ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການຈັດຕັ້ງຂັ້ນພະແນກ, ຂະແໜງ, ທີ່ຂຶ້ນກັບກອງພັນໃຫຍ່ 621
ເວລາອອກຂ່າວ: 2019-09-26 08:03:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



ພິທີປະກາດການຈັດຕັ້ງຂັ້ນ ພະແນກການ, ຂະແໜງການ, ກອງພັນນ້ອຍ, ກອງຮ້ອຍເອກະ ລາດ ແລະ ໂຮງໝໍ 30 ຕຽງທີ່ ຂຶ້ນກັບກອງພັນໃຫຍ່ 621 ໄດ້ ຈັດຂຶ້ນໃນວັນທີ 20 ກັນຍາ ນີ້, ທີ່ ກອງພັນໃຫຍ່ 605 ໂດຍການ ເຂົ້າຮ່ວມເປັນປະທານຂອງສະ ຫາຍ ພົນຈັດຕະວາ ວົງແກ້ວ ວົງ ພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ 605, ກອງພັນໃຫຍ່ 621 ພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ແສງຟອງ ທິບທິລາດ ຫົວໜ້າພະແນກຄົ້ນ ຄວ້າສັງລວມກົມປືນໃຫຍ່ໜ້າ ດິນ. ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດ ຖະມົນຕີກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບວ່າດ້ວຍ: ການ ແຕ່ງຕັ້ງຂັ້ນຮອງພະແນກການ, ຫົວໜ້າຂະແໜງການ, ກອງພັນ ນ້ອຍ, ກອງຮ້ອຍເອກະລາດ ແລະ ຫົວໜ້າໂຮງໝໍ 30 ຕຽງ ທີ່ຂຶ້ນ ກັບກອງພັນໃຫຍ່ 621, ພ້ອມ ດ້ວຍຜ່ານຂໍ້ຕົກລົງຂອງກົມໃຫຍ່ ເສນາທິການກອງທັບ, ວ່າດ້ວຍ ການແຕ່ງຕັ້ງ ແລະ ຍົກຍ້າຍເອົາ ນາຍ ແລະ ພົນທະຫານຈຳນວນ ໜຶ່ງຈາກກອງພັນໃຫຍ່ 605 ໄປຮັບໜ້າທີ່ໃໝ່ຢູ່ກອງພັນໃຫຍ່ 621 ໂດຍຖືກຕ້ອງຕາມກົດໝາຍ ນາຍທະຫານ ສະບັບປັບປຸງໃນ ໝວດທີ 4 ມາດຕາ 26, ພ້ອມນີ້ສະ ຫາຍ ພັນເອກ ຄຳເພົ້າ ອິນທະວົງ ຫົວໜ້າການເມືອງກອງພັນໃຫຍ່ 605 ໄດ້ຂຶ້ນປະກອບຄຳເຫັນ ພ້ອມ ທັງຍັງໄດ້ຍົກໃຫ້ເຫັນມູນ ເຊື້ອການເຕີບໃຫຍ່ຂະຫຍາຍ ຕົວຂອງເຫຼົ່າຮົບປືນໃຫຍ່ໜ້າດິນ ເວົ້າລວມ, ເວົ້າສະເພາະແມ່ນ ກອງພັນໃຫຍ່ 605 ຈາກນັ້ນ, ຍັງໄດ້ມອບໂອນນາຍ ແລະ ພົນ ທະຫານທີ່ຖືກຍົກຍ້າຍໄປຮັບໜ້າ ທີ່ໃໝ່ຢູ່ກອງພັນໃຫຍ່ 621 ຈາກ ນັ້ນ, ສະຫາຍ ພັນເອກ ວິລະຈິດ ວິວາວົງ ຫົວໜ້າການທະຫານ ກອງພັນໃຫຍ່ 621 ກໍໄດ້ຂຶ້ນກ່າວ ຮັບ, ພ້ອມທັງໃຫ້ຄຳໝັ້ນສັນຍາ ວ່າ: ຈະເອົາໃຈໃສ່ປັບປຸງຊີ້ນຳ. ບັນຊາສ້າງໃຫ້ກົມກອງຂອງຕົນ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຂຶ້ນເທື່ອລະກ້າວ ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ ມີຄຸນນະພາບປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງຕາມພາລະບົດບາດສິດ ແລະ ໜ້າທີ່, ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ເປັນ ຢ່າງດີ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ວົງແກ້ວ ວົງພິລາ ຍັງໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ເປັນຕົ້ນແມ່ນນາຍ ແລະ ພົນທະຫານທີ່ຖືກໄປຮັບ ໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການເມືອງຂອງຕົນໃຫ້ສູງກ່ວາເກົ່າ, ເດັດຂາດຕ້ານທຸກປະກົດການຫຍໍ້ ທໍ້ໃນທຸກກໍລະນີ, ເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ໜັກແໜ້ນ, ພ້ອມກັນສຸມທຸກຄວາມສາມາດ ປັບປຸງກໍ່ສ້າງກົມກອງໃຫ້ມີ ຄວາມເຂັ້ມແຂງກ້າວຂື້ນຢ່າງບໍ່ ຢຸດຢັ້ງ. ໂດຍ: ມອນສີ ສໍສາຍນ້ຳຊຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ