ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກກົມທະຫານຊາຍແດນ ຮັກສາໄດ້ມູນເຊື້ອກອງແຂງ - ໜ່ວຍພັກຮູ້ນຳພາຮອບດ້ານເປັນຄັ້ງທີ 7
ເວລາອອກຂ່າວ: 2019-10-01 08:44:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ສີ ພັນ ພຸດທະວົງ ເລຂາໜ່ວຍພັກ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບໄດ້ຊີ້ແຈງໃນໂອກາດມອບ-ຮັບ ນາມມະຍົດກອງແຂງ-ໜ່ວຍ ພັກຮູ້ນໍາພາຮອບດ້ານປະຈໍາປີ 2018 ຂອງໜ່ວຍພັກກົມທະ ຫານຊາຍແດນວ່າ: ໃນໄລຍະ ຜ່ານມາຄະນະພັກກົມທະຫານ ຊາຍແດນແມ່ນໄດ້ຍົກສູງບົດ ບາດການຊີ້ນໍາ-ນຳພາຂອງຕົນ ໃນການປັບປຸງກໍ່ສ້າງພັກໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງໃນ ທຸກດ້ານ ຕາມທິດສ້າງກອງຮາກ ຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາ ພາຮອບດ້ານທີ່ຂັ້ນເທິງວາງ ອອກ ບົນພື້ນຖານປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກໝູນ ໃຊ້ຢ່າງສອດຄ່ອງກັບທິດສະດີ ການກໍ່ສ້າງກອງຮາກຖານເຂັ້ມ ແຂງ-ໜ່ວຍພັກຮູ້ນໍາພາຮອບ ດ້ານ ແລະ ແທດເໝາະກັບເງື່ອນ ໄຂຕົວຈິງຂອງກົມກອງ, ພ້ອມ ກັນນັ້ນກໍໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະ ຕິວັດ ແລະ ເປັນເຈົ້າການເຂົ້າ ຮ່ວມຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວຢ່າງເປັນຂະບວນ ຟົດຟື້ນຢ່າງກວ້າງຂວາງ, ດ້ານ ແບບແຜນການນໍາພາຄະນະ ໜ່ວຍພັກໄດ້ປະຕິບັດຢ່າງເຂັ້ມ ງວດຕາມຫຼັກການລວມສູນປະ ຊາທິປະໄຕ ເຮັດວຽກເປັນໝູ່ ຄະນະ, ມີການແບ່ງງານ-ແບ່ງ ຄວາມຮັບຜິດຊອບໃຫ້ບຸກຄົນ ແລະ ຕ້ອງໃຫ້ແທດເໝາະກັບ ຄວາມຮູ້, ຄວາມສາມາດ ແລະ ປະສົບການຕົວຈິງ, ພ້ອມທັງໄດ້ ປະຕິບັດລະບອບດຳເນີນຊີວິດ ການເມືອງພາຍໃນໜ່ວຍພັກ ເປັນປົກກະຕິຖືເອົາການຕຳນິຕິ ຊົມຕົນເອງ, ຕິຊົມເຊິ່ງກັນ ແລະ ກັນເປັນສຳຄັນ ອັນໄດ້ ເຮັດໃຫ້ໜ່ວຍພັກກົມທະຫານ ຊາຍແດນສາມາດຮັກສາໄດ້ມູນເຊື້ອກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ເປັນຄັ້ງທີ 7 ແລະ ຈໍານວນສະ ມາຊິກພັກແຂງຮອບດ້ານ ແລະ ແຂງກໍກວມເອົາອັດຕາສ່ວນ ເກືອບ 100%. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນ ທີ 30 ກັນຍາ 2019 ນີ້, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ່ຍຊ່າ ຄະນະພັກກົມໃຫຍ່ເສນາທິການ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີຄະນະໜ່ວຍ ພັກກົມທະຫານຊາຍແດນພ້ອມ ດ້ວຍສະມາຊິກພັກເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ່ຍຊ່າ ກໍໄດ້ ເປັນກຽດມອບໃບຢັ້ງຢືນກອງ ຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ ນໍາພາຮອບດ້ານໃຫ້ໜ່ວຍພັກ ດັ່ງກ່າວ ພ້ອມທັງໄດ້ມີຄໍາເຫັນ ຊີ້ນໍາ ແລະ ເນັ້ນໃຫ້ໜ່ວຍພັກຖື ສໍາຄັນວຽກງານສຶກສາອົບຮົມ ການເມືອງນໍາພາແນວຄິດເປັນ ຫຼັກ, ເອົາໃຈໃສ່ຕໍ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບເຮັດໃຫ້ບໍລິເວນຊາຍແດນ ຕິດຈອດກັບແຕ່ລະປະເທດມີ ຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ເອົາໃຈໃສ່ປັບປຸງ ຂະແໜງການວິຊາສະເພາະໃຫ້ ມີການຮັບປະກັນດີ ແລະ ສືບ ຕໍ່ກໍ່ສ້າງພັກ-ພະນັກງານຖືເອົາ ຄຸນນະພາບເປັນກົກ ແລະ ເປັນ ບັນຫາສໍາຄັນ, ສືບຕໍ່ຊີ້ນໍາ-ນໍາ ພາປັບປຸງກໍ່ສ້າງໜ່ວຍພັກໃຫ້ມີ ຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນ ຕິດພັນກັບການກໍ່ສ້າງກອງ 3 ປອດ ແລະ ກໍ່ສ້າງນັກຮົບວັດທະນະທຳ, ກອງວັດທະນະທໍາ ໃຫ້ໄດ້ຮັບໝາກຜົນອັນດີ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ