ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານສະພາແຫ່ງຊາດ ກ່າວສູນທອນພົດໄຂກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8
ເວລາອອກຂ່າວ: 2019-11-08 09:03:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ປະຕິບັດຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາ ແຫ່ງຊາດ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ, ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ລັດ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ພວມສຸ່ມໃສ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານ ສູນກາງພັກຄັ້ງທີ 8 ແລະ 9 ສະໄໝທີ X ຂອງສູນກາງພັກ, ມະ ຕິກອງປະຊຸມສະໄໝສາມັນເທື່ອທີ 6 ແລະ 7 ຂອງສະພາແຫ່ງຊາດ ຊຸດທີ VIII ແລະການສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຕ້ອນ ຮັບກອງປະຊຸມໃຫຍ່ສາມຂັ້ນດ້ວຍບັນຍາກາດຟົດຟື້ນກອງປະຊຸມມີ ຄວາມປິຕິຊົມຊື່ນ ຖືເປັນກຽດຢ່າງຍິ່ງທີ່ໄດ້ຂຳ່ນັບຮັບຕ້ອນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມບັນດາທ່ານການນໍາ-ອະດີດການນໍາຂັ້ນສູງຂອງພັກ- ລັດ, ບັນດາທ່ານນັກປະຕິວັດອາ ວຸໂສ, ຜູ້ຊົງຄຸນວຸດທິ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ, ອະ ດີດສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ- ລັດ, ອົງການຈັດຕັ້ງແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະ ຖາບັນ, ນັກທຸລະກິດ, ແຂກຖືກ ເຊີນ ແລະ ບັນດາພະນັກງານ-ລັດ ຖະກອນພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ກຽດເຂົ້າຮ່ວມ. ປີ 2019 ເປັນປີທີ 4 ທີ່ການຈັດ ຕັ້ງ ພັກ-ລັດ ແລະ ທຸກພາກສ່ວນ ຂອງສັງຄົມ ໄດ້ສຸມໃສ່ຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ແຜນການ 5 ປີ ຂອງສະພາແຫ່ງຊາດຊຸດທີ VIII ເຂົ້າສູ່ລວງເລິກ ແລະ ມີຜົນສໍາ ເລັດໃນຫຼາຍດ້ານ. ຕະຫຼອດໄລຍະ ເກືອບ 10 ເດືອນກວ່າຜ່ານມາ, ສະພາບການຂອງໂລກ ແລະ ພາກ ພື້ນຍັງສືບຕໍ່ປະເຊີນກັບສິ່ງທ້າ ທາຍຫຼາຍດ້ານເປັນຕົ້ນ: ອັດຕາ ເຕີບໂຕທາງດ້ານເສດຖະກິດໂລກ ມີທ່າງອ່ຽງທົດຖອຍ, ໄພທໍາມະ ຊາດ, ສົງຄາມການຄ້າ, ຄວາມ ເຄັ່ງຕຶງໃນບາງຂົງເຂດ ແລະ ເຫດ ການອື່ນໆ ເຊິ່ງເຮັດໃຫ້ລາຄານໍ້າ ມັນ, ລາຄາຄໍາ ແລະ ເງິນຕາສະ ກຸນຫຼັກ ໃນຕະຫຼາດໂລກມີການ ເໜັງຕີງພໍສົມຄວນ. ພາຍໃນປະ ເທດຂອງພວກເຮົາ ກໍຍັງປະເຊີນ ກັບຄວາມຫຍຸ້ງຍາກຫຼາຍປະ ການ, ເສດຖະກິດມະຫາພາກມີ ຄວາມບອບບາງ, ຜົນກະທົບຈາກ ການລະບາດຂອງພະຍາດອະ ຫິວາໝູອາຟຣິກາ, ຕັກແຕນກິນ ສາລີ, ພະຍາດໄຂ້ຍຸງລາຍ, ສະ ພາບນໍ້າຖ້ວມໃນ 13 ແຂວງແຕ່ ຮ້າຍແຮງ ໃນ 6 ແຂວງພາກກາງ ແລະ ພາກໃຕ້, ເຊິ່ງສະພາບການ ດັ່ງກ່າວໄດ້ສົ່ງຜົນກະທົບບໍ່ໜ້ອຍ ຕໍ່ເສດຖະກິດ ແລະ ການເງິນຂອງ ປະເທດເຮົາ, ສ້າງຄວາມເສຍ ຫາຍຢ່າງຫຼວງຫຼາຍໃຫ້ແກ່ຊີວິດ, ຊັບສິນ ແລະ ການຜະລິດຂອງ ປະຊາຊົນ, ການເກັບລາຍຮັບບໍ່ ບັນລຸຕາມແຜນການ, ເງິນກີບ ອ່ອນຄ່າ, ລາຄາສິນຄ້າຫຼາຍປະ ເພດເໜັງຕີງສູງຂຶ້ນ, ຊີວິດການ ເປັນຢູ່ຂອງພະນັກງານ,ທະຫານ, ຕໍາຫຼວດ ກໍຄືປະຊາຊົນບັນດາເຜົ່າ ພົບຄວາມຫຍຸ້ງຍາກ, ເຖິງຈະປະ ເຊີນກັບສິ່ງທ້າທາຍທີ່ກ່າວມານັ້ນ ແຕ່ຍ້ອນສູນກາງພັກ ໄດ້ຊີ້ນໍາ ຢ່າງໃກ້ຊິດດ້ວຍການເສີມຂະ ຫຍາຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງການຈັດ ຕັ້ງ ພັກ-ລັດ ທຸກຂັ້ນ ແລະ ທຸກພາກ ສ່ວນຂອງສັງຄົມໄດ້ພ້ອມກັນ ຜ່ານຜ່າຄວາມຫຍຸ້ງຍາກ, ຊອກ ວິທີແກ້ໄຂ ເຊິ່ງໄດ້ເຮັດໃຫ້ສະພາບ ກັບສູ່ພາວະປົກກະຕິດີຂຶ້ນເປັນລໍາ ດັບ, ປະເທດຊາດຂອງພວກເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍ, ເສດຖະ ກິດ-ສັງຄົມໄດ້ມີການ ພັດທະນາ, ການຄຸ້ມຄອງ ແລະ ບໍລິຫານ ລັດຕາມກົດໝາຍໄດ້ຮັບການປັບ ປຸງດີຂຶ້ນ. ກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ ເປັນກອງປະຊຸມທ້າຍ ປີ, ສະນັ້ນໄດ້ພິຈາລະນາ, ຕົກລົງ ຫຼາຍບັນຫາສໍາຄັນຂອງປະເທດ ຊາດເປັນຕົ້ນ 1. ພິຈາລະນາຮັບ ຮອງເອົາການສະເໜີແຕ່ງຕັ້ງສະ ມາຊິກລັດຖະບານຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ; 2. ຮັບຟັງ ແລະ ພິຈາລະນາ ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ ແລະ ແຜນ ເງິນຕາປະຈໍາປີ 2019 ແລະ ທິດ ທາງແຜນການປະຈໍາປີ 2020; 3. ພິຈລະນາ, ຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະ ທິດທາງ ແຜນການປະຈໍາປີ 2020 ຂອງ ອົງການກວດສອບແຫ່ງລັດ ປະຈໍາປີ 2018; ບົດ ລາຍງານ ຂອງອົງການກວດກາລັດຖະບານກ່ຽວກັບການກວດກາ ຕາມຜົນການກວດສອບສົກປີ 2014-2015-2016 ແລະ ປີ 2017; 4. ຮັບຟັງການປະກອບ ຄຳຄິດຄຳເຫັນຂອງຄະນະປະ ຈໍາສະພາແຫ່ງຊາດຕໍ່ກັບບົດລາຍ ງານຂອງລັດຖະບານ, ອົງການ ກວດສອບແຫ່ງລັດ ແລະ ອົງການ ກວດກາລັດຖະບານ; 5. ພິຈາລະ ນາຮັບຮອງເອົາບົດລາຍງານຜົນ ການຕິດຕາມກວດກາຂອງຄະ ນະປະຈໍາສະພາແຫ່ງຊາດ ກ່ຽວ ກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຕິດ ພັນກັບການເກັບລາຍຮັບ, ສ້າງ ວິຊາຊີບ, ການພັດທະນາສີມືແຮງ ງານທີ່ມີຄຸນນະພາບ, ການສ້າງ ວຽກເຮັດງານທໍາຂອງປະຊາຊົນ ແລະ ການຈັດຕັ້ງປະຕິບັດນິຕິກໍາ ທີ່ພົວພັນກັບການເຊົ່າ, ສຳປະ ທານທີ່ດິນ; 6. ພິຈາລະນາ, ຮັບ ຮອງເອົາບົດລານງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສຸງສຸດກ່ຽວ ກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານປະ ຈໍາປີ 2019 ແລະ ທິດທາງແຜນ ການປະຈໍາປີ 2020; 7. ພິຈາລະ ນາຮັບຮອງເອົາບົດລາຍງານ ກ່ຽວກັບການເຄືອນໄຫວວຽກ ງານຂອງສະພາແຫ່ງຊາດ ປະຈໍາ ປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020; 8. ພິຈາລະນາຮັບຮອງເອົາການຈັດຕັ້ງປະເມີນ ການການປະຕິບັດໜ້າທີ່ຂອງບຸກ ຄະລາກອນດໍາລົງຕໍາແໜ່ງທີ່ສະ ພາແຫ່ງຊາດເລືອກຕັ້ງ ແລະ ຮັບ ຮອງເອົາການແຕ່ງຕັ້ງ; 9. ພິຈາ ລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 8 ສະບັບຄື: ໃນຂົງເຂດເສດຖະກິດ 4 ສະບັບ ແລະ ຂົງເຂດວັດທະນະ ທໍາ-ສັງຄົມ 4 ສະບັບ. ນອກຈາກ ເນື້ອໃນສຳຄັນທີ່ກ່າວມານັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການ ຊີ້ແຈງອະທິບາຍຈາກ 5 ກະຊວງ ກ່ຽວຂ້ອງ ກ່ຽວກັບນະໂຍບາຍ, ວິທີການ, ມາດຕະການ ເພື່ອຊຸກ ຍູ້ການຜະລິດສະບຽງອາຫານ, ການສົ່ງເສີມການຜະລິດ ແລະ ຄຸ້ມຄອງອັດຕາເງິນເຟີ້, ອັດຕາ ແລກປ່ຽນ; ການປະຕິບັດນະໂຍ ບາຍປະຢັດ; ການຄຸ້ມຄອງການ ເຂົ້າ-ອອກເມືອງ ແລະ ຮັບຟັງການ ປະກອບຄວາມຄິດເຫັນຂອງສູນ ກາງແນວລາວສ້າງຊາດຕໍ່ກອງ ປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VIII. ເພື່ອຮັບປະກັນເຮັດໃຫ້ກອງ ປະຊຸມຄັ້ງນີ້ບັນລຸຜົນສໍາເລັດຕາມ ຄາດໝາຍວາງໄວ້ຈຶ່ງຮຽກຮ້ອງ ມາຍັງບັນດາສະມາຊິກສະພາ ແຫ່ງຊາດຈົ່ງເຊີດຊູຄວາມຮັບຜິດ ຊອບການເມືອງຂອງຕົນຕາມ ສິດ, ໜ້າທີ່ ເຊິ່ງກໍານົດໄວ້ໃນກົດ ໝາຍວ່າດ້ວຍສະພາແຫ່ງຊາດ, ສຸ່ມສະຕິປັນຍາ, ຍາດເວລາສຶກ ສາຄົ້ນຄວ້າ ແລະ ປະກອບຄໍາຄິດ ເຫັນຢ່າງເລິກເຊິ່ງ ແລະ ມີຈຸດສຸມ ເຂົ້າໃສ່ບັນດາເນື້ອໃນສໍາຄັນຂອງຊາດທີ່ນໍາມາພິຈາລະນາໃນກອງ ປະຊຸມຄັ້ງນີ້ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້. ຂ່າວ: ບຸນຊ້ອຍ ພາບ ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ