ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫຼວງພະບາງ ເປີດເຝິກອົບຮົມວຽກງານຂ່າວສານໄລຍະສັ້ນຄັ້ງທີ II
ເວລາອອກຂ່າວ: 2019-10-17 09:06:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ພິທີເປີດເຝິກອົບຮົມວຽກງານຂ່າວສານໄລຍະສັ້ນຄັ້ງທີ II ທົ່ວທະຫານແຂວງຫຼວງພະບາງ ໃນວັນທີ 15 ຕຸລາ ນີ້, ຢູ່ທີ່ສະໂມສອນຂອງຫ້ອງການເມືອງທະຫານແຂວງ, ເປັນກຽດເຂົ້າ ຮ່ວມເປັນປະທານຂອງສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ມີບັນດາຄູ-ອາຈານຈາກກອງບັນນາທິການໜັງສືພິມກອງທັບ,ຄະນະອະນຸກໍາມະການຮັບຜິດຊອບຕະຫຼອດເຖິງນັກສໍາມະນາກອນທົ່ວທະຫານ ແຂວງເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພັນໂທ ທອງໄຊ ໄພຍະສິດ ຫົວໜ້າພະ ແນກໂຄສະນາອົບຮົມທະຫານ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກອງບັນຊາການທະຫານແຂວງ ຫຼວງພະບາງ ວ່າດ້ວຍການອະນຸ ມັດເປີດບັ້ນເຝິກອົບຮົມວຽກງານ ຂ່າວສານໃຫ້ບັນດາຕາໜ່າງ ຂ່າວ. ເຊິ່ງໃນນີ້ມີພະນັກງານ- ນັກຮົບ ທີ່ເຮັດວຽກງານໂຄສະນາມາຈາກກອງບັນຊາການທະຫານເມືອງ, ຫ້ອງການ, ພະແນກການ, ກອງພັນ, ກົມກອງຮາກຖານເຂົ້າ ຮ່ວມເຝິກອົບຮົມ 35 ສະຫາຍ, ການອົບຮົມແມ່ນຈະໄດ້ເຊື່ອມຊຶມ ເອກະສານຈັນຍາບັນຂອງນັກ ຂ່າວ, ເຕັກນິກການຖ່າຍຮູບ, ວິທີ ການຂຽນຂ່າວ, ການຂຽນບົດ ວຽກດີຄົນເດັ່ນ, ການລາຍງານ ຂ່າວ. ຈຸດປະສົງ ແລະ ຄາດໝາຍ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານສື່ມວນຊົນໃນສະເພາະໜ້າ ແລະ ຍາວນານ, ແນໃສ່ຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານການຂຽນຂ່າວ, ວຽກດີຄົນເດັ່ນ ຂອງບັນດາຕາໜ່າງຂ່າວຢູ່ແຕ່ລະ ກົມກອງໃຫ້ມີຄຸນນະພາບດີຂຶ້ນ ແລະ ແນໃສ່ເຮັດໃຫ້ຜູ້ທີ່ເຮັດວຽກ ງານຂ່າວສານມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ວຽກງານສື່ມວນຊົນ, ເພີ່ມທະວີຄວາມສາມາດການເກັບກໍາຂໍ້ມູນ ແລະ ສະໜອງຂ່າວສານຜົນງານການເຄື່ອນໄຫວເຮັດໜ້າທີ່ວຽກ ງານຂອງນາຍ ແລະ ພົນທະຫານ ໃນແຕ່ລະໄລຍະໃຫ້ທັນກັບສະ ພາບຢ່າງເປັນປົກກະຕິ, ການເຝິກ ອົບຮົມຈະດໍາເນີນໄປຈົນເຖິງວັນ ທີ 17 ຕຸລາ 2019 ຈຶ່ງຈະສໍາເລັດ. ໂອກາດນີ້, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ມີຄໍາເຫັນ ໂອ້ລົມເນັ້ນໃຫ້ຄະນະຮັບຜິດຊອບ ຕ້ອງເອົາໃຈໃສ່ຊີ້ນໍາບັ້ນເຝິກອົບ ຮົມຢ່າງໃກ້ຊິດຕິດແທດ, ບັນດາ ສະຫາຍນັກສໍາມະນາກອນຕ້ອງ ຍົກສູງຄວາມຮັບຜິດຊອບ ໃນ ການຄົ້ນຄວ້າຮໍ່າຮຽນ ແລະ ຍາດ ແຍ່ງເອົາບົດຮຽນນໍາຄູ-ອາຈານ ເພື່ອຫຼໍ່ຫຼອມຕົນເອງການເປັນນັກ ວິຊາການທີ່ມີຄຸນນະພາບ, ພ້ອມກັນນັ້ນກໍຕ້ອງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ປະຕິບັດຂໍ້ກໍານົດກົດລະບຽບໃຫ້ເຂັ້ມງວດ ເພື່ອເຮັດໃຫ້ການເຝິກອົບຮົມໃນຄັ້ງນີ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍ. ພາບ: ໄຊຍະສອນ ລັດຕະນະວົງ ຂໍ້ມູນ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ