ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມເປີດກວ້າງຄະນະພັກກົມໃຫຍ່ການເມືອງກອງທັບປະຈຳໄຕມາດທີ III ປີ 2019
ເວລາອອກຂ່າວ: 2019-09-23 10:18:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5706 | ຄວາມນິຍົມ:



ກອງປະຊຸມເປີດກວ້າງຄະ ນະພັກກົມໃຫຍ່ການເມືອງ ກອງ ທັບ ປະຈຳໄຕມາດທີ III ແລະວາງ ທິດທາງແຜນການປະຈຳໄຕມາດ IV ໄດ້ຈັດຂຶ້ນ ໃນວັນທີ 20 ກັນຍາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ການ ເມືອງທັບ, ມີບັນດາສະຫາຍໃນຄະນະພັກ ກມທ ແລະ ມີຄະນະພັກ-ຄະນະບັນຊາກົມກອງຂຶ້ນກັບ ກມທ ເຂົ້າຮ່ວມ. ສະຫາຍ ພັນເອກ ອິນກອງ ວຽງດາວົງ ກຳມະການຄະນະພັກ ກົມໃຫຍ່, ຫົວໜ້າຫ້ອງການກົມ ໃຫຍ່ການເມືອງກອງທັບ ໄດ້ ຜ່ານບົດສະຫຼຸບຕີລາຄາຄືນການ ເຄື່ອນໄຫວຊີ້ນຳ-ນຳພາຂອງຄະ ນະພັກກົມໃຫຍ່ການເມືອງກອງ ທັບຕໍ່ຂົງເຂດວຽກງານຕ່າງໆ ໃນໄລຍະຜ່ານມາ ຍົກໃຫ້ເຫັນ ດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້. ໃນໄລຍະຜ່ານ ມາຄະນະພັກກົມໃຫຍ່ໄດ້ເອົາໃຈ ໃສ່ຊີ້ນຳໜ່ວຍງານທີ່ກ່ຽວຂ້ອງ ເອົາໃຈໃສ່ວຽກງານກໍ່ສ້າງຮາກ ຖານການເມືອງໃຫ້ແຂງແຮງ ແລະ ມີໝາກຜົນດີຂຶ້ນ. ເອົາໃຈໃສ່ ຊີ້ນຳການເຄື່ອນໄຫວຈັດຕັ້ງປະ ຕິບັດວຽກງານໂຄສະນາປະຈຳປີ ຢູ່ບັນດາກົມກອງທ້ອງຖິ່ນ, ຕິດ ຕາມການຈັດຕັ້ງໂຄສະນາປາຖະ ກະຖາມູນເຊື້ອຂອງກອງທັບ, ວັນ ປະຫວັດສາດສຳຄັນຕ່າງໆຂອງ ຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ, ຊຸກຍູ້ຊີ້ນຳວຽກ ງານວິຊາສະເພາະຢູ່ບັນດາກົມ ກອງທ້ອງຖິ່ນເປັນເຈົ້າການ ເຄື່ອນໄຫວວຽກງານຕາມພາລະ ບົດບາດຂອງຕົນໃຫ້ສຳເລັດເປັນ ຢ່າງດີ, ຊີ້ນຳບັນດາອະນຸກຳມະ ການກະກຽມເນື້ອໃນກອງປະຊຸມ ໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະ ນະພັກກະຊວງປ້ອງກັນປະເທດ. ໄດ້ສຳເລັດການປະກາດການ ສ້າງຕັ້ງໂຮງຮຽນທິດສະດີການ ເມືອງກອງທັບ, ປະດັບທຽບຊັ້ນ ນັກຮຽນທີ່ຮຽນຈົບສາຍລັດພາຍ ໃນ ແລະ ຕ່າງປະເທດໄດ້ຈຳນວນ 795 ສະຫາຍ, ປະດັບຊັ້ນ-ນຳ ສົ່ງນັກຮຽນທີ່ຮຽນຈົບຈາກບັນ ດາວິທະຍາຄານ, ໂຮງຮຽນຂອງ ກອງທັບ ຈຳນວນ 651 ສະຫາຍ, ອະນຸມັດໃຫ້ພະນັກງານໄປຮຽນ ກໍ່ສ້າງ-ບຳລຸງຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 1.612 ສະຫາຍ, ແກ້ໄຂອຸດໜູນ-ບຳນານ ໄດ້ 154 ສະຫາຍ, ໄດ້ຊີ້ນຳຄົ້ນ ຄວ້າຍ້ອງຍໍຜົນງານ, ປະຕິບັດນະ ໂຍບາຍໃຫ້ກົມກອງລວມໝູ່ ແລະ ບຸກຄົນ, ຄຽງຄູ່ກັນນັ້ນຄະນະພັກ ຍັງໄດ້ເອົາໃຈໃສ່ແກ້ໄຂບັນດາ ປະກົດການຫຍໍ້ທໍ້ຈຳນວນໜຶ່ງ ອກນີ້ຍັງໄດ້ສ້າງຂະບວນການ ດ້ານຕ່າງໆພາຍໃນກົມກອງໃຫ້ມີ ບັນຍາກາດຟົດຟື້ນຕໍ່ເນື່ອງເຮັດ ໃຫ້ບັນຍາກາດທົ່ວກົມໃຫຍ່ການ ເມືອງກອງທັບມີຄວາມເບີກບານ ມ່ວນຊື່ນ, ພະນັກງານ-ສະມາຊິກ ພັກ-ນັກຮົບມີຄວາມບຸກບືນຫ້າວ ຫັນຕໍ່ໜ້າທີ່ວິຊາສະເພາະກໍຄືໜ້າ ທີ່ການເມືອງຂອງຕົນທີ່ຂັ້ນເທິງ ມອບໝາຍໃຫ້ໄດ້ເປັນຢ່າງດີ. ກອງປະຊຸມໄດ້ຜ່ານທິດທາງແຜນ ການນຳພາປະຈຳໄຕມາດທີ IV ຈາກນັ້ນ ສະຫາຍປະທານກອງ ປະຊຸມກໍມີຄຳເຫັນຊີ້ນຳຫຼາຍບັນ ຫາວຽກງານຈຸດສຸມທີ່ສຳຄັນຈຳ ນວນໜຶ່ງຕໍ່ຄະນະພັກ-ຄະນະບັນ ຊາກົມກອງແນໃສ່ເຮັດໃຫ້ການ ຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ໃນຕໍ່ໜ້າບັນລຸໝາກຜົນສູງ. ໂດຍ: ນ. ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ