ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານການແພດກອງທັບ ໄຂສົກຮຽນໃໝ່
ເວລາອອກຂ່າວ: 2019-09-26 08:05:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ:



ໃນວັນທີ 18 ກັນຍາ 2019 ນີ້, ວິທະຍາຄານການແພດກອງ ທັບ ໄດ້ເປີດຮຽນສົກ 2019 - 2020 ຂຶ້ນ ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຄຳ ແດງ ແພງວິໄລ ຮອງຫົວໜ້າ ກົມ ໃຫຍ່ພະລາທິການກອງທັບ, ມີບັນດາກົມ, ກົມກອງອ້ອມຂ້າງ, ສະຖາບັນ, ໂຮງໝໍ, ຫ້ອງການ, ພະແນກການ, ພະນັກງານ-ຄູອາ ຈານ, ນັກສຶກສາເຂົ້າຮ່ວມ. ສະຫາຍ ພັນໂທ ຈັນພອນ ພົນ ຫາວົງ ຮອງຫົວໜ້າອຳນວຍການ, ຫົວໜ້າຫ້ອງແຜນການອົບຮົມ ໄດ້ຜ່ານໂຄງການຫຼັກສູດສ້າງ ແພດປະລິນຍາຕີລະບົບ 6 ປີ, ດ້ານວິຊາສະເພາະ ແລະ ໜ້າທີ່ ຮັບຜິດຊອບເສນາຮັກ, ໂຮງໝໍ ຂັ້ນທະຫານແຂວງ, ໂຮງໝໍຂັ້ນ ສູນກາງທີ່ທຽບເທົ່າ, ເນື້ອໃນຫຼັກ ສູດມີ: 12 ພາກ ລວມມີ 52 ພາກວິຊາເທົ່າກັບ 226 ໜ່ວຍກິດ ( ນັບທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ໂຮງໝໍ), ໝວດຄວາມຮູ້ທົ່ວໄປມີ 20 ໜ່ວຍ ກິດມີ: ເຄມີສາດ, ຄະນິດສາດ, ຟິຊິກ ສາດ, ການທະຫານ ແລະ ກີລາ, ການເມືອງ, ພາສາອັງກິດ ແລະ ໄອທີ, ວິຊາສະເພາະພື້ນຖານ ລວມມີ 70 ໜ່ວຍກິດມີ: ກາຍະ ວິທະຍາສາດ, ກາຍະວິພາກພະ ຍາດ, ຜ່າຕັດທົດລອງ, ສະລີລະ ວິທະຍາ, ຈຸລິນຊີວິທະຍາດ, ກາຝາກວິທະຍາ, ຊີວະສາດ, ຊີວະ ການແພດ, ຊີວະເຄມີ, ໂອສົດ ວິທະຍາ, ຢາພື້ນເມືອງ, ປະຖົມ ພະຍາບານ, ລະບາດວິທະຍາ, ອະ ນາໄມຊຸມຊົນ, ສັບການແພດ, ພາກປະຕິບັດຕົວຈິງ ແບ່ງອອກ ເປັນ 4 ພາກ: ພາກພະຍາບານ ສາດ, ພາກອາການສາດ, ພາກ ພະຍາດ ແລະ ທວນເສັງຈົບຊັ້ນ, ໝວດວິຊາການແພດທະຫານ ມີ: 13 ໜ່ວຍກິດ ຈັດເຂົ້າຢູ່ປີທີ 4-5 ຂອງພາກຮຽນທີ 8-9 ແລະ 10 ເຊິ່ງມີບັນຊາເສນາຮັກ, ການແພດມໍລະສຸມ, ອະນາໄມ ກອງທັບ, ກັນອາວຸດເຄມີ, ບໍລິ ການ ການແພດ, ນິຕິທຳແພດ. ໂອກາດນີ້ ສະຫາຍພົນຈັດຕະ ວາ ຄຳແດງ ແພງວິໄລ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະອຳນວຍການ, ຕະຫຼອດນັກສຶກສາຈົ່ງພ້ອມກັນ ສຸມທຸກສະຕິປັນຍາເອົາໃຈໃສ່ ຄົ້ນຄວ້າຮໍ່າຮຽນແລກປ່ຽນ ຄວາມຮູ້ນຳຄູອາຈານ, ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນ ສົມບັດສິນທຳປະຕິວັດ, ມີຄວາມ ຄຸນທາດການເມືອງໜັກແໜ້ນ, ປະຕິບັດກົດລະບຽບຂອງວິທະຍາ ຄານຢ່າງເຂັ້ມງວດ, ບັນຫາສຳ ຄັນແມ່ນຍາດໄດ້ຄະແນນດີ, ຄະ ແນນເກັ່ງເມື່ອຮຽນຈົບອອກໄປ ກໍນຳເອົາບົດຮຽນດັ່ງກ່າວນີ້ໝູນ ໃຊ້ເຂົ້າການກໍ່ສ້າງເຫົ່ຼາຮົບວິຊາ ສະເພາະ, ກໍຄືກົມກອງຂອງຕົນ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ