ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານກວດກູ້ລະເບີດບໍ່ທັນແຕກໂຄງການກໍ່ສ້າງທາງລົດໄຟ ລາວ - ຈີນ ປະຈຳປີ 2019
ເວລາອອກຂ່າວ: 2019-10-02 08:33:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ຄະນະຮັບຜິດຊອບວຽກງານ ກວດກູ້ລະເບີດບໍ່ທັນແຕກທີ່ ຕົກຄ້າງໂຄງການກໍ່ສ້າງເສັ້ນ ທາງລົດໄຟລາວ-ຈີນ ໄດ້ຈັດກອງ ປະຊຸມສະຫຼຸບວຽກງານຮອບ ດ້ານປະຈໍາປີ 2019 ແລະ ວາງ ທິດທາງແຜນການປະຈຳປີ 2020 ໄດ້ຈັດຂຶ້ນໃນທ້າຍເດືອນກັນຍາ ນີ້, ທີ່ກອງພົນທີ 1 ໂດຍການ ເປັນປະທານຂອງສະຫາຍພົນ ຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ຫົວໜ້າຄະນະ ຊີ້ນຳວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ມີທ່ານ ແທ່ນຄຳ ທອງ ບົນ ຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ບັນດາຜູ້ຕາງບໍລິສັດລົດໄຟລາວ-ຈີນ, ຄະນະຊີ້ນຳຄະນະຮັບຜິດ ຊອບ ພ້ອມດ້ວຍຄະນະພັກ-ຄະ ນະບັນຊາກອງພົນທີ 1, 2, 3 ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າ ຮ່ວມ. ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳວຽກງານກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງໂຄງການກໍ່ສ້າງທາງ ລົດໄຟ ລາວ- ຈີນ ໃຫ້ຮູ້ວ່າ: ເພື່ອ ຮັບປະກັນຄວາມປອດໄພໃຫ້ ການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນເຖິງນະຄອນຫຼວງວຽງ ຈັນໃຫ້ມີຄວາມປອດໄພຮອບ ດ້ານ. ກະຊວງປ້ອງກັນປະເທດ ຈຶ່ງໄດ້ຕົກລົງມອບໃຫ້ກົມໃຫຍ່ ເສນາທິການກອງທັບ ເປັນຜູ້ຊີ້ນໍາ ໂດຍນໍາໃຊ້ກໍາລັງຂອງເຫຼົ່າຮົບ ຊ່າງແສງໃນຕົ້ນ ປີ 2019 ເປັນ ຕົ້ນມາໄດ້ສຸມໃສ່ການກວດກູ້ລະເບີດບໍ່ທັນແຕກອອກຈາກ ພື້ນທີ່ຂອງແລວທາງໃຫ້ໄດ້ ເບື້ອງລະ 50 ແມັດ, ປາກອຸມຸງ, ສະຖານທີ່ສ້າງເສົາຂົວຕ່າງໆ ໃຫ້ໄດ້ 100 ແມັດມົນທົນ ແລະ ຂອບເຂດກໍ່ສ້າງສະຖານນີຕ່າງໆ ໃຫ້ໄດ້ມາດຕະຖານຂອງແຜນ ຜັງການກໍ່ສ້າງ ໂດຍນຳໃຊ້ກຳ ລັງປະຈຳພາກສະໜາມທັງໝົດ 192 ສະຫາຍເຂົ້າເຮັດໜ້າທີ່ຢູ່ໃນ 6 ຊ່ວງ ສັນຍາຂອງການກໍ່ສ້າງ, ໂດຍຕັ້ງເປັນ 5 ສູນບັນຊາ, ແຕ່ ລະຊ່ວງທາງມີ 1 ໝວດ ກວດກູ້ ລະເບີດ, ມາຮອດເດືອນກໍລະກົດ 2019 ຍ້ອນສະພາບດິນຟ້າອາ ກາດບໍ່ເອື້ອອຳນວຍຄະນະຮັບຜິດ ຊອບກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນໂຄງການກໍ່ສ້າງ ເສັ້ນທາງລົດໄຟ ໄດ້ຖອນກຳລັງ 156 ສະຫາຍກັບຄືນກົມກອງ, ປັດຈຸບັນມີ 5 ສູນບັນຊາ ປະຈຳຢູ່ 6 ຊ່ວງທາງມີຈຳນວນພົນປະ ຈຳຢູ່ພາກສະໜາມ ຈຳນວນ 36 ສະຫາຍ, ຜ່ານການຈັດຕັ້ງປະ ຕິບັດວຽກງານກວດກູ້ ແລະ ທໍາ ລາຍລະເບີດໃຫ້ໂຄງວການ ກໍ່ສ້າງເສັ້ນທາງລົດໄຟໃນປີ 2019 (ແຕ່ເດືອນມັງກອນ-ສິງ ຫາ 2019) ຂອງແຕ່ລະໄລຍະ ສາມາດປະຕິບັດໄດ້ ຄື: ເນື້ອທີ່ ກວດກູ້ລະເບີດທັງໝົດ 709,76 ເຮັກຕາ, ກວດກູ້ບໍ່ໄດ້ 87.36 ເຮັກ ຕາ, ເນື້ອທີ່ຖາງປ່າ 228,64 ເຮັກຕາ, ກວດພົບຊິ້ນສ່ວນລະ ເບີດທັງໝົດ 61,586 ເຮັກຕາ, ກວດພົບລູກລະເບີດ 23 ໜ່ວຍ, ເນື້ອທີ່ບໍ່ສາມາດກວດກູ້ລະເບີດ ໄດ້ເປັນບ້ານຂອງປະຊາຊົນ ແລະ ເສັ້ນທາງເລກທີ 13 ເໜືອ ແຕ່ໄລຍະທາງທີ 1-6 ມີແລວ ທາງ 7.681 ກິໂລແມັດ ມີເນື້ອ ທີ່ 76,81 ເຮັກຕາ, ສັງລວມ ແລ້ວນັບແຕ່ເດືອນມັງກອນ 2017 ຫາ ເດືອນມິຖຸນາ 2019 ສາ ມາດປະຕິບັດການກວດກູ້ ແລະ ທຳລາຍລະເບີດໃນໂຄງການ ກໍ່ສ້າງເສັ້ນທາງລົດໄຟສຳ ເລັດ 2.665 ກວ່າເຮັກຕາຂອງເນື້ອ ທີ່ຈະກວດກູ້ທັງໝົດ 3.951 ເຮັກຕາທຽບໃສ່ແຜນການສາ ມາດປະຕິບັດໄດ້ 67,2% . ໃນໂອກາດນີ້, ສະຫາຍພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ເພື່ອເປັນບ່ອນ ອີງໃນການສືບຕໍ່ຈັດຕັ້ງປະຕິບັດ ໜ້າທີ່ກວດກູ້ລະເບີດບໍ່ທັນແຕກ ຮັບປະກັນຄວາມປອດໄພໃຫ້ ໂຄງການກໍ່ສ້າງເສັ້ນທາງລົດ ໄຟລາວ-ຈີນ ໃນປີ 2020, ຄະນະ ຊີ້ນຳ, ຄະນະຮັບຜິດຊອບໂຄງ ການດັ່ງກ່າວ ຕ້ອງເພີ່ມທະວີ ວຽກງານສືກສາອົບຮົມການ ເມືອງນຳພາແນວຄິດໃຫ້ພະນັກ ງານ-ນັກຮົບເຊື່ອມຊຶມຕໍ່ແນວ ທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດໂດຍສະເພາະ ແມ່ນແມ່ນຈັດຕັ້ງປະຕິບັດ 4 ໜ້າ ທີ່ໃຫຍ່ 26 ແຜນງານທີ່ຄະນະ ພັກກະຊວງປ້ອງກັນປະເທດວາງ ອອກ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ເຂັ້ມງວດໃນການຈັດຕັ້ງ ປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ, ປຸກລະດົມ ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມ ມື ແລະ ປະກອບສ່ວນເຂົ້າ ຮ່ວມຢ່າງເປັນຂະບວນກວ້າງ ຂວາງ, ພ້ອມກັນນັ້ນກໍປັບປຸງ ແກ້ໄຂບັນຫາທີ່ຄົງຄ້າງເພື່ອຈັດຕັ້ງປະຕິບັດທິດທາງແຜນການໃນປີ 2020ໃຫ້ສຳເລັດ, ເປັນເຈົ້າການຕ້ານ ແລະ ສະກັດ ກັ້ນທັບມ້າງກົນອຸບາຍລ່ຽມລາຍ ຂອງຄົນບໍ່ດີຫວັງສ້າງຄວາມ ບໍ່ສະຫງົບຕໍ່ໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ເວົ້າ ສະເພາະແມ່ນວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງໃນໂຄງການດັ່ງກ່າວ ໃຫ້ມີປະສິດທິພາບສູງ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ