ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ
ເວລາອອກຂ່າວ: 2019-10-17 09:19:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:



ກະຊວງກະສິກໍາ ແລະ ປ່າໄມ້ຮ່ວມກັບອົງການອາຫານ ແລະ ການກະເສດຈັດງານສະ ເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂຶ້ນໃນວັນທີ 16 ຕຸລາ 2019ນີ້, ຢູ່ທີ່ສູນການຄ້າ ລາວ- ໄອເຕັກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະ ເສດພ້ອມດ້ວຍຂະແໜງການທີ່ ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ທ່ານ ປອ ລຽນ ທິແກ້ວ ກ່າວວ່າ: ຄວາມ ທຸກຍາກ ແລະ ໄພອຶດຫິວໄດ້ກາຍເປັນບັນຫາໃຫຍ່ຂອງທົ່ວ ໂລກມາຫຼາຍສັດຕະວັດມາ ແລ້ວຍ້ອນສາເຫດການປ່ຽນ ແປງດິນຟ້າອາກາດຂອງໂລກທີ່ຮຸນແຮງຂຶ້ນ, ພາໃຫ້ເກີດໄພພິ ບັດທາງທໍາມະຊາດຢ່າງຕໍ່ເນື່ອງ. ການລະບາດຂອງພະຍາດຢູ່ນຳຄົນ ແລະ ສັດ, ສັດຕູພືດທໍາ ລາຍເຮັດໃຫ້ຜົນຜະລິດດ້ານສະ ບຽງອາຫານຕົກຕໍ່າ. ການສະ ເຫຼີມສະຫຼອງວັນອາຫານໂລກ ໃນປີ 2019 ນີ້, ແມ່ນຄົບຮອບ 39 ປີ ພາຍໃຕ້ຄໍາຂວັນ" ການ ກະທໍາຂອງພວກເຮົາຄືອະນາຄົດຂອງພວກເຮົາ, ສົ່ງເສີມ ການກິນອາຫານທີ່ດີມີຄຸນຄ່າ ຕໍ່ສຸຂະພາບ ເພື່ອການລຶບລ້າງ ຄວາມອຶດຫິວໃນໂລກ" ການສະ ເຫຼີມສະຫຼອງ 3 ວັນດັ່ງກ່າວ, ໃນປີນີ້ແມ່ນດຳເນີນໄປໃນເງື່ອນໄຂທີ່ບັນດາປະເທດຢູ່ໃນໂລກພວມພ້ອມກັນສະກັດກັ້ນຕໍ່ ບັນຫາດັ່ງກ່າວນັບທັງປະເທດ ເຮົາໄດ້ຮັບຜົນສໍາເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ, ຄຽງ ຄູ່ກັນນັ້ນຫຼາຍປະເທດກໍໄດ້ຖືກ ຜົນກະທົບຂອງໄພພິບັດຕ່າງໆ ຢ່າງໜັກໜ່ວງ ເຊິ່ງໄດ້ກາຍເປັນອຸປະສັກການສູ້ຊົນບັນລຸຄາດໝາຍ ໃນການລຶບລ້າງຄວາມທຸກຍາກ ແລະ ໄພອຶດຫິວຂອງໂລກທີ່ວາງ ໄວ້ໃຫ້ສໍາເລັດໃນປີ 2030. ສະເພາະປະເທດເຮົາກໍໄດ້ຮັບຜົນ ກະທົບຈາກໄພທໍາມະຊາດຢ່າງ ໜັກໜ່ວງເປັນຕົ້ນແມ່ນໄພນໍ້າ ຖ້ວມຢູ່ບັນດາແຂວງພາກກາງ ແລະ ໃຕ້, ການລະບາດຂອງບົ້ງ ຝູງສາລີ ແລະ ໄພແຫ້ງແລ້ງ ຢູ່ພາກເໜືອ, ການລະບາດ ຂອງພະຍາດອະຫິວາໝູ່ອາຟຣິກາຢູ່ ຫຼາຍແຂວງໃນຂອບເຂດທົ່ວ ປະເທດ. ດັ່ງນັ້ນ, ການສະເຫຼີມສະຫຼອງວັນອາຫານໂລກ, ວັນ ສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ບໍ່ສະເພາະແຕ່ມີຄວາມໝາຍ ຄວາມສໍາຄັນທີ່ສຸດ ແນໃສ່ປູກ ຈິດສໍານຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊາດໃນທົ່ວໂລກໄດ້ ເຂົ້າໃຈເຖິງບັນຫາສິ່ງທ້າທາຍ ຕ່າງໆຈາກການປ່ຽນແປງດິນ ຟ້າອາກາດເທົ່ານັ້ນຫາກຍັງ ເປັນການແຈ້ງເຕືອນ ແລະ ປຸກ ລະດົມກໍາລັງແຮງທົ່ວສັງຄົມລາວ ແລະ ປະຊາຄົມໂລກເພື່ອ ເຝົ້າລະວັງ, ປ້ອງກັນຜົນເສຍຫາຍ ທີ່ອາດຈະເກີດຂຶ້ນ ແລະ ຮ່ວມກັນ ແກ້ໄຂຜົນຮ້າຍຂອງໄພພິບັດໃຫ້ກັບສູ່ສະພາບປົກກະຕິໂດຍໄວຢູ່ ສປປ ລາວ. ເພື່ອເປັນການທົດແທນຜົນ ເສຍຫາຍ ໃນລະດູຝົນປີນີ້ ແລະ ມີສ່ວນແຮໄວ້ເພື່ອເປັນສະບຽງ ພາຍໃນ ແລະ ຂາຍສິນຄ້າ; ຂະ ແໜງການກະສິກໍາ ແລະ ປ່າໄມ້ ບົນພື້ນຖານຄວາມເປັນເອກະ ພາບກັບທ້ອງຖິ່ນໃນທົ່ວປະເທດ ໄດ້ວາງຄາດໝາຍສູ້ຊົນສູງກວ່າ ທຸກປີຄື: ນາແຊງໃຫ້ໄດ້ 100.000 ເຮັກຕາ, ຜະລິດເຂົ້ານາປີ 2020 ໃຫ້ໄດ້ 870.000 ເຮັກຕາ, ຜົນ ຜະລິດເຂົ້າທັງໝົດ ໃຫ້ໄດ້ 4 ລ້ານ ໂຕນ; ປູກພືດເປັນສິນຄ້າໃຫ້ໄດ້ 3843.00 ເຮັກຕາ; ສະໜອງ ຊີ້ນ,ໄຂ່ ແລະ ປາ ໃຫ້ສະເລ່ຍການ ບໍລິໂພກ 65 ກິໂລຕໍ່ຄົນຕໍ່ປີໃນປີ 2020.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ