ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານນາຍົກໃຫ້ກຽດຕ້ອນຮັບເຈົ້າຂອງລາງວັນໂນເບລສາຂາຟີຊິກສາດ ປະຈຳປີ 2004
ເວລາອອກຂ່າວ: 2018-11-22 10:53:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 21 ພະຈິກ 2018 ທີ່ສຳນັກງານນາ ຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ ສຈ. ເດວິດ ເຈ. ກຣອສ, ເຈົ້າ ຂອງລາງວັນໂນເບລ ສາຂາຟີ ຊິກສາດ ປະຈຳປີ 2004 ພ້ອມ ດ້ວຍຄະນະ, ໃນໂອກາດມາ ເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 20-24 ພະຈິກ 2018. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ການເດີນທາງມາຢ້ຽມ ຢາມ ສປປ ລາວ ຂອງທ່ານ ສຈ. ເດວິດ ເຈ. ກຣອສ ພ້ອມດ້ວຍຄະ ນະ ໃນຄັ້ງນີ້ ແລະ ໄດ້ສະແດງ ຄວາມຊົມເຊີຍທ່ານ ກຣອສ ທີ່ ຍົກສູງບົດບາດຄວາມສຳຄັນ ຂອງການຮຽນຮູ້ ແລະ ການຄົ້ນ ຄວ້າວິໄຈ ກ່ຽວກັບຂະແໜງວິທະ ຍາສາດ ໃຫ້ນັບມື້ນັບແພ່ຫຼາຍໃນ ບັນດາປະເທດທົ່ວໂລກ, ດ້ວຍ ການປະກອບສ່ວນຊ່ວຍກໍ່ຕັ້ງ ສູນທິດສະດີຟີຊິກສາດ (Center for Theoretical Physics) ຢູ່ ສປ ຈີນ, ເອີຣົບ, ອິນເດຍ, ອາເມ ລິກາໃຕ້ ແລະ ສະ ຖາບັນຄົ້ນຄວ້າ ວິໄຈສາກົນ Vietnam Premie International Research Institute ທີ່ແຂວງບິງດິງ (Binh Dinh Province) ຢູ່ ສສ ຫວຽດນາມ. ພ້ອມທັງ ຕີລາ ຄາສູງຕໍ່ການອຸທິດເວລາອັນມີ ຄຸນຄ່າມາປາຖະກະຖາ (ບັນ ຍາຍ)ກ່ຽວກັບ“ອະນາຄົດຂອງ ວິທະຍາສາດ ແລະ ການພັດທະ ນາມະນຸດ” (The Future of Science and Human Development) ໃຫ້ແກ່ນັກສຶກ ສາມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລສຸພານຸ ວົງ, ເຊິ່ງຈະເປັນການປະກອບ ສ່ວນຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືດ້ານ ວິຊາການສອງຝ່າຍ ໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ. ນອກ ຈາກນັ້ນ, ກໍຍັງໄດ້ກ່າວຂອບໃຈ ຕໍ່ມູນນິທິສັນຕິພາບສາກົນ (International Peace Foundation) ທີ່ໃຫ້ການຊ່ວຍ ເຫຼືອພັດທະນາຂະແໜງການສຶກ ສາ ຂອງ ສປປ ລາວ ແລະ ຫວັງ ວ່າມູນນິທິສັນຕິພາບສາກົນຈະ ສືບຕໍ່ໃຫ້ການຊ່ວຍເຫຼືອໃນຂະ ແໜງນີ້ມື່ມອີກໃນຕໍ່ໜ້າດ້ວຍ ການນຳພາໂດຍເຈົ້າຂອງລາງ ວັນໂນເບລອີກສາມທ່ານ ມາເຜີຍ ແຜ່ບົດຮຽນວິຊາການອັນຍອດ ຍິ່ງ ໃນກອງປະຊຸມສຳມະນາ ທີ່ ຈະຈັດຂຶ້ນຢູ່ ນະຄອນຫຼວງວຽງ ຈັນ ແລະ ແຂວງຫຼວງພະບາງ ໃນປີ 2019. ໃນໂອກາດດຽວກັນ, ທ່ານ ສຈ. ເດວິດ ເຈ. ກຣອສ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ການສົນທະ ນາໃຫ້ຂໍ້ມູນຕ່າງໆ ທີ່ໜ້າສົນໃຈ ເປັນຕົ້ນ ຜົນສຳເລັດ, ຂໍຈຳກັດ ແລະ ສິ່ງທ້າຍທາຍ ໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ຂະ ແໜງການສຶກສາ. ພ້ອມກັນນັ້ນ, ກໍ່ໄດ້ແລກປ່ຽນຄຳຄິດເຫັນຕື່ມ ບາງດ້ານຕໍ່ທິດທາງການພົວພັນ ຮ່ວມມື, ການພັດທະນາໂຄງ ການຕ່າງໆ, ການສຶກສາຄົ້ນ ຄວ້າ ແລະ ອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ