ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢູນານ ຫຸ່ນສ່ວນຈຳກັດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ເວລາອອກຂ່າວ: 2019-09-23 10:17:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 20 ກັນຍາ 2019 ທີ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ, ລັດຖະມົນ ຕີ, ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ໄດ້ຕາງ ໜ້າລັດຖະບານ ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຈາກ ກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງ ແຂວງຢູນນານ ຫຸ້ນສ່ວນຈຳກັດ ທີ່ໄດ້ຮັບຈາກການບໍລິຈາກຂອງ ບັນດາບໍລິສັດ ແລະ ພະນັກງານຢູ່ ເຂດພັດທະນາກວມລວມໄຊເສດ ຖາ ຈຳນວນ 103.132.000 ກີບ, ເຊິ່ງແມ່ນທ່ານ ຫຼິວ ຫູ້, ຕາງ ໜ້າໃຫ້ກຸ່ມບໍລິສັດດັ່ງກ່າວເປັນຜູ້ ມອບ, ໂດຍມີພະນັກງານທີ່ກ່ຽວ ຂ້ອງຂອງຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ແລະ ກຸ່ມບໍລິສັດ ທີ່ນຳເງິນມາມອບ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ເພັດ ພົມ ພິພັກ ໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຊົມເຊີຍຕໍ່ພາກ ສ່ວນທີ່ໄດ້ນຳເອົາເງິນມາມອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າ ຖ້ວມໃນຄັ້ງນີ້. ເງິນຊ່ວຍເຫຼືອດັ່ງ ກ່າວແມ່ນຈະໄດ້ນຳໄປມອບໃຫ້ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ເພື່ອນຳໄປຊ່ວຍ ເຫຼືອບັນເທົາທຸກແກ່ຜູ້ປະສົບໄພ ນໍ້າຖ້ວມໃນປີນີ້, ເຊິ່ງການຊ່ວຍ ເຫຼືອດັ່ງກ່າວຈະເປັນກຳລັງໃຈ ໃຫ້ແກ່ປະຊາຊົນ ແລະ ປະກອບ ສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄືຜົນກະທົບຕໍ່ຊີວິດການເປັນຢູ່ ຂອງຜູ້ປະສົບໄພນໍ້າຖ້ວມຢູ່ທ້ອງ ຖິ່ນຕ່າງໆສາມາດຜ່ານພົ້ນຄວາມ ຫຍຸ້ງຍາກ ແລະ ກັບຄືນສູ່ສະພາບ ປົກກະຕິໂດຍໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ