ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການຊ້ອມຮົບທາງອາກາດສາກົນຢູ່ບຣາຊິນ
ເວລາອອກຂ່າວ: 2018-11-25 12:54:19 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 11321 | ຄວາມນິຍົມ:



ຕາມຂ່າວສານຫວຽດນາມ ລາຍງານເມື່ອວັນທີ 20 ພະຈິກ 2018 ນີ້ວ່າ: ການຊ້ອມຮົບ ທາງອາກາດທີ່ມີຊື່ວ່າ Cruzex 2018 ດຳເນີນຢູ່ນະຄອນ ນາ ໂທ, ເມືອງເອກ ຣີໂອ ແກຣນ ເດີ ນໍເຕ, ປະເທດບຣາຊິນ ເມື່ອວັນທີ 19 ພະຈິກ ຜ່ານມານີ້, ໂດຍມີ ການເຂົ້າຮ່ວມຂອງເຮືອບິນ 100 ລຳ ທີ່ມາຈາກ 7 ປະເທດ ໃນໂລກ. ການຊ້ອມຮົບຄັ້ງນີ້ແມ່ນການ ຊ້ອມຮົບທາງອາກາດໃຫຍ່ກວ່າ ໝູ່ ໂດຍກອງທັບອາກາດ, ທະ ຫານບົກ, ທະຫານເຮືອ ເປັນເຈົ້າ ພາບຈັດຕັ້ງ ແລະ ຈະແກ່ຍາວ ຮອດວັນທີ 30 ພະຈິກ ນີ້. ມີປະ ເທດເຂົ້າຮ່ວມຄື:ບຣາຊິນ, ກາ ນາດາ, ຈີເລ, ຝຣັ່ງ, ເປຣູ, ອູຣູ ກວາຍ ແລະ ອາເມຣິກາ ເຂົ້າ ຮ່ວມການຊ້ອນຮົບສົມມຸດເກີດ ສົງຄາມທາງອາກາດກັບເຮືອ ບິນສູ້ຮົບທີ່ທັນສະໄໝ, ໃນຂະ ນະທີ່, ໂບລີເວຍ, ອິນເດຍ, ຊູ ແອດ, ອັງກິດ ແລະ ເວເນຊູເອ ລາ ແມ່ນບັນດາປະເທດສັງເກດ ການ. ນອກນັ້ນ, ກຳລັງພິເສດ ຂອງ ປອກຕຸຍການ ແລະ ຝຣັ່ງ ກໍເຂົ້າຮ່ວມການຊ້ອມຮົບ ດ້ວຍ ຖານະເປັນນັກບັນລະຍາຍທີ່ ກອງປະຊຸມສຳມະນາກ່ຽວກັບ ການນຳໃຊ້ກຳລັງແຮງເຫຼົ່າທັບ ອາກາດໃນບັນດາໜ້າທີ່ຮັບຜິດ ຊອບຂອງສະຫະປະຊາຊາດ. ການຊ້ອມຮົບນີ້ ຈະຊ່ວຍໃຫ້ ກອງທັບບັນດາປະເທດ ມີໂອ ກາດໄດ້ສົມທົບກັນຊ້ອມຮົບ, ຝຶກ ຊ້ອມ, ແລກປ່ຽນບົດຮຽນ, ປະ ກອບສ່ວນຊຸກຍູ້ການພົວພັນລະ ຫວ່າງບັນດາປະເທດເພື່ອແນ ໃສ່ຮັບມືກັບບັນດາສິ່ງທ້າທາຍ ລວມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ