ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງບິງດິ້ງ ສສ ຫວຽດນາມ ຊ່ວຍສ້າງໂຮງຮຽນ ແລະ ຊ່ວຍຟື້ນຟູໄພພິບັດນ້ຳຖ້ວມໃຫ້ແຂວງຈຳປາສັກ ລວມມູນຄ່າ 3,9 ຕື້ກວ່າກີບ
ເວລາອອກຂ່າວ: 2019-09-18 09:44:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 5695 | ຄວາມນິຍົມ:



ທ່ານ ຫງຽວນ ແທັງ ຕຸງ ກຳ ມະການສູນກາງພັກ,ເລຂາພັກ ແຂວງ,ປະທານສະພາປະຊາຊົນ ແຂວງບິງດິ້ງ ສສ ຫວຽດນາມ ພ້ອມຄະນະໄດ້ເດີນທາງມາມອບ ການຊ່ວຍເຫຼືອກໍ່ສ້າງໂຮງຮຽນ ມັດທະຍົມສົມບູນບ້ານອີ່ຕູ້ ຫຼັກ 35 ເມືອງປາກຊ່ອງ ມູນຄ່າ10 ຕື້ດົ້ງ (ສະກຸນເງິນຫວຽດນາມ) ແລະ ເງິນຊ່ວຍເຫຼືອຜູ້ປະສົບໄພ ນໍ້າຖ້ວມຢູ່ແຂວງຈຳປາສັກ ມູນ ຄ່າ 300 ລ້ານດົ້ງ (ສະກຸນເງິນ ຫວຽດນາມ) ລວມມູນຄ່າທັງ ໝົດປະມານ 3,9 ຕື້ກວ່າກີບ ໃຫ້ ແຂວງຈໍາປາສັກ. ພິທີມອບ-ຮັບຈັດຂຶ້ນໃນຕອນ ບ່າຍວັນທີ 16 ກັນຍາ ນີ້, ທີ່ສະ ໂມສອນຫຼັກ 4 ໂດຍໃຫ້ກຽດຮັບ ຂອງທ່ານ ປອ ບຸນຖອງ ດີວິໄຊ ກຳມະການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງໆ ຈໍາປາສັກ ເຊິ່ງມີທ່ານຮອງເຈົ້າແຂວງ,ປະ ທານຄະນະກໍາມະການປ້ອງກັນ, ຄວບຄຸມ ແລະຟື້ນຟູ ໄພພິບັດ ແຂວງຈໍາປາສັກ ແລະ ພະແນກ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານເຈົ້າແຂວງຈໍາປາສັກ ໄດ້ຕີລາຄາວ່າ: ການຊ່ວຍເຫຼືອ ຈາກ ແຂວງບິງດິ້ງ ສສ ຫວຽດ ນາມ ໃນຄັ້ງນີ້,ນັບວ່າມີຄຸນຄ່າມະ ຫາສານ ເຊິ່ງເປັນການສົ່ງເສີມ ການສຶກສາຂອງເມືອງປາກຊ່ອງ ກໍຄືແຂວງຈໍາປາສັກໃຫ້ມີການ ຂະຫຍາຍຕົວ, ເປັນການເປີດໂອ ກາດການເຂົ້າຮຽນຂອງນັກຮຽນ ໃຫ້ກ້ວາງຂວາງ ແລະ ທົ່ວເຖິງ ຫຼາຍຂຶ້ນ. ທ່ານ ປອ ບຸນຖອງ ເຈົ້າ ແຂວງຈໍາປາສັກ ຍັງໄດ້ລາຍງານ ໂດຍຫຍໍ້ກ່ຽວສະພາບຜົນກະທົບ, ເສຍຫາຍຈາກໄພນໍ້າຖ້ວມ,ການ ຊ່ວຍເຫຼືອກອບກູ້ຜູ້ປະສົບໄພ ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ,ການຢ້ຽມຢາມ ຖາມຂ່າວອັນອົບອຸ່ນຂອງຄະນະ ຜູ້ແທນແຂວງບິງດິ້ງ ສສ ຫວຽດ ນາມ ເຊິ່ງສະແດງເຖິງຄວາມ ເປັນຫ່ວງເປັນໄຍ, ການແບ່ງເບົາ ຄວາມທຸກໂສກຂອງສະຫາຍອ້າຍ ນ້ອງບໍ່ວ່າຍາມສົງຄາມ ແລະຍາມ ສັນຕິພາບ 2 ຊາດ ລາວ-ຫວຽດ ນາມ ກໍຄື 2 ແຂວງຈໍາປາສັກ- ບິງດິ້ງ ເຄີຍຄຽງບ່າຄຽງໄລ່ຊ່ວຍ ເຫຼືອເຊິ່ງກັນແລະກັນຕະຫຼອດມາ. ໂດຍ: ເກດສະໜາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ