ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ທະຫານແຂວງສາລະວັນ
ເວລາອອກຂ່າວ: 2019-09-19 09:17:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ໃນວັນທີ 15 ກັນຍາ 2019 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ກຳມະການຄະນະພັກ ກະຊວງ, ຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບ ພ້ອມດ້ວຍຄະ ນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະ ຫານແຂວງສາລະວັນ, ໃຫ້ກຽດ ຕ້ອນຮັບໂດຍແມ່ນ ສະຫາຍ ພັນ ເອກ ພູວັນ ພິມມະຈັນ ຮອງເລ ຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ສາລະວັນ, ມີ ສະຫາຍ ພັນໂທ ສຸ ລິຄອນ ລິດແສນຫວັງ ຫົວໜ້າ ຫ້ອງພະລາທິການທະຫານແຂວງ ສາລະວັນ, ມີບັນດາຄະນະພັກ-ຄະ ນະບັນຊາກອງພັນ 17 ແລະ ພະແນກການທີ່ກ່ຽວຂ້ອງໃຫ້ກຽດຕ້ອນຮັບ. ສະຫາຍ ພັນເອກ ພູວັນ ພິມມະ ຈັນ ກໍໄດ້ຕາງໜ້າໃຫ້ຄະນະຂຶ້ນ ລາຍງານຫຍໍ້ກ່ຽວກັບສະພາບ ຜົນກະທົບ ແລະ ຜົນເສຍຫາຍ ຈາກໄພນ້ຳຖ້ວມ ໃນຄັ້ງວັນທີ 2-8 ກັນຍາ 2019 ທີ່ຜ່ານມາ ຢູ່ແຂວງ ສາລະວັນ, ເວົ້າລວມ ເວົ້າສະເພາະ ຢູ່ບັນດາກົມກອງທີ່ຂຶ້ນກັບກອງ ບັນຊາການທະຫານແຂວງ ໂດຍ ອີງຕາມການກວດກາຂອງຄະ ນະກຳມະການປ້ອງກັນ-ຄວບ ຄຸມໄພພິບັດຂັ້ນແຂວງຢູ່ພາກສະ ໜາມຕົວຈິງ ເຊິ່ງໄດ້ຍົກໃຫ້ເຫັນ ທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງ ນີ້ເປັນຕົ້ນຄອບຄົວນາຍ ແລະ ພົນ ທະຫານໄດ້ຮັບຜົນກະທົບທັງໝົດ 114 ຄອບຄົວ, ເຮືອນເປ່ເພ 2 ຫຼັງ, ໂຮງສີເຂົ້າຂະໜາດນ້ອຍ 1 ເຄື່ອງ, ລົດຈັກ 24 ຄັນ ລົດໄຖນາ 5 ຄັນ, ເນື້ອທີ່ນາ 48 ເຮັກຕາ, ເຂົ້າເປືອກ 5 ພັນກວ່າກິໂລກຣາມ, ເຂົ້າສານ 1 ພັນກິໂລກຣາມ, ຄວາຍ 3 ໂຕ, ແບ້ 22 ໂຕ, ໝູ 28 ໂຕ, ສັດ ປີກ 857 ໂຕ,ກົບ 16 ພັນກວ່າ ໂຕ, ປາ 57 ພັນກວ່າໂຕ ແລະ ເຄື່ອງໃຊ້ຄົວເຮືອນປະເພດອື່ນໆ, ເວົ້າສະເພາະຢູ່ກອງພັນ 17 ເຮືອນ ນອນເປ່ເພເສຍຫາຍ 2 ຫຼັງ , ເຂົ້າ ນາ 20 ກວ່າເຮັກຕາ, ປາ 6 ແສນ ກວ່າໂຕ, ກົບ 1 ພັນກວ່າໂຕ, ສັດ ປີກ 300 ກວ່າໂຕ ແລະ ພືດຜັກ ຊະນິດຕ່າງໆ, ປະເມີນມູນຄ່າຜົນ ເສຍຫາຍທັງໝົດໃນທົ່ວກອງບັນ ຊາການທະຫານແຂວງສາວັນ ແມ່ນ 1,9 ຕື້ກວ່າກີບ. ນອກຈາກ ນີ້ກົມກອງຍັງໄດ້ໃຊ້ກຳລັງໃນການ ຊ່ວຍເຫຼືອປະຊາຊົນກອບກູ້ໄພພິ ບັດທັງໝົດ 1 ພັນກວ່າສະຫາຍ, ພາຫະນະຮັບໃຊ້ທັງໝົດ 33 ຄັນ ແລະ ອຳນວຍຄວາມສະດວກເປີດ ບ້ານພັກ 9-70 ເປັນສູນຫຼົບຫຼີກໄພ ພິບັດຊົ່ວຄາວ. ໂອກາດດຽວກັນນີ້ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ຄະນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບກໍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງ ແລະ ບັນດາກົມກອງທີ່ກ່ຽວຂ້ອງທີ່ ໄດ້ນຳໃຊ້ກຳລັງເຂົ້າໃນການຊ່ວຍ ເຫຼືອປະຊາຊົນ ແລະ ຮັບປະກັນ ຄວາມປອດໄພ ໄດ້ 100% ພ້ອມ ທັງເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາຈົ່ງສືບຕໍ່ພື້ນຟູສະພາບກົມ ກອງ ແລະ ສະພາບຈິດໃຈຂອງພະ ນັກງານ-ນັກຮົບ ໃຫ້ກັບເຂົ້າສູ່ສະ ພາບເດີມໂດຍໄວ, ຕັ້ງໜ້າເສີມ ຂະຫຍາຍມູນເຊື້ອອັນດີງາມຂອງ ກອງທັບ ເວົ້າລວມ ເວົ້າສະເພາະ ກໍຄືມູນເຊື້ອອັນດີງາມຂອງກົມ ກອງ, ຊອກທຸກເງື່ອນໄຂ ແລະ ທ່າ ແຮງບົ່ມຊ້ອນຂອງກົມກອງໃນ ການສ້າງພາລາທິການກັບທີ່ຮັບປະກັນໃນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ດີຂຶ້ນເທື່ອລະກ້າວ, ໃນໂອກາດ ດັ່ງກ່າວນີ້ຍັງໄດ້ມອບເຄື່ອງກີ ລາຈຳນວນໜຶ່ງໃຫ້ແກ່ກອງບັນຊາການທະຫານແຂວງສາລະ ວັນຕື່ມອີກ. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ