ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄອບຄົວການນຳມອບເຄື່ອງອຸປະໂພກ - ບໍລິໂພກ ໃຫ້ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2019-09-18 09:41:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ວັນທີ 12 ກັນຍາຜ່ານມາ ນີ້, ສະຫາຍ ພັນໂທ ນາງ ຄຳສອນ ຈັນຍາລາດ ພັນລະຍາ ຂອງ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມ ດ້ວຍບັນດາພັນລະຍາຄອບຄົວ ການນຳກົມໃຫຍ່ພະລາທິການ ກອງທັບ ແລະ ບໍລິສັດ ສຸຂະວົງ ຈຳກັດ ໄດ້ນຳເອົາເຄື່ອງອຸປະ ໂພກ-ບໍລິໂພກ ຈຳນວນໜຶ່ງລວມ ມູນຄ່າ 177 ລ້ານກວ່າກີບ ແລະ ເງິນສົດ ຈຳນວນ 30 ລ້ານກີບ ມາມອບໃຫ້ແກ່ກົມໃຫຍ່ພະລາ ທິການກອງທັບ ເພື່ອນຳໄປມອບ ຕໍ່ໃຫ້ແກ່ພະນັກງານ-ນັກຮົບ ທີ່ພວມກຳລັງປະຕິບັດໜ້າທີ່ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢູ່ເຂດທຸລະ ກັນດານຫ່າງໄກ ເຊິ່ງໃຫ້ກຽດ ກ່າວມອບໂດຍ ສະຫາຍ ພັນໂທ ນາງ ຄຳສອນ ຈັນຍາລາດ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ ໄດ້ຕາງໜ້າໃຫ້ກົມໃຫຍ່ພະລາທິ ການກອງທັບກ່າວຮັບເຄື່ອງ ຊ່ວຍເຫຼືອດັ່ງກ່າວ ພ້ອມທັງໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍ ແລະ ຂອບໃຈມາຍັງບັນດາ ຄອບຄົວການນຳກະຊວງປ້ອງ ກັນປະເທດ ແລະ ພາກສ່ວນບໍລິສັດ ທີ່ ເຫັນໄດ້ຄວາມສຳຄັນຂອງວຽກ ງານປ້ອງກັນຊາດ ແລະ ໃຫ້ການ ຊຸກຍູ້ຊ່ວຍເຫຼືອຄັ້ງນີ້, ອັນເປັນການ ປະກອບສ່ວນສ້າງຂວັນ ແລະ ກຳລັງໃຈໃຫ້ພະນັກງານ-ນັກຮົບ ເຮັດສຳເລັດໜ້າທີ່ອັນມີກຽດ ຂອງຊາດ, ຂອງພັກ, ຂອງກອງ ທັບ ກໍຄືປະຊາຊົນມອບໝາຍໃຫ້ ແລະ ຂໍໃຫ້ ຄຳໝັ້ນສັນຍາວ່າຈະ ນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປແຈກຢາຍໃຫ້ອ້າຍນ້ອງທະ ຫານຢ່າງທົ່ວເຖິງ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ