ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງທັບ ລາວ-ຣັດເຊຍ ພົບປະແລກປ່ຽນວຽກງານແຜ່ນທີ່
ເວລາອອກຂ່າວ: 2019-11-08 08:55:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



ກອງປະຊຸມພົບປະແລກປ່ຽນວຽກງານແຜນທີ່ລະຫວ່າງຄະນະຜູ້ແທນກົມແຜນທີ່ກອງທັບ, ກົມໃຫ່ຍເສນາທິການກອງທັບ ປະຊາຊົນລາວ ແລະ ກົມແຜນທີ່ທະ ຫານກະຊວງປ້ອງກັນປະເທດແຫ່ງສະຫະພັນຣັດເຊຍຕາງໜ້າຄະນະຜູ້ແທນຝ່າຍ ລາວນໍາ ໂດຍ ສະຫາຍ ພັນເອກ ທອງ ຈັນ ວັນນະສີ ຫົວໜ້າກົມແຜນ ທີ່ກອງທັບ ພ້ອມດ້ວຍຄະນະ ແລະ ຕາງໜ້າຄະນະຜູ້ແທນຝ່າຍຣັດ ເຊຍ ນໍາໂດຍ ສະຫາຍ ພົນຈັດຕະ ວາ ຊາລີຊະນຸກ ອາເລັກຊານ ເດີ ນິໂກລາເອວິດ, ຫົວໜ້າກົມ ແຜນທີ່ທະຫານ, ກົມໃຫຍ່ເສນາ ທິການ ກໍາລັງປະກອບອາວຸດ ແຫ່ງສະຫະພັນຣັດເຊຍ ພ້ອມດ້ວຍ ຄະນະທັງສອງຝ່າຍເຂົ້າຮ່ວມ ເມື່ອວັນທີ 7 ພະຈິກ ນີ້. ໃນກອງປະຊຸມສອງຝ່າຍໄດ້ປຶກສາຫາລືບາງບັນຫາກ່ຽວກັບທິດ ທາງການຮ່ວມມືໃນຕໍ່ໜ້າ ໂດຍສະ ເພາະວຽກງານສຳຫຼວດ ແລະ ສ້າງແຜນທີ່ ແລະ ການມອບ-ຮັບ ຊຸດອຸປະກອນຫ້ອງຮຽນ ແລະ ຊຸດ ອຸປະກອນຜະລິດ ແລະ ພິມແຜນ ທີ່ ໃນປີ 2020 ເພື່ອຮັບປະກັນ ໃນການສ້າງແຜນທີ່ຕົວຈິງກ່ຽວ ກັບການແປ ແລະ ນໍາໃຊ້ພາສາ ລາວໃນລະບົບ ແລະ ການຈັດສົ່ງ ນັກວິຊາການຈາກຣັດເຊຍ ເພື່ອ ຈັດຕັ້ງການເຝິກອົບຮົມໃຫ້ແກ່ ນັກວິຊາການເຕັກນິກຝ່າຍລາວ ໃນການນໍາໃຊ້ຊຸດອຸປະກອນຫ້ອງ ຮຽນ, ການຜະລິດ ແລະ ພິມແຜນ ທີ່ເພື່ອກໍ່ສ້າງພະນັກງານວິຊາ ການທີ່ມີຄຸນນະພາບໃຫ້ແກ່ກອງ ທັບປະຊາຊົນລາວ ໃນຂົງເຂດ ວຽກງານສໍາຫຼວດ ແລະ ສ້າງ ແຜນທີ່ກໍຄືການແລກປ່ຽນຂໍ້ມູນ ຂ່າວສານພູມສາດຕໍ່ການສ້າງ ຖານຂໍ້ມູນຂ່າວສານ ເພື່ອຮັບປະ ກັນຄວາມປອດໄພ ໃນການສັງ ລວມ, ການຮັກສາ ແລະ ສົ່ງຂໍ້ມູນ ແຜນທີ່ລະບົບຕົວເລກພ້ອມດຽວ ກັນນັ້ນຝ່າຍຣັດເຊຍສະເໜີໃຫ້ ຝ່າຍລາວສົ່ງຄະນະວິຊາການກົມ ແຜນທີ່ໄປຣັດເຊຍ ເພື່ອສຶກສາ, ຖອດຖອນບົດຮຽນກ່ຽວກັບການ ໃຊ້ເຕັກໂນໂລຊີສ້າງແຜນທີ່ ທີ່ທັນ ສະໄໝ ແລະ ຢ້ຽມຢາມບັນດາໂຮງ ງານທີ່ກ່ຽວຂ້ອງໃນນະຄອນ ຫຼວງມົດສະກູ ເພື່ອຮຽນຮູ້ກ່ຽວກັບອຸປະກອນທີ່ທັນສະໄໝ ແລະ ຄວາມອາດສາມາດຂອງຊັອບ ແວ ໃນການສ້າງແຜນທີ່ລະບົບ ຕົວເລກໃນການສຳຫຼວດ ແລະ ຮຽນຮູ້ກ່ຽວກັບອຸປະກອນສຳ ຫຼວດພາທາງທີ່ທັນສະໄໝ, ນອກ ນີ້ຝ່າຍຣັດເຊຍ ໄດ້ສະເໜີໃຫ້ຝ່າຍ ລາວເຂົ້າຮ່ວມການເຝິກຊ້ອມ ຮ່ວມກັນໃນຂົງເຂດວຽກງານສໍາ ຫຼວດວັດແທກແຜນທີ່ຢູ່ເມືອງ ໂຣສຕົບ-ນາໂດນນູໃນປີ 2020. ໃນການມາເຮັດວຽກຄັ້ງນີ້, ຄະນະຜູ້ແທນກົມແຜນທີ່ທະຫານ ຣັດເຊຍຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ແລະ ໄດ້ລົງຢ້ຽມຢາມ ໂຮງງານແຜນທີ່ກອງທັບ ແລະ ກອງສຳຫຼວດວັດແທກແຜນທີ່ກອງທັບອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ