ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງຈຳປາສັກ ປະກາດການຈັດຕັ້ງຂັ້ນພະແນກ
ເວລາອອກຂ່າວ: 2019-11-07 09:26:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 104 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຈໍາປາສັກ ໄດ້ຈັດພິທີປະ ກາດການຈັດຕັ້ງຂັ້ນພະແນກ ແລະ ຫົວໜ້າໜ່ວຍທຸລະກິດຂອງກົມກອງໃນທ້າຍເດືອນຕຸລາ ນີ້, ໂດຍການເປັນປະທານຂອງສະ ຫາຍ ພົນຈັດຕະວາ ສຸໄກ ພິມມະ ສານ ເລຂາຄະນະພັກຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງຈໍາປາສັກ, ມີຄະ ນະພັກ-ຄະນະບັນຊາ 5 ຫ້ອງ ອ້ອມຂ້າງພະແນກການກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາສິງ ແກ້ວ ວິໄລ ຫົວໜ້າພະແນກພະນັກງານທະ ຫານແຂວງຈໍາປາສັກ ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຈໍາປາສັກ ວ່າດ້ວຍການແຕ່ງຕັ້ງພະນັກ ງານເຮັດໜ້າທີ່ຮັກສາການພະ ແນກການທີ່ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ, ໃນນັ້ນໄດ້ຕົກລົງແຕ່ງຕັ້ງສະຫາຍ ພັນຕີ ນາງສີຫາ ກັນຍາວົງ ຮັກ ສາການຫົວໜ້າພະແນກສະຫະ ພັນແມ່ຍິງ, ສະຫາຍ ພັນຕີ ບົວຜັນ ສີພູນສຸກ ເປັນຮັກສາການຮອງ ພະແນກຊາວໜຸ່ມ, ແຕ່ງຕັ້ງສະ ຫາຍ ພັນຕີ ຈັນທະລາ ວັນນະສິນ ເປັນຫົວໜ້າຮັບຜິດຊອບຊີ້ນໍາ ລວມໜ່ວຍງານຜະລິດນໍ້າດື່ມຂອງ ກອງບັນຊາການ, ສະຫາຍ ຮ້ອຍ ເອກ ສຸກກະເສີມ ເປັນຮອງຫົວ ໜ້າໜ່ວຍງານຜະລິດນໍ້າດື່ມ, ແຕ່ງ ຕັ້ງ ສະຫາຍ ຮ້ອຍເອກ ສຸວັນ ວົງ ພົມໄຊ ເປັນຫົວໜ້າຊີ້ນໍາລວມປ້ຳ ນ້ຳມັນມັງກອນໄຊ ທີ່ຂຶ້ນກັບກອງ ບັນຊາການ, ສະຫາຍ ຮ້ອຍໂທ ຄານຸກອນ ອ່ອນແກ້ວ ເປັນຮອງ ລົງເລີກຊີ້ນໍາວຽກງານການຂາຍ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ສຸໄກ ພິມມະສານ ກໍໄດ້ໃຫ້ ກຽດໂອ້ລົມຕໍ່ພະນັກງານ-ນັກ ຮົບທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ ຂອງຕົນບົນພື້ນຖານຄວາມສາ ມັກຄີເປັນເອກະພາບ ພ້ອມກັນ ຕັດສິນໃຈສູ້ຊົນໃຫ້ຜ່ານຜ່າທຸກ ອຸປະສັກຂໍ້ຫຍຸ້ງຍາກເພື່ອເຮັດ ສໍາເລັດໜ້າທີ່ກໍຄືທິດທາງຄາດ ໝາຍທີ່ຄະນະພັກຂັ້ນເທິງວາງ ໄວ້ໃຫ້ມີປະສິດທິຜົນສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ