ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະກົມໃຫຍ່ເຕັກນິກກອງທັບຕ້ອນຮັບຄະນະຜູ້ແທນກົມໃຫຍ່ອຸດສາຫະກຳປ້ອງກັນຊາດຫວຽດນາມ
ເວລາອອກຂ່າວ: 2019-09-26 08:08:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 51 | ຄວາມນິຍົມ:



ໃນວັນທີ 23 ກັນຍານີ້, ສະຫາຍ ພົນຈັດຕະວາ ຄອນ ສະຫວັນ ມິງຈຳປາບານ ຮອງຫົວ ໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະໄດ້ຕ້ອນຮັບການມາ ຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະຜູ້ແທນກົມໃຫຍ່ອຸດສາຫະ ກໍາປ້ອງກັນຊາດຫວຽດນາມ, ເຊິ່ງນຳໂດຍ ສະຫາຍ ພັນເອກ ເລື່ອງແທ່ງ ເຈື່ອງ ຮອງຫົວໜ້າ ກົມໃຫຍ່ອຸດສາຫະກໍາປ້ອງ ກັນຊາດຫວຽດນາມ ພ້ອມດ້ວຍ ຄະນະ. ສະຫາຍ ພົນຈັດຕະວາ ຄອນ ສະຫວັນ ມິ່ງຈໍາປາບານ ໄດ້ກ່າວ ຕ້ອນຮັບ ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະກົມໃຫຍ່ອຸດ ສາຫະກໍາປ້ອງກັນຊາດຫວຽດ ນາມ ໃນຄັ້ງນີ້, ຕາງໜ້າໃຫ້ຄະນະກົມໃຫຍ່ເຕັກນິກກອງທັບ, ຂໍສະ ແດງຄວາມຊົມເຊີຍ ແລະ ຍິນດີ ຕ້ອນຮັບ, ຖືວ່າເປັນການປະກອບ ສ່ວນອັນສໍາຄັນເຂົ້າໃນການເພີ່ມ ທະວີສາຍພົວພັນໄມຕີຈິດມິດຕະ ພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ, ສອງ ກອງທັບ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມາ ແຕ່ດົນນານແລ້ວນັ້ນໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ, ໂດຍສະ ເພາະແມ່ນການສືບຕໍ່ເສີມຂະ ຫຍາຍການພົວພັນ-ຮ່ວມມື ແລະ ການຊ່ວຍເຫຼືອໃນຂົງເຂດວຽກ ງານເຕັກນິກ-ອຸດສາຫະກໍາປ້ອງ ກັນຊາດຂອງສອງກະຊວງປ້ອງ ກັນປະເທດ ລາວ - ຫວຽດນາມ ໃຫ້ ນັບມື້ນັບເພີ່ມທະວີ ແລະ ມີຜົນສໍາ ເລັດຢ່າງຕໍ່ເນື່ອງໃນທຸກຂົງເຂດ ວຽກງານດັ່ງກ່າວ. ໃນໂອກາດ ນີ້ຕາງໜ້າໃຫ້ຄະນະນໍາກົມໃຫຍ່ ເຕັກນິກກອງທັບຂໍສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ການ ຊ່ວຍເຫຼືອຂອງກະຊວງປ້ອງກັນ ປະເທດຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນກົມໃຫຍ່ອຸດ ສາຫະກໍາປ້ອງກັນຊາດກອງທັບ ປະຊາຊົນຫວຽດນາມໃນໄລຍະ ຜ່ານມາ ເຊິ່ງເປັນການປະກອບ ສ່ວນອັນສໍາຄັນເຂົ້າໃນການກໍ່ ສ້າງກອງທັບ ແລະ ຂະແໜງ ເຕັກນິກກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເພື່ອສືບ ຕໍ່ຈັດຕັ້ງຜັນຂະຫຍາຍອະນຸສັນ ຍາຮ່ວມມືລະຫວາງສອງກະ ຊວງປ້ອງກັນປະເທດປະຈໍາປີ 2020 ໃຫ້ປະກົດຜົນເປັນຈິງ, ເປັນການຮັດແໜ້ນຄວາມສາ ມັກຄີພິເສດ ແລະ ເສີມຂະຫຍາຍ ການຮ່ວມມືຮອບດ້ານລະ ຫວ່າງ ສອງກອງທັບເວົ້າສະເພາະແມ່ນ ກົມໃຫຍ່ເຕັກນິກ ກອງທັບປະ ຊາຊົນລາວ ແລະ ກົມໃຫຍ່ອຸດ ສາຫະກໍາປ້ອງກັນຊາດກອງ ທັບປະຊາຊົນຫວຽດນາມໃຫ້ ນັບມື້ນັບຂະຫຍາຍຕົວ ແລະ ກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ . ໂອກາດນີ້, ສະຫາຍຮອງ ຫົວ ໜ້າກົມໃຫຍ່ອຸດສາຫະກຳປ້ອງ ກັນຊາດຫວຽດນາມກໍໄດ້ສະແດງ ຄວາມຂອບໃຈຕໍ່ຄະນະນຳກົມ ໃຫຍ່ເຕັກນິກກອງທັບທີ່ໃຫ້ການ ຕ້ອນຮັບອັນອົບອຸ່ນ, ພ້ອມທັງຕີ ລາຄາສູງຕໍ່ການມາເຮັດວຽກໃນ ຄັ້ງນີ້ ເຊິ່ງເປັນບາດກ້າວໃໝ່ໃນ ການຮ່ວມມືລະຫວ່າງກົມວິຊາ ສະເພາະທີ່ກ່ຽວຂ້ອງໃນຂົງເຂດ ວຽກງານດັ່ງກ່າວທີ່ທັງສອງ ຝ່າຍເຫັນດີຮ່ວມກັນໃຫ້ນັບມື້ ເຕີບໃຫຍ່ຂະຫຍາຍຕົວເຂັ້ມ ແຂງ ແລະ ປະສົບຜົນສຳເລັດ ສູງຍິ່ງໆຂຶ້ນ. ໂດຍ: ຄໍາສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ