ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດສ້າງຕັ້ງກອງພັນໃຫຍ່ 621
ເວລາອອກຂ່າວ: 2019-09-12 09:13:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ວັນທີ 11 ສິງຫາ ນີ້, ກະຊວງ ປ້ອງກັນປະເທດໄດ້ຈັດພິທີປະ ກາດສ້າງຕັ້ງ ແລະ ແຕ່ງຕັ້ງບັນ ດາຫົວໜ້າ ແລະ ຮອງຫົວໜ້າ ກອງພັນໃຫຍ່ 621, ຢູ່ທີ່ສະໂມ ສອນຫ້ອງວ່າການກະ ຊວງປ້ອງ ກັນປະເທດ, ໂດຍການເປັນປະ ທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີຄະນະພັກຄະນະ ນໍາກະຊວງປ້ອງກັນປະເທດ, ຄະ ນະພັກຈາກ 4 ກົມໃຫຍ່ ແລະ ຫ້ອງວ່າການກະຊວງປ້ອງກັນ ປະເທດ, ເຈົ້າແຂວງບໍລິຄໍາໄຊ, ເຈົ້າເມືອງບໍລິຄັນ ແລະ ເມືອງ ວຽງທອງ, ບັນດາກົມທີ່ຂຶ້ນກັບ 4 ກົມໃຫຍ່, ກອງບັນຊາການທະ ຫານແຂວງບໍລິຄໍາໄຊ, ຜູ້ຕາງ ໜ້າກົມວິທະຍາສາດປະຫວັດ ສາດກອງທັບ, ຄະນະກົມປືນ ໃຫຍ່, ກອງພັນໃຫຍ່ 605, ກອງ ວັດແທກ 32, ກອງພັນ 615 ແລະ ບໍລິສັດເອເຊຍພັດທະນາ ແລະ ກໍ່ ສ້າງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວົງ ແກ້ວ ວົງພິລາ ຫົວໜ້າກົມປືນ ໃຫຍ່ໄດ້ລາຍງານການກະກຽມ ສ້າງຕັ້ງກອງພັນໃຫຍ່ 621, ໂດຍ ອີງໃສ່ແຜນຍຸດທະສາດປັບປຸງ ແລະ ກໍ່ສ້າງກໍາລັງ, ອີງຕາມຄໍາ ສັ່ງຂອງກົມໃຫຍ່ເສນາວ່າດ້ວຍ ການກະກຽມສ້າງຕັ້ງກອງພັນ ໃຫຍ່ 621. ດັ່ງນັ້ນ, ກົມປືນ ໃຫຍ່ຫນ້າດິນຈຶ່ງໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງໄດ້ຈັດຕັ້ງ ປະຕິບັດແຜນຍຸດທະສາດປັບປຸງ ແລະ ກໍ່ສ້າງກໍາລັງຂອງກະຊວງ ປ້ອງກັນປະເທດກໍຄືຄໍາສັ່ງຂອງ ກົມໃຫ່ເສນາທິການໃນການກະ ກຽມການສ້າງຕັ້ງກອງພັນໃຫຍ່ ເລກທີ 621 ໃຫ້ໄປຕາມລະບຽບ ຫຼັກການ ແລະ ທັນເວລາ ສະນັ້ນ ຈຶ່ງໄດ້ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງສະເໜີຂັ້ນເທິງ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ ນໍາ ແລະ ອະນຸກໍາມະການຕໍ່ກັບ ບັນດາວຽກງານຕ່າງໆດັ່ງນີ້: ແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸ ກໍາມະການຈັດຊື້-ຈັດຫາພາຫະ ນະ, ການຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງ, ຄົ້ນຄວ້າກໍາ ນົດໂຄງປະກອບການຈັດຕັ້ງ, ຕໍາ ແຫນ່ງງານ, ຈໍານວນພົນ, ການ ປະກອບພາຫະນະ, ຊອກຫາສະ ຖານທີ່ຕັ້ງກອງພັນໃຫຍ່ 621. ສະຫາຍ ພັນເອກ ສົມພອນ ມິດຕະພອນ ຫົວໜ້າກົມກຳລັງ ພົນ ໄດ້ຜ່ານຂໍ້ຕົກລົງສ້າງຕັ້ງ ກອງພັນໃຫຍ່ 621 ແລະ ຂໍ້ຕົກ ລົງໂອນ-ມອບກອງພັນ3/ກອງ ຮ້ອຍ 165 ແຂວງບໍລິຄໍາໄຊ ໃຫ້ຂຶ້ນກັບກອງພັນໃຫຍ່ 621, ກະຊວງປ້ອງກັນປະເທດຕົກລົງ ສ້າງຕັ້ງກອງພັນໃຫຍ່ໝາຍ ເລກລະຫັດ 621 ຂຶ້ນ ກັບກະ ຊວງປ້ອງກັນປະເທດ, ໂດຍກອງ ພັນໃຫຍ່ 621 ແມ່ນຫົວໜ່ວຍ ການຈັດຕັ້ງໜຶ່ງພາຍໃຕ້ການ ຊີ້ນໍາໂດຍກົງຮອບດ້ານຈາກກະ ຊວງປ້ອງກັນປະເທດ, ກົມໃຫຍ່ ເສນາເປັນຜູ້ຊີ້ນໍາ-ບັນຊາທາງ ດ້ານວິຊາສະເພາະ, ເຕັກນິກ ແລະ ການປະກອບ, ໂດຍເປັນ ຫົວ ໜ່ວຍກົມກອງໜຶ່ງທີ່ເປັນກໍາລັງ ແຮງຕົ້ນຕໍຂອງກະຊວງປ້ອງ ກັນປະເທດ. ພ້ອມນີ້, ຍັງໄດ້ ປະກາດບົ່ງຕົວແຕ່ງຕັ້ງຄະນະ ພັກ ແລະ ແຕ່ງຕັ້ງບັນດາຫົວ ໜ້າ-ຮອງຫົວໜ້າກອງພັນໃຫຍ່ 621 ດັ່ງນີ້: ສະຫາຍ ພັນໂທ ຈູມສີ ສີທະນົງ ເປັນເລຂາຄະນະພັກ, ທັງເປັນຫົວໜ້າການເມືອງ, ສະ ຫາຍ ພັນເອກ ວິລະຈິດ ວິວາວົງ ເປັນຮອງເລຂາຄະນະພັກ, ທັງ ເປັນຫົວໜ້າການທະຫານ, ສະ ຫາຍ ພັນໂທ ພອນໄຊ ກັນຍາ ທອນ ເປັນກຳມະການຄະນະ ພັກ, ປະທານກວດກາພັກ, ເປັນ ຮອງຫົວໜ້າການເມືອງ, ທັງເປັນ ຫົວໜ້າພະແນກການເມືອງ, ສະ ຫາຍ ພັນໂທ ຄຳກອງ ພອນມະ ນີ ເປັນກຳມະການຄະນະພັກ ຮອງຫົວໜ້າການທະຫານ, ທັງ ເປັນຫົວໜ້າພະແນກເສນາທິ ການ, ສະຫາຍ ພັນໂທ ວັນໄຊ ວົງປັນ ຍາ ເປັນກຳມະການຄະນະພັກ, ເປັນຮອງຮັບຜິດຊອບວຽກງານ ພະລາທິການ, ທັງເປັນຫົວໜ້າ ພະແນກພະລາທິການ, ສະຫາຍ ພັນໂທ ຄຳຜອງ ມະນີທອງ ເປັນ ກຳມະການຄະນະພັກ, ເປັນຮອງ ຮັບຜິດຊອບວຽກງານເຕັກ ນິກ, ທັງເປັນຫົວໜ້າພະແນກເຕັກ ນິກ, ສະຫາຍ ພັນໂທ ອຸ່ນເຮືອນ ພຸດທະວົງ ເປັນກຳມະການຄະ ນະພັກ. ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ ໄດ້ຮັບໜ້າທີ່ໃໝ່ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ ສົມກັບຂັ້ນເທິງໄດ້ມອບໝາຍ ໜ້າທີ່ໃຫ້, ຕ້ອງເພີ່ມທະວີຄວາມ ຮັກແພງເຊິ່ງກັນ ແລະ ກັນ, ເຮັດ ວຽກຕ້ອງມີແບບແຜນ, ຕ້ອງສຶກ ສາໃຫ້ລະອຽດ, ປືກສາໃນໝູ່ຄະ ນະແລ້ວຈຶ່ງຄ່ອຍປະຕິບັດ, ຕ້ອງ ຊອກຮູ້ສຶກສາຮໍ່າຮຽນເພື່ອນໍາ ເອົາຄວາມຮູ້ໃໝ່ໆມານໍາໃຊ້ໃນ ໜ້າວຽກຕົວຈິງ, ເພື່ອຮັບປະກັນ ທາງດ້ານວຽກງານປ້ອງກັນຊາດ, ຕ້ອງປັບປຸງກໍ່ສ້າງກໍາລັງຮອບ ດ້ານຢູ່ສະເໝີ, ພະນັກງານສືບ ທອດຕ້ອງເລືອກເອົາຜູ້ທີ່ມີຄວາມ ສາມາດໃນວຽກທີ່ຈະປະຕິບັດ ເພື່ອຮັບປະກັນຄຸນະພາບ ແລະ ທີ່ ສໍາຄັນເຮັດວຽກຕ້ອງມີແບບ ແຜນທັນສະໄໝ ເພື່ອພັດທະນາ ທາງດ້ານວຽກງານປ້ອງກັນ ຊາດຂຶ້ນເປັນກ້າວໆ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ