ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊົມເຊີຍ 3 ພາກສ່ວນມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ເວລາອອກຂ່າວ: 2019-09-11 09:35:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 10 ກັນຍານີ້ ທີ່ສຳນັກງານນາຍົກລັດ ຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ຕາງໜ້າ ໃຫ້ລັດຖະບານຮັບເງິນຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມຈາກ ກຸ່ມບໍລິສັດ ເອັສທີ ຈຳນວນ 2,5 ຕື້ກີບ, ຈາກກຸ່ມບໍລິສັດ ພົງຊັບ ທະວີ ຈຳກັດຜູ້ດຽວຈຳນວນ 2ຕື້ກີບ ແລະ ຈາກບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງ ເຂື່ອນໄຟຟ້າຈຳກັດຜູ້ດຽວ (IHC) ຈຳນວນ 2 ຕື້ກີບ, ໂດຍມີ ພະນັກງານທີ່ກ່ຽວຂ້ອງຂອງແຕ່ ລະພາກສ່ວນເຂົ້າຮ່ວມ. ການມອບເງິນໃນຄັ້ງນີ້, ຕາງ ໜ້າກຸ່ມບໍລິສັດ ເອັສທີ ກ່າວມອບ ໂດຍທ່ານ ສີທັດ ໄຊສຸລິວົງ, ປະ ທານກຸ່ມບໍລິສັດ ເອັສທີ; ຕາງໜ້າ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ ດຽວ ກ່າວມອບໂດຍທ່ານ ພົງສະ ຫວັດ ເສນາພວນ, ປະທານກຸ່ມບໍ ລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ແລະ ຕາງໜ້າບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງ ເຂື່ອນໄຟຟ້າ ຈຳກັດຜູ້ດຽວ ກ່າວ ມອບໂດຍທ່ານ ປີຊາ ແກ້ວໄຊຍະ ຈັກ, ປະທານບໍລິສັດທີ່ປຶກສາ ດ້ານ ການລົງທຶນ ແລະ ກໍ່ສ້າງ ເຂື່ອນໄຟຟ້າ ຈຳກັດຜູ້ດຽວ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ກ່າວຂອບໃຈ ຕໍ່ສາມພາກສ່ວນດັ່ງກ່າວທີ່ໄດ້ນຳ ເອົາເງິນມາມອບ ເພື່ອນຳໄປຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມໃນປີນີ້ ເພື່ອບັນເທົາທຸກ ແລະ ສາມາດແກ້ ໄຂບັນຫາຕ່າງໆທີ່ໄດ້ຮັບຜົນກະ ທົບ ແລະ ເສຍຫາຍຈາກໄພພິບັດ ນໍ້າຖ້ວມຄັ້ງນີ້ ໃຫ້ສາມາດຜ່ານພົ້ນ ໄປໄດ້ດ້ວຍດີ. ໂດຍ: ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ