ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 11 ຈັດຕັ້ງເຝິກແອບຍິງລູກປືນແທ້ ຄັ້ງທີ 1
ເວລາອອກຂ່າວ: 2019-11-07 09:58:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ໃນວັນທີ 1 ພະຈິກ ນີ້, ກອງ ພັນໃຫຍ່11 ໄດ້ຈັດຕັ້ງເຝິກແອບ ຍິງລູກປືນແທ້ຄັ້ງທີ 1 ຂຶ້ນຢູ່ທີ່ ສະໜາມຍິງປືນຂອງວິທະຍາ ຄານກົມມະດຳ. ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນຕີ ກິລະ ກອນ ບຸນນະຜົນ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ, ຫົວໜ້າ ການທະຫານກອງພັນໃຫຍ່11, ມີບັນດາແຂກທີ່ຖືກເຊີນມາຈາກ ບັນດາກົມນ້ອຍ, ອຳນວຍການວິ ທະຍາຄານ ແລະ ກົມກອງອ້ອມ ຂ້າງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງ ພັນໃຫຍ່ 11 ເຂົ້າຮ່ວມ. ການຈັດຕັ້ງເຝິກແອບຍິງລູກປືນ ແທ້ໃນຄັ້ງນີ້ກໍເພື່ອເປັນການຫັດ ແອບໃຫ້ພະນັກງານ-ນັກຮົບມີ ຄວາມຊຳນິຊຳນານທາງດ້ານສິ ລະປະຍຸດ-ຍຸດທະວິທີສ້າງໃຫ້ພະ ນັກງານບັນຊາມີໄຫວພິກ, ມີຫົວ ຄິດປະດິດສ້າງ, ໃນການສູ້ຮົບຕົວ ຈິງ. ກ່ອນເຂົ້າຊົມການເຝິກແອບ ຍິງປືນແທ້ຄັ້ງນີ້ ສະຫາຍ ພັນເອກ ກົງທອງ ສຸຂະວົງ ໄດ້ຂຶ້ນລາຍ ງານຄວາມຕັດສິນໃຈສູ້ຮົບຂອງ ກອງພັນໃຫຍ່ໃຫ້ ສະຫາຍ ພົນຕີ ກິລະກອນ ບຸນນະຜົນ ຫົວໜ້າກົມ ໃຫຍ່ເຕັກນິກກອງທັບ ພ້ອມດ້ວຍ ແຂກທີ່ຖືກເຊີນໃຫ້ຮັບຊາບຄວາມ ມຸ້ງປະສົງໃນການຫັດແອບ. ຫຼັງ ຈາກນັ້ນການເຝິກແອບບັນດາ ກອງພັນຕ່າງໆໄດ້ດຳເນີນໄປ ຕາມແຜນການ ພາຍຫຼັງສຳເລັດ ການຫັດແອບຍິງລູກປືນແທ້ ແລ້ວ ສະຫາຍ ພົນຕີ ກິລະກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກ ນິກກອງທັບກໍໄດ້ໃຫ້ກຽດໂອ້ລົມ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຄະນະ ພັກ-ຄະນະບັນຊາກອງພັນໃຫຍ່ 11 ພ້ອມດ້ວຍພະນັກງານ-ນັກ ຮົບທີ່ພ້ອມກັນເຮັດສຳເລັດໜ້າທີ່ ວິຊາສະເພາະຂອງຕົນ, ເຮັດໃຫ້ ການຈັດຕັ້ງເຝິກແອບຮ່ຳຮຽນຍິງ ເປົ້າໝາຍໃນຄັ້ງນີ້ບັນລຸໄປດ້ວຍ ດີ, ຮັບປະກັນຄວາມປອດໄພ 100%. ໂດຍ: ນັກຂ່າວກອງພັນໃຫຍ່ 11



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ