິດ ແລະ ພະນັກງານ-ນັກຮົບ ຕະຫຼອດ ເຖິງບັນດານັກກີລາໃນທົ່ວຫ້ອງ ວ່າການກະຊວງປ້ອງກັນປະ ເທດເຂົ້າຮ່ວມຢ່າງພ້ອມພຽງ. ຂະບວນການແຂ່ງຂັນກີລາ ປະຈຳປີຂອງຫ້ອງວ່າການກະ ຊວງປ້ອງກັນປະເທດໄດ້ເປີດ ການແຂ່ງຂັນຂຶ້ນໃນວັນທີ 16 ພະຈິກ 2018 ຜ່ານມາ ແລະ ໄດ້ ສໍາເລັດລົງດ້ວຍບັນຍາກາດ ການແຂ່ງຂັນຄຶກຄື້ນມ່ວນຊື່ນ ແລະ ຮັບປະກັນຄວາມປອດໄພ ໄດ້ສ່ວນຮ້ອຍ, ທັງນີ້ກໍເພື່ອເປັນ ການສ້າງບັນຍາກາດ ຟົດຟື້ນ ມ່ວນຊື່ນຂໍ່ານັບຮັບຕ້ອນ ວັນປະ ຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະ ເພາະ ແມ່ນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີ ຄວາມໝາຍເລິກເຊິ່ງອີກດ້ານ ໜຶ່ງກໍເພື່ອເປັນການເສີມສ້າງສຸ ຂະພາບຂອງນັກກີລາ ກໍຄືພະ ນັກງານ-ນັກຮົບໃຫ້ມີຄວາມ ແຂງແຮງ ແລະ ເປັນການເຕົ້າ ໂຮມຄວາມສາມັກຄີພາຍໃນ, ຮັບປະກັນການປະຕິບັດໜ້າທີ່ ວຽກງານວິຊາສະເພາະຂອງແຕ່ ລະພາກສ່ວນ ພ້ອມທັງຄັດເລືອກ ເອົານັກກີລາຜູ້ດີເດັ່ນເປັນຕົວ ແທນໃຫ້ນັກກີລາຫ້ອງວ່າການ ກະຊວງປ້ອງກັນປະເທດ ເຂົ້າ ຮ່ວມແຂ່ງຂັນງານກີລາກອງທັບ ເຂດໃຈກາງນະຄອນຫລວງ ວຽງຈັນທີ່ຈະຈັດຂຶ້ນໃນມໍ່ໆນີ້ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີໃນປີນີ້ມີຄວາມເບີກບານ ຄຶກຄື້ນມ່ວນຊື່ນ. ສໍາລັບການແຂ່ງຂັນກີລາໃນ ຄັ້ງນີ້, ມີບັນດາກົມກອງ, ຫ້ອງ ການ ແລະ ບໍລິສັດ-ລັດວິສາ ຫະກີດໄດ້ສົ່ງທີມກີລາຂອງຕົນ ເຂົ້າຮ່ວມ. ໃນນີ້ປະກອບມີ 5 ລາຍການ ຄື: ບານສົ່ງຊາຍ, ເປ ຕັງຊາຍ, ເປຕັງຍິງ, ດຶງເຊືອກ ຍິງປະສົມຊາຍ ແລະ ກີລາປິງ ປ່ອງຊາຍຄູ່. ຜ່ານການດຳເນີນ ການແຂ່ງຂັນມາເປັນເວລາ ໜຶ່ງ ອາທິດສາມາດສະຫລຸບໄດ້ດັ່ງນີ້: ປະເພດກີລາບານສົ່ງຊາຍໄດ້ ລາງວັນທີ 1 ບໍລີສັດລາວເດີນ ອາກາດ, ທີ 2 ຫ້ອງການບໍລິ ຫານຫ້ອງວ່າການ, ທີ 3 ກົມ ກົດໝາຍ; ປະເພດກີລາເປຕັງ ເພດຊາຍໄດ້ລາງວັນທີ 1 ກອງ ລົດ ຫ້ອງວ່າການ, ທີ 2 ກົມກົດໝາຍ, ທີ 3 ຫ້ອງການ ປກຊ-ປກສ ສູນກາງ; ເປຕັງຍິງ ໄດ້ລາງວັນທີ 1 ບໍລີສັດລາວ ເດີນອາກາດ, ທີ 2 ກົມກົດ ໝາຍ, ທີ 3 ກົມຮັກສາສຸຂະ ພາບ; ປະເພດກີລາດຶງເຊືອກຍິງ ປະສົມຊາຍໄດ້ລາງວັນທີ 1 ກົມ ພົວພັນຕ່າງປະເທດ, ທີ 2 ກົມ ກົດໝາຍ, ທີ 3 ຫ້ອງການບໍລິ ຫານ ແລະ ປະເພດກີລາປິງປ່ອງ ຊາຍຄູ່ໄດ້ທີ 1 ກົມເສດຖະກິດ, ທີ 2 ຫ້ອງການບໍລິຫານຫ້ອງວ່າ ການ, ທີ 3 ກອງລົດຫ້ອງວ່າ ການ. ຈາກນັ້ນກໍໄດ້ມອບເງິນ ລາງວັນ ແລະ ຂັນໃຫ້ແກ່ອັນ ດັບທີ 1, ທີ 2, ທີິ 3 ຂອງແຕ່ລະ ປະເພດຢ່າງເໝາະສົມ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ