ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຕ້ອນຮັບທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ຣັດເຊຍ ເຂົ້າຢ້ຽມອຳລາ
ເວລາອອກຂ່າວ: 2019-11-06 09:31:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ໃນວັນທີ 5 ພະຈິກນີ້, ທ່ານ ພົນ ຕີ ແອສະໄໝ ເລືອງວັນໄຊຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດແຫ່ງ ສປປ ລາວໄດ້ ໃຫ້ກຽດ ຕ້ອນຮັບ ທ່ານພັນເອກ ອາເລັກເຊ ກາວາລົບທີ່ປຶກສາທູດຝ່າຍປ້ອງ ກັນຊາດ ສ ຣັດເຊຍປະຈຳລາວ ເນື່ອງໃນໂອກາດຈະສຳເລັດໜ້າ ທີ່ການທູດຢູ່ ສປປ ລາວ ໃນທ້າຍ ເດືອນພະຈິກ 2019 ນີ້. ໂອກາດດັ່ງກ່າວນີ້, ທ່ານ ພັນ ເອກ ອາເລັກເຊ ກາວາລົບ ທີ່ປືກ ສາທູດຝ່າຍປ້ອງກັນຊາດ ສ ຣັດ ເຊຍປະຈຳລາວກໍໄດ້ກ່າວສະແດງ ຄວາມຮູ້ບຸນຄຸນຕໍ່ທ່ານຮອງລັດ ຖະມົນຕີກໍຄືກະຊວງປ້ອງກັນປະ ເທດແຫ່ງ ສປປ ລາວທີ່ ໄດ້ໃຫ້ ຄວາມຊ່ວຍເຫຼືອຕະຫຼອດໄລຍະ ເວລາທີ່ຕົນມາດຳລົງຕຳແໜ່ງ ເປັນທີ່ປຶກສາທູດຝ່າຍປ້ອງກັນ ຊາດປະຈຳ ສປປ ລາວ ພ້ອມທັງໄດ້ ລາຍງານການເຄື່ອນໄຫວໃນ ການປະຕິບັດໜ້າທີ່ຂອງຕົນໃນ ໄລຍະຜ່ານມາ ເປັນຕົ້ນແມ່ນການ ຮ່ວມມືລະຫວ່າງສອງປະເທດກໍຄື ສອງກອງທັບ ລາວ-ຣັດເຊຍແມ່ນ ມີການພົວພັນຮ່ວມມືທີ່ ເປັນມູນ ເຊື້ອມາແຕ່ຍາວນານ ແລະ ໃຫ້ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານຕ່າງໆມາໂດຍຕະຫຼອດ ເຊິ່ງ ມັນເປັນການຮັດແໜ້ນການພົວ ພັນ ຣັດເຊຍ-ລາວ ໃຫ້ນັບມື້ນັບມີ ການຂະຫຍາຍຕົວຂຶ້ນເປັນກ້າວໆ. ທ່ານ ພົນຕີ ແອສະໄໝ ເລືອງ ວັນໄຊ ກໍໄດ້ສະແດງຄວາມຊົມ ເຊີຍ ແລະ ຂອບໃຈມາຍັງທ່ານ ທີ່ປືກສາທູດຝ່າຍປ້ອງກັນຊາດ ສ ຣັດເຊຍ ປະຈຳ ສປປ ລາວ ທີ່ ໄດ້ເອົາໃຈໃສ່ໃນການປະຕິບັດ ໜ້າທີ່ຂອງຕົນ ຈົນສຳເລັດຢ່າງ ສະຫງ່າງາມ ແລະ ມີໝາກຜົນທີ່ ພົ້ນເດັ່ນຫຼາຍດ້ານ ເຊິ່ງມັນແມ່ນ ບາດກ້າວໜຶ່ງ ໃນການຮ່ວມມື ເພື່ອ ເສີມສ້າງສາຍພົວພັນມິດຕະ ພາບຄວາມສາມັກຄີຂອງສອງ ປະເທດກໍຄືຂອງສອງກອງທັບ ລາວ-ຣັດເຊຍ ໃຫ້ໝັ້ນຄົງທະ ນົງແກ່ນ ແລະ ຍືນຍົງຕະຫຼອດ ໄປ. ພ້ອມກັນນີ້, ທ່ານຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ກໍໄດ້ປະດັບ ຫຼຽນໄຊພິລາດອາດຫານຊັ້ນ II ໃຫ້ ແກ່ ທ່ານ ພັນເອກ ອາເລັກເຊກາ ວາລົບ ໃນໂອກາດສຳເລັດໜ້າທີ່ ການ ທູດຢູ່ ສປປ ລາວ ນຳອີກ. ໂດຍ: ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ